ຫາລືແນວຄວາມຄິດລິເລີ່ມເມືອງອັດສະລິຍະແຫ່ງສຸຂະພາບຂອງອາຊຽນ

ມ.ກ. 22, 2024 | SlideMobile, ຂ່າວເດັ່ນ

(ສພຊ) ໃນວັນທີ 19 ມັງກອນ 2024 ທີ່ຫ້ອງຮັບແຂກສະພາແຫ່ງຊາດ, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການວັດທະນະທຳ-ສັງຄົມ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ຢຸນ ຈູ ຮົງ ປະທານຄະນະບໍລິ ຫານງານເວທີກອງປະຊຸມສາກົນວ່າດ້ວຍຕົວເມືອງແຫ່ງສຸຂະພາບໂລກ (World Health City Forum) ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.
ຈຸດປະສົງຂອງການພົບປະເຮັດວຽກຄັ້ງນີ້ ເພື່ອສືບຕໍ່ປຶກສາຫາລືກ່ຽວກັບແນວຄວາມຄິດລິເລີ່ມກ່ຽວກັບ ເມືອງອັດສະລິຍະແຫ່ງສຸຂະພາບຂອງປະຊາຄົມອາຊຽນ (ASEAN Smart Health City Initiative) ເຊິ່ງກ່ອນ ໜ້ານີ້ຄະນະຜູ້ແທນກຳມາທິການວັດທະນະທໍາ-ສັງຄົມ ນຳໂດຍທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ເດີນທາງໄປເຮັດວຽກຢ່າງເປັນທາງການຮ່ວມກັບປະທານກຳມາທິການເພື່ອສຸຂະພາບ ແລະ ສະຫວັດດີການ, ສະພາແຫ່ງຊາດ ສ.ເກົາຫຼີ ໃນລະຫວ່າງວັນທີ 02-05 ພຶດສະພາ 2023 ເຊິ່ງທ່ານ ຢຸນ ຈູ ຮົງ ເປັນທີ່ປຶກສາຂອງກຳມາທິການດັ່ງກ່າວ ແລະ ເຄີຍໄດ້ພົບປະກັນມາກ່ອນແລ້ວ 2 ຄັ້ງ ໂດຍທັງສອງຝ່າຍໄດ້ສຶກສາກ່ຽວກັບແນວຄວາມຄິດລິເລີ່ມກ່ຽວກັບ ເມືອງອັດສະລິຍະແຫ່ງສຸຂະພາບຂອງປະຊາຄົມອາຊຽນ ຢາກເອົາເປັນຫົວຂໍ້ໜຶ່ງໃນຂົງເຂດສັງຄົມ ສະເໜີຕໍ່ກອງປະ ຊຸມໄອປາ ຄັ້ງທີ 45 ທີ່ສະພາແຫ່ງຊາດລາວຈະເປັນເຈົ້າພາບ.
ທ່ານປະທານກຳມາທິການວັດທະນະທຳ-ສັງຄົມ ໄດ້ແຈ້ງໃຫ້ຮູ້ສະພາບການທີ່ພົ້ນເດັ່ນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ແຈ້ງໃຫ້ຮັບຊາບໃນປີ 2024 ສປປລາວ ຈະເປັນປະທານອາຊຽນ, ສະພາແຫ່ງຊາດລາວ ກໍຈະເປັນປະທານໄອປາ; ສະແດງຄວາມຂອບໃຈມາຍັງຄະນະບໍລິຫານງານເວທີກອງປະຊຸມສາກົນວ່າດ້ວຍຕົວເມືອງແຫ່ງສຸຂະພາບໂລກ ທີ່ຈະສືບຕໍ່ໃຫ້ການສະໜັບໜູນ ສປປລາວ ໃນການເປັນປະທານອາຊຽນໃນຄັ້ງນີ້ ແລະ ອວຍ ພອນໄຊໃຫ້ທ່ານ ຢຸນ ຈູ ຮົງ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການຢ້ຽມຢາມ ສປປລາວ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
ທ່ານ ຢຸນ ຈູ ຮົງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມແຈ້ງໃຫ້ຊາບຈຸດປະ ສົງການມາເຄື່ອນໄຫວເຮັດວຽກຢູ່ ສປປລາວ ໃນເທື່ອນີ້ ພ້ອມໃຫ້ຄຳໝັ້ນວ່າ: ຈະສືບຕໍ່ຊຸກຍູ້ສົ່ງເສີມໃຫ້ການຊ່ວຍ ເຫຼືອ ສປປລາວ ໃນການເປັນປະທານອາຊຽນ ແລະ ປະທານໄອປາ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ; ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານລະຫວ່າງ ສ.ເກົາຫຼີ ກັບ ສປປລາວ ແລະ ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ຈົ່ງສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນ ຍິ່ງໆຂຶ້ນໄປ.
(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)