ສໍາເລັດການກະກຽມການເລືອກຕັ້ງຢູ່ແຂວງອັດຕະປື

ກ.ພ. 20, 2026

(ສພຊ) – ວັນທີ 19 ກຸມພານີ້ ທີ່ສະພາປະຊາຊົນແຂວງອັດຕະປື ໄດ້ມີກອງປະຊຸມລາຍງານກ່ຽວກັບຜົນສໍາເລັດຂອງການເຄື່ອນໄຫວວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງອັດຕະປື ໂດຍການເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກໍາມາທິການຕ່າງປະເທດ, ກໍາມະການອະນຸກໍາມະການເລຂານຸການ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ) ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ລິນຄໍາ ໂຮມອິນຕາ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ ທັງເປັນຮອງຫົວໜ້າອະນຸກໍາມະການເລຂານຸການ ຂອງຄະນະກໍາມະການເລືອກຕັ້ງແຂວງ (ຄລຂ) ອັດຕະປື ລາຍງານໃຫ້ຮູ້ວ່າວ່າ: ຕະຫຼອດໄລຍະເກືອບສອງເດືອນຜ່ານມາ ໄດ້ເອົາໃຈໃສ່ຄົ້ນຄວ້າ ພ້ອມທັງຈັດຕັ້ງຜັນຂະຫຍາຍບັນດານິຕິກໍາຂອງສູນກາງ ກໍຄືຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ເປັນນິຕິກໍາເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງ, ກໍານົດການຈັດຕັ້ງປະຕິບັດເປັນແຕ່ລະບາດກ້າວ ຄື: ສໍາເລັດການຜັນຂະຫຍາຍເນື້ອໃນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ບັນດາເອກະສານຂອງ ຄລຊ ເປັນນິຕິກໍາ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງ; ສໍາເລັດການຈັດກອງປະຊຸມຄັ້ງປະຖົມມະລືກຂອງ ຄລຂ, ກອງປະຊຸມເຝິກອົບຮົມສໍາມະນາໃນຫົວຂໍ້ຕ່າງໆ; ສໍາເລັດການສັງ ລວມສະຖິຕິໜ່ວຍປ່ອນບັດເລືອກຕັ້ງຢູ່ 5 ເມືອງ ເຊິ່ງທົ່ວແຂວງມີ 230 ໜ່ວຍປ່ອນບັດ ໃນນັ້ນ, 176 ໜ່ວຍຄົງທີ່ ແລະ 54 ໜ່ວຍເຄື່ອນທີ່; ສໍາເລັດການຂຶ້ນແຜນຄວາມຕ້ອງການອຸປະກອນຮັບໃຊ້ໃຫ້ແກ່ການເລືອກຕັ້ງ ເປັນຕົ້ນ: ກາຈໍ້າຄະນະກໍາມະການເລືອກຕັ້ງຂັ້ນເມືອງ 5 ໜ່ວຍ, ຫີບປ່ອນບັດຄົງທີ່ 176 ຄູ່ (ລວມ 352 ໜ່ວຍ ແລະ ຖົງເຄື່ອນທີ່ 110 ໜ່ວຍ, ບັດຕິດເອິກຄະນະກໍາມະການເລືອກຕັ້ງຂັ້ນແຂວງ-ເມືອງ ແລະ ຄະນະຮັບຜິດຊອບ 2,719 ບັດ, ນໍ້າເບີຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) 45 ບັດ, ປ້າຍໂຄສະນາຫາສຽງ 7 ປ້າຍ ແລະ ອື່ນໆ; ສໍາເລັດການຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນບາດກ້າວ 1, 2 ແລະ ເຜີຍແຜ່ບັນດາເອກະສານຕົ້ນຕໍກ່ຽວກັບການເລືອກຕັ້ງ; ສໍາເລັດການປະກາດຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ໃນນັ້ນ, ສສຊ ຊຸດທີ X ຈໍານວນ 10 ທ່ານ ຍິງ 2 ທ່ານ, ສສຂ ຊຸດທີ V ຢູ່ 5 ເມືອງ, ເມືອງລະ 7 ທ່ານ ລວມ 35 ທ່ານ ຍິງ 11 ທ່ານ; ສໍາເລັດການເກັບກໍາສະຖິຕິພົນລະເມືອງທົ່ວແຂວງອັດຕະປື ມີ 173,799 ຄົນ ຍິງ 84,489 ຄົນ, ຜູ້ມີສິດປ່ອນບັດເລືອກຕັ້ງຕາມສໍາມະໂນຄົວ 111,825 ຄົນ ຍິງ 54,675 ຄົນ, ຜູ້ມີສິດປ່ອນບັດຕົວຈິງ 106,540 ຄົນ ຍິງ 52,661 ຄົນ; ສໍາເລັດການລົງຕິດຕາມ ແລະ ຊຸກຍູ້ບັນດາໜ່ວຍປ່ອນບັດເລືອກຕັ້ງຢູ່ 5 ເມືອງ ແລະ ໜ່ວຍປ່ອນບັດຢູ່ຂັ້ນບ້ານ ພ້ອມນັ້ນ, ຍັງໄດ້ສົ່ງຄໍາແນະນໍາກ່ຽວກັບການປ່ອນບັດໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ເພື່ອແນະນໍາໃຫ້ຈັດເຝິກອົບຮົມໃຫ້ແຕ່ລະໜ່ວຍປ່ອນບັດໃນເມືອງຂອງຕົນ; ສໍາເລັດການລົງໂຄສະນາຫາສຽງຢູ່ 5 ເມືອງ.