
(ສພຊ) ເພື່ອໂຄສະນາເຜີຍແຜ່ການເຄື່ອນໄຫວຂອງອົງການນິຕິບັນຍັດ ໂດຍສະເພາະສະພາປະຊາຊົນຂັ້ນແຂວງ, ເພື່ອເປັນການເກັບກໍາຂໍ້ມູນໃນການປັບປຸງກົດໝາຍ 4 ສະບັບຄື: ກົດໝາຍວ່າດ້ວຍແຮ່ທາດ; ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ; ກົດໝາຍວ່າດ້ວຍທີ່ດິນ; ກົດໝາຍວ່າດ້ວຍຊັບສິນຂອງລັດ ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ເພື່ອເກັບກຳຂໍ້ມຸນກ່ຽວກັບການປະເມີນການຈັດຕັ້ງປະຕິບັດກົດໝາຍ ຢູ່ສະພາປະຊາຊົນຂັ້ນແຂວງ.


(ພາບ ແລະ ຂ່າວ: ໂສລະຢ໋າ ໄຊຍະວົງ)