ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ດັ້ນກີບເມກ
ເມື່ອເວົ້າເຖິງຫຼ່ຽມໂກງ ຫຼື ຫຼ່ຽມຫາເງິນຂອງຄົນທຸກມື້ນີ້ ໃຜໆກໍຄົງຈະຮູ້ວ່າ: ວິທີການຫາເງິນມີທັງສຸດຈະລິດ-ຖືກຕ້ອງຕາມກົດໝາຍ ແລະ ເຄິ່ງຖືກກົດໝາຍ-ສ່ຽງຕໍ່ການຖືກໂກງ ຫຼອກລວງກັນເປັນຂັ້ນຕອນ ເຂົ້າທໍານອງຜູ້ຕັ້ງໃຈມາຫຼອກແມ່ນໃສ່ໜ້າກາກຫຼາຍໜ້າ ແລະ ເຊື່ອງຄົມມີດໄວ້ເຊືອດເມື່ອບັນລຸເປົ້າໝາຍແລ້ວ ເພາະສັງຄົມທຸກມື້ນີ້ ປະຊາຊົນບາງສ່ວນກໍຄຸ້ນຊິນກັບໜີ້ສິນຈົນຮູ້ສຶກວ່າບໍ່ຢ້ານໜີ້.
ເມື່ອຄົນທໍາມະດາບໍ່ຢ້ານໜີ້ສິນເພາະອາໄສວ່າ: ພໍ່ແມ່ມີດິນ, ມີເຮືອນ ຄໍ້າປະກັນຈຶ່ງກ້າໄປຢືມໜີ້(ເງິນ) ມາໃຊ້ຈ່າຍທັງເຮັດທຸລະກິດໃຊ້ຈ່າຍສ້າງຖານະສ້າງພາບຄວາມລວຍໃຫ້ມີໜ້າຕາທາງສັງຄົມ ເຊິ່ງບໍ່ຕ່າງຫຍັງກັບບັນ ຫາເຍົາວະຊົນຢາກໄດ້ໂທລະສັບລາຄາແພງ! ການສ້າງຂະບວນການເປັນທີມເຮັດທຸລະກິດດ້ານການເງິນຢາກໄດ້ເງິນມາໃຊ້ຈ່າຍ ທັງວິທີການໃຫ້ຢືມ ຫຼື ໄປຢືມ ແລະ ຈົກຖົງຮ່ວມທຶນກັນ.
ຍົກຕົວຢ່າງ: ມີບາງຄົນຮຽນຈົບຕ່າງປະເທດ-ສະຫຼາດ ແລະ ຮູ້ທັນວິ ທີການ-ກົນໂກງທາງການເງິນ ເມື່ອກັບມາຈັບມືກັບພະນັກງານບາງອາຊີບ ຫຼື ບາງຄົນສ້າງເຄືອຂ່າຍເປັນທີມງານໜ້າເຊື່ອຖືແທ້ໆ ເພາະມີທັງການຈັດ ຕັ້ງກ່ຽວຂ້ອງຮັບປະກັນຖືກຕ້ອງ-ໃຊ້ຄູອາຈານເປັນຜູ້ໂຄສະນາ, ເຈົ້າໜ້າທີ່ບາງຄົນຊ່ວຍເວົ້າຈາປາໄສເມື່ອເຫຍື່ອຕິດເຫຍື່ອແລ້ວກໍປ່ອຍໃຫ້ເປັນໜ້າທີ່ຂອງຜູ້ຕົ້ນຄິດ (ວາງແຜນ) ແລະ ທີມງານໂດຍກົງສ້າງວິທີການດຶງເງິນມາໃຊ້ຈ່າຍມີທັງແລ່ນເອົາເງິນຈາກຕ່າງປະເທດມາເຮັດໂຄງການ, ມີທັງອ້າງຜູ້ໃຫຍ່ມີໜ້າມີຕາທາງສັງຄົມ ເພື່ອສ້າງຄວາມໜ້າເຊື່ອຖື ແລະ ສ້າງຂັ້ນຕອນໃຊ້ຈ່າຍເງິນໃຫ້ສັບຊ້ອນ ເມື່ອເຫັນວ່າໄດ້ເຫຍື່ອຫຼາຍສົມຄວນແລ້ວ ກໍປິດສາກລະຄອນການສະແດງທັນທີ ແລ້ວໃຊ້ວິຊາລິດເດດຫາຍໂຕ ຫຼື ແປງ ກາຍແບບຢູ່ໃນຄາບຄົນໃໝ່ທັນທີ…
ສະເໜີແລກປ່ຽນ!.