loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ອະນຸກໍາມະການເນື້ອໃນຂອງສະພາປະຊາຊົນແຂວງຈໍາປາສັກ ກວດກາຄືນກ່ຽວກັບການກະກຽມຄວາມພ້ອມດ້ານເນື້ອໃນຂອງ 7 ກອງປະຊຸມທີ່ຈະດໍາເນີນໃນທ້າຍປີ 2023

​ພ.ຈ. 30, 2023 | ເຂດ 15 ຈຳ​ປາ​ສັກ

ໃນຕອນເຊົ້າຂອງວັນທີ 20 ພະຈິກ 2023 ທີ່ຜ່ານມາ, ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ອະນຸກຳມະການເນື້ອໃນໄດ້ເປີດກອງປະຊຸມຂອງຕົນຂຶ້ນ ເພື່ອຮັບຟັງການລາຍງານຄືນກ່ຽວກັບການກະກຽມດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ, ກອງປະຊຸມຮ່ວມລະຫວ່າງສະພາປະຊາຊົນແຂວງ ກັບອົງການປົກຄອງແຂວງ, ກອງປະຊຸມຄົບຄະນະປະຈໍາປີ ຂອງສາມຄະນະກໍາມະການ, ຄະນະເລຂາທິການ ແລະ ກອງປະຊຸມປະຈໍາປີຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມສີ ມະນີນິນ ກໍາມະການພັກແຂວງ, ຮັກສາການປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການ, ຮອງເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການທີ່ສັງກັດຢູ່ອະນຸກຳມະການເນື້ອໃນ ເຂົ້າຮ່ວມຢ່າງພ້ອມພຽງ.
ວາລະດໍາເນີນກອງປະຊຸມ, ທ່ານ ສົມສີ ມະນີນິນ ຮັກສາການປະທານສະພາປະຊາຊົນແຂວງ, ປະທານກອງປະຊຸມໄດ້ມີຄໍາເຫັນສະເໜີຈຸດປະສົງຂອງການດໍາເນີນກອງປະຊຸມ ເຊິ່ງທ່ານໃຫ້ຮູ້ວ່າ: ເພື່ອເປັນການກວດກາ ແລະຮັບຟັງການລາຍງານຄືນກ່ຽວກັບການກະກຽມຄວາມພ້ອມດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ, ກອງປະຊຸມຮ່ວມລະຫວ່າງສະພາປະຊາຊົນແຂວງ ກັບອົງການປົກຄອງແຂວງ, ກອງປະຊຸມຄົບຄະນະປະຈໍາປີ ຂອງສາມຄະນະກໍາມະການ, ຄະນະເລຂາທິການ ແລະ ກອງປະຊຸມປະຈໍາປີຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 ແລະ ວາງແຜນຄາດຄະເນໃນການກໍານົດມື້ດໍາເນີນກອງປະຊຸມ ທັງ 7 ກອງປະຊຸມໃຫ້ມີຄວາມເປັນເອກະພາບກັນພາຍໃນອະນຸກໍາມະການ ເພື່ອນໍາເຂົ້າລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາປະຊົນແຂວງຄົ້ນຄວ້າພິຈາລະນາໃນຕໍ່ໜ້າ. ຈາກນັ້ນ, ບັນດາທ່ານຕາງຄະນະກໍາມະການ, ຄະນະເລຂາທິການ ແລະ ສະມາຊິກໃນອະນຸກໍາມະການເນື້ອໃນ ໄດ້ຂື້ນລາຍງານກ່ຽວກັບເນື້ອໃນບົດປ່ຽນອ້ອມຕ່າງໆຂອງ 7 ກອງປະຊຸມ ທີ່ຕົນຮັບຜິດຊອບໃນການກະກຽມ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສາມາດເຫັນໄດ້ຜົນສໍາເລັດ ແລະ ບາງຂໍ້ຄົງຄ້າງທີ່ອະນຸກໍາມະການຈະຕ້ອງໄດ້ສືບຕໍ່ໃນການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຢ່າງຮີບດ່ວນ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສົມສີ ມະນີນິນ ປະທານກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະກໍາມະການທັງ 3 ກໍາມະການ ແລະ ອະນຸກໍາມະການເນື້ອໃນທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍຢ່າງມີຜົນສໍາເລັດ ພ້ອມທັງເນັ້ນໃຫ້ທຸກພາກສ່ວນຈົ່ງສືບຕໍ່ຂຸ້ນຂ້ຽວຈັດຕັ້ງປະຕິບັດວຽກງານທີ່ຍັງຄົງຄ້າງໂດຍສະເພາການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການສ້າງແຜນການກະກຽມ ແລະດຳເນີນກອງປະຊຸມທັງ 7 ກອງປະຊຸມເປັນຕົ້ນ: ກອງປະຊຸມຮ່ວມລະຫວ່າງອົງການປົກຄອງແຂວງກັບສະພາປະຊາຊົນແຂວງ, ກອງປະຊຸມປະຈຳປີ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ; ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໃຫ້ມີຄວາມພ້ອມ ແລະ ສະມາດຈັດຕັ້ງດໍາເນີນຕາມແຜນການທີ່ກໍານົດໄວ້.
(ພາບ-ຂ່າວ:ສົມວິຈິດ ໄຊມົນຕີ)