ສໍາເລັດການເຂົ້າຮ່ວມກອງປະຊຸມສໍາມະນາ “ສະມາຊິກສະພາແຫ່ງຊາດລາວ” ທີ່ນະຄອນໜານຊາງ

​ພ.ຈ. 7, 2025

(ສພຊ) – ລະຫວ່າງວັນທີ 16 ຕຸລາ – 5 ພະຈິກ 2025, ທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍຄະນະຜູ້ແທນສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຈໍານວນ 24 ທ່ານ ຈາກບັນດາເຂດເລືອກຕັ້ງທົ່ວປະເທດ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສໍາມະນາໃນຫົວຂໍ້: “ສະມາຊິກສະພາແຫ່ງຊາດລາວ” ທີ່ນະຄອນໜານຊາງ, ແຂວງຈ່ຽງຊີ, ສປຈີນ; ຈຸດປະສົງກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອສ້າງຄວາມຮູ້ ແລະ ປະສົບການອັນເປັນພື້ນຖານ ໃຫ້ແກ່ ສສຊ ແລະ ສສຂ ເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດບົດບາດເປັນເສນາທິການໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.
​ ການເຂົ້າຮ່ວມກອງປະຊຸມສໍາມະນາຄັ້ງນີ້ ໄດ້ຮຽນຮູ້ກ່ຽວກັບລະບົບສະພາຜູ້ແທນປະຊາຊົນ, ການປົກຄອງ, ການພັດທະນາປະເທດ, ການພັດທະນາເຕັກໂນໂລຊີລະດັບສູງ, ການສ້າງຄວາມສາມາດໃນການໃຫ້ບໍລິການຂອງພະນັກງານ-ລັດຖະກອນ, ການຄຸ້ມຄອງວິກິດການສາທາລະນະຂັ້ນຮາກຖານ, ການຄຸ້ມຄອງໜີ້ສິນ, ການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ, ການບໍລິການສາທະລະນະ ແລະ ການບໍລິການການຈັດຫາງານ ຂອງປະເທດຈີນ ຈາກການຖ່າຍທອດບົດຮຽນຂອງບັນດາອາຈານຜູ້ທີ່ຊ່ຽວຊານ ແລະ ລົງໄປທັດສະນະສຶກສາຕົວຈິງຢູ່ສະຖານທີ່ປະຫວັດສາດ, ເຂດວັດທະນະທໍາ ແລະ ບໍລິສັດຕ່າງໆ ຈໍານວນໜຶ່ງ.
​ ໃນລະຫວ່າງການເຂົ້າຮ່ວມກອງປະຊຸມສໍາມະນາ, ຄະນະຜູ້ແທນລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຫວັງ ເສົາຊວນ (Wang Shaoxuan) ຮອງປະທານຄະນະປະຈໍາສະພາຜູ້ແທນປະຊາຊົນແຂວງຈ່ຽງຊີ ເຊິ່ງທ່ານໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມສໍາມະນາຄັ້ງນີ້ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດ ຈີນ-ລາວ ໃນຕະຫຼອດໄລຍະທີ່ຜ່ານມາ; ພ້ອມກັນນີ້, ທ່ານມີຄວາມຍິນດີທີ່ຈະຊ່ວຍຊຸກຍູ້ໃຫ້ສະພາການຄ້າແຂວງ ກໍຄືນັກທຸລະກິດແຂວງຈ່ຽງຊີ ໄປສຶກສາຄວາມເປັນໄປໄດ້ການລົງທຶນຢູ່ ສປປລາວ ແລະ ຈະຊ່ວຍຊຸກຍູ້ເສີມຂະຫຍາຍສາຍພົວພັນການຮ່ວມມືລະຫວ່າງແຂວງດ້ວຍກັນ ກໍຄືສະພາຜູ້ແທນປະຊາຊົນແຂວງດ້ວຍກັນຂອງສອງປະເທດ ທີ່ຍັງບໍ່ທັນມີການເຮັດບົດບັນທຶກການແຮກສ່ຽວກັບ ສປຈີນ.