




ທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນກ່າວອັດກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ດໍາເນີນມາເປັນເວລາ 03 ວັນ, ດ້ວຍບັນຍາກາດແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໃນການພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສໍາຄັນພື້ນຖານຂອງແຂວງທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ເປັັນຕົ້ນແມ່ນ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ບັນຫາອື່ນໆທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນປີ 2023.
ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງນິຕິກໍາຂອງອົງການປົກຄອງແຂວງຈໍານວນ 4 ສະບັບຄື: ຂໍ້ຕົກລົງ ວ່າດ້ວຍ ການນໍາໃຊ້ນໍ້າ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ຢາປາບສັດຕູພືດ , ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ຄ່າທຳນຽມ ແລະ ຄ່າບໍລິການ ແລະ ຂໍ້ຕົກລົງ ວ່າດ້ວຍການໂຄສະນາ ເຜີຍແຜ່ນິຕິກຳ, ພ້ອມນັ້ນ ຍັງໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ – ການເງິນ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ອື່ນໆພາຍໃນແຂວງ ຊຶ່ງເຫັນວ່າ ອົງການປົກຄອງແຂວງ ແລະ ການນຳ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳບັນດາອົງການຈັດຕັ້ງແຕ່ລະຂັ້ນ ກໍຄືປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ວຍການຜັນຂະຫຍາຍເປັນແຜນງານ, ໂຄງການລະອຽດ ແລະ ສູ້ຊົນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດເປັນກ້າວໆ.


ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງອົງຄະນະພັກແຂວງ ເຂົ້າສູ່ລວງເລິກຕົວຈິງ, ແມ່ນໝາກຜົນແຫ່ງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບການເມືອງ ຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ຄວາມຕັດສິນໃຈຂອງອົງການປົກຄອງແຂວງ ທີ່ຈະສືບຕໍ່ພັດທະນາແຂວງອຸດົມໄຊຕາມທິດ 4 ໃຈກາງ ທ່າມກາງຄວາມຜັນແປສັບສົນຂອງເສດຖະກິດໂລກ ກໍຄື ສປປ ລາວ ເຮົາ.
ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ກອງປະຊຸມ ຮຽກຮ້ອງມາຍັງຄະນະປະຈໍາສະພາປະຊາຊົນແຂວງ, ບັນດາຄະນະກໍາມະການການ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ປະຈໍາເຂດເລືອກຕັ້ງເມືອງ, ອົງການປົກຄອງແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງນຳເອົາເນື້ອໃນມະຕິກອງປະຊຸມຄັ້ງນີ້ໄປຜັນຂະຫຍາຍ ເຂົ້າໃນຂົງເຂດວຽກງານທີ່ຕົນຄວາມຮັບຜິດ ຊອບໃຫ້ປະສົບກັບຜົນສໍາເລັດເປັນຢ່າງດີ.

ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ຮັບຜົນສໍາເລັດໃນຄັ້ງນີ້ ກໍຍ້ອນມີການຊີ້ນໍາຢ່າງໃກ້ສິດ ຈາກຄະນະນຳຂອງແຂວງ ແລະ ຍ້ອນຄວາມຮັບຜິດຊອບສູງຂອງຄະນະປະຈຳສະພາປະຊາຊົນແຂວງ, ອານຸກຳມະການຕ່າງໆຂອງສະພາປະຊາຊົນແຂວງ, ບັນດາອົງການທີ່ກ່ຽວຂ້ອງທຸກພາກສ່ວນຂັ້ນແຂວງ; ຕາງໜ້າຄະນະປະຈໍາສະພາ ແລະ ສະມາຊິກສະພາປະຊາຊົນແຂວງ ຂໍສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງບັນດາທ່ານການນໍາພັກ – ລັດ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະ ຂໍຂອບໃຈຕໍ່ປະຊາຊົນບັນດາເຜົ່າພາຍໃນແຂວງ ທີ່ໄດ້ຕິດຕາມກອງປະຊຸມຂອງພວກເຮົາຢ່າງຈົດຈໍ່ໂດຍຜ່ານສື່ຕ່າງໆ ແລະ ມີຄໍາຄິດເຫັນສົ່ງເຂົ້າມາສູ່ກອງປະຊຸມໂດຍຜ່ານໂທລະສັບສາຍດ່ວນ.

ພາບ-ຂ່າວ: ແສງພອນ ອິນນະລົງ.