

ໃນລະຫວ່າງວັນທີ 11-14 ສິງຫາ 2022 ນີ້, ທ່ານ ດຣ ຄໍາຈັນ ໂສຕາປະເສີດ ກໍາມະການຄະນະປະຈໍາ-ປະທານກໍາມາທິການບັນດາເຜົ່່າ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ພ້ອມດ້ວຍທ່ານນາງ ໄລວອນ ຈັນທະລາ ຫົວຫນ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຫຼາ ແລະ ທ່ານ ສີພອນ ອິນຕະວົງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫຼາ ໄດ້ສໍາເລັດການລົງເຄື່ອນໄຫວພົບປະ ພໍ່-ແມ່ປະຊາຊາຊົນ ຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ສໍານັກງານເມືອງຫຼາ, ຈຸດບ້ານຫ້ວຍຫຼາ, ໂພນໄຊ, ສາມັກີໄຊ, ຫ້ວຍຊູ, ຕະນອງປໍ, ວັງວັນ ແລະ ບ້ານໜອງບົວ, ເຂົ້າຮ່ວມມີການນຳເມືອງ, ພະນັກງານຫຼັກແຫຼງອ້ອມຂ້າງເມືອງ, ສອງກໍາລັງ ທະຫານ-ຕໍ່າຫຼວດ, ມີນາຍບ້ານ, ອົງການຈັດຄັ້ງບ້ານ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງພ້ອມພຽງ.



ຈຸດປະສົ່ງຂອງການລົງເຄື່ອນໄຫວໃນຄັ້ງນີ້ແມ່ນເພື່ອພົບປະ ພໍ່-ແມ່ປະຊາຊາຊົນ ຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ອອກເປັນມະຕິຂອງກອງປະຊຸມ ແລະ ບົດສັງລວມຫຍໍ້ເນື້ອໃນກອງປະຊຸມ ເພື່ອສະເໜີໃຫ້ປະຊາຊົນ ຮັບຮູ້ ແລະ ມີຄວາມເຂົ້າໃຈ ວ່າກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາເນື້ອໃນບັນຫາສໍາຄັນຫຍັງແດ່ ຂອງຊາດ , ຂອງແຂວງ ແລະ ບັນຫາທີ່ພົ້ນເດັ່ນອື່ນໆ ທີ່ສັງຄົມໃຫ້ຄວາມສົນໃຈ.


ພາບ/ຂ່າວ: ແສງພອນ ອິນນະລົງ.