(ສພຊ) – ວັນທີ 9 ຕຸລານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມສໍາມະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ) ທີ່ເປັນກໍາມະການຂອງກຳມາທິການ ແລະ ພະນັກງານຂອງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ໂດຍການເປັນປະທານຂອງທ່ານ ນາງ ປິ່ງຄໍາ ລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເຊິ່ງມີບັນດາທ່ານຮອງປະທານກໍາມາທິການຂອງ ສພຊ, ປະທານ ແລະ ຮອງປະທານສະພາປະຊາຊົນຂັ້ນແຂວງ, ຮອງລັດຖະມັນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ສສຊ ທີ່ເປັນກໍາມະການຂອງ ກສຕສ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ນາງ ປິ່ງຄໍາ ລາຊະສິມມາ ໄດ້ມີຄໍາເຫັນວ່າ: ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ, ແລກປ່ຽນຄຳຄິດຄຳເຫັນ ແນໃສ່ການຍົກສູງບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອຮັບປະກັນການອະນຸມັດໂຄງການລົງທຶນພັດທະນາພະລັງງານໄຟຟ້າ, ແຮ່ທາດ ແລະ ໂຄງການທີ່ນໍາໃຊ້ຊັບພະຍາກອນທຳມະຊາດ ໃຫ້ໄດ້ຮັບການພິຈາລະນາຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ຮັບປະກັນການນໍາໃຊ້ຊັບພະຍາກອນທໍາມະຊາດ ໃຫ້ເກີດຜົນປະໂຫຍດສູງສຸດ ຄຽງຄູ່ກັບການປົກປັກຮັັກສາສິ່ງແວດລ້ອມ, ຫຼີກລ່ຽງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ; ສະນັ້ນ, ກອງປະຊຸມຄັ້ງນີ້ ໄດ້ກໍານົດເອົາຫົວຂໍ້ຈາກບັນຫາທີ່ພົ້ນເດັ່ນໃນສະພາບປັດຈຸບັນຂອງສັງຄົມ ເຊິ່ງປະກອບມີ 3 ຫົວຂໍ້ທີ່ຕິດພັນກັບວຽກງານໃນຂົງເຂດເສດຖະກິດ ຄື: 1) ຄວາມຈໍາເປັນ ແລະ ຈຸດປະສົງໃນການປັບປຸງກົດໝາຍວ່າດ້ວຍໄຟຟ້າ ແລະ ກົດໝາຍວ່າດ້ວຍແຮ່ທາດ ທີ່ຈະນໍາເຂົ້າພິຈາລະນາໃນປີ 2026, 2) ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (BRT), 3) ການຈັດຕັ້ງປະຕິບັດ ແລະ ປັບປຸງດັດແກ້ແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ (ສະບັບ 3) ທີ່ຕິດພັນກັບການປຸກຕຶກສູງ, ການລະບາຍນໍ້າ ແລະ ລະບົບການຈັດສັນການສັນຈອນໃນຕົວເມືອງນະຄອນຫຼວງວຽງຈັນ.
ພາຍຫຼັງຮັບຟັງການສະເໜີຫົວຂໍ້ຈາກວິທະຍາກອນ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນ ແລະ ສົນທະນາແລກປ່ຽນ ເພື່ອນໍາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ.
ກອງປະຊຸມປິດລົງໃນຕອນບ່າຍຂອງວັນດຽວກັນ ດ້ວຍຜົນສຳເລັດ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້.
(ສອນສັກ ວັນວິໄຊ)