ອະນຸກຳມະການ ເລຂານຸການ ລົງຕິດຕາມ ແລະ ຊຸກຍູ້ ວຽກງານເລືອກຕັ້ງ ຢູ່ແຂວງຫຼວງພະບາງ

ກ.ພ. 19, 2026

ໃນຕອນເຊົ້າຂອງວັນທີ 17 ກຸມພາ 2026 ຢູ່ສະພາປະຊາຊົນແຂວງຫຼວງພະບາງ ໄດ້ເປີດກອງປະຊຸມ ເຊິ່ງເປັນປະທານໂດຍ ທ່ານ ນາງ ທັດສະດາພອນ ຈັນທະມາດ ຮອງປະທານກຳມາທິການບັນດາເຜົ່າ, ອະນຸກຳມະການ ເລຂານຸການ ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະຈາກສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການກະກຽມຄວາມພ້ອມກ່ອນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງຫຼວງພະບາງ ເພື່ອເກັບກຳບັນດາຄຳຄິດເຫັນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ

ໃນກອງປະຊຸມດັ່ງກ່າວ ທ່ານ ພອນເລີດ ໄຊຍະນາ ຄະນະປະຈຳ, ປະທານ ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ ສະພາປະຊາຊົນແຂວງ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ຕາງ  ໜ້າໃຫ້ ອະນຸກຳມະການ ເລຂານຸການ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ລາຍງານໃຫ້ຮູ້ວ່າ ພາຍຫຼັງທີ່ໄດ້ຮັບເອກະສານຕ່າງໆ ຈາກສູນກາງ ກ່ຽວກັບການກະກຽມວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄະນະປະຈຳສະພາປະຊາຊົນແຂວງ ກໍ່ໄດ້ຜັນຂະຫຍາຍ ແຜນການ, ມະຕິ, ແຈ້ງການ, ຂໍ້ຕົກລົງ ແລະ ເອກະກສານຕ່າງໆ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ມາເປັນຂອງທ້ອງຖິ່ນ ເພື່ອໃຫ້ສອດຄ່ອງໃນການຈັດຕັ້ງປະຕິບັດ ເຊິ່ງໄດ້ກະກຽມແຜນການ, ແຕ່ງຕັ້ງຄະນະຮັບຜິດຊອບກະກຽມການເລືອກຕັ້ງຂັ້ນແຂວງ, ເມືອງ-ນະຄອນ, ພ້ອມທັງແນະນຳໃຫ້ພາກສ່ວນກ່ຽວຂ້ອງຂຶ້ນແຜນງົບປະມານ, ກະກຽມເນື້ອໃນຕ່າງໆ ສັງລວມຂໍ້ມູນ ແລະ ເປົ້າໝາຍບຸກຄະລາກອນ ທີ່ຈະລົງຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະກອບມີ 84 ທ່ານ, ຍິງ 20 ທ່ານ, ໃນນັ້ນ ເລືອກເອົາ 60 ທ່ານ; ສຳເລັດການສັງລວມຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 261,004 ຄົນ, ຍິງ 129,461 ຄົນ, ພ້ອມທັງໄດ້ລົງໂຄສະນາຫາສຽງໃຫ້ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຢູ່ເມືອງລະ 2 ຈຸດ ໃນ 11 ເມືອງ 1 ນະຄອນ ສຳລັບຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ແມ່ນກຳນົດ 5 ຈຸດ ຕາມເງື່ອນໄຂຕົວຈິງຂອງເມືອງ ແລະ ໄດ້ປ່ອນບັດເລືອກຕັ້ງ ລ່ວງໜ້າໃນວັນທີ 14-15 ກຸມພາ 2026 ຢູ່ 2 ກອງກຳລັງປະກອບອາວຸດ ຄື: ກອງກຳລັງປ້ອງກັນຊາດ ແລະ ກອງກຳລັງປ້ອງກັນຄວາມສະຫງົບ ໄດ້ສຳເລັດ.

ຈາກນັ້ນ ກອງປະຊຸມກໍ່ໄດ້ແລກປ່ຽນຄຳຄິດຄຳເຫັນ ເປັນຕົ້ນແມ່ນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ກ່ຽວກັບແບບແຜນວິທີການສັງລວມບັດລົງຄະແນນສຽງ ເພື່ອໃຫ້ຖືກຕ້ອງຊັດເຈນ ແລະ ສາມາກວດສອບໄດ້ ພ້ອມດຽວກັນນັ້ນ ປະທານ ກອງປະຊຸມຍັງໄດ້ເນັ້ນໜັກໃຫ້ ອະນຸກຳມະການ ເລຂານຸການ ຕ້ອງເອົາໃຈໃສ່ກ່ຽວກັບການສັງລວມບັດລົງຄະນະແນນສຽງ ໃຫ້ຖືກຕ້ອງ ພ້ອມທັງລາຍງານໃຫ້ຄະນະກຳມະການ ເລືອກຕ້ັງລະດັບຊາດ ຮັບຊາບໃຫ້ທັນເວລາ ເພື່ອຈະປະກາດ ຜູ້ທີ່ໄດ້ຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕ້ັງຕ່າງໆ ໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງ ແລະ ທັນເວລາ

ພາບແລະຂ່າວ: ວິລິຍະ ວັນນະສີ