ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນມາແຕ່ວັນທີ 10 ຫາ 21 ພະ ຈິກ 2025, ມາຮອດມື້ນີ້ ໄດ້ບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ກອງປະຊຸມຕີລາຄາສູງທີ່ ສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ, ຜູ້ແທນກອງປະຊຸມຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນທຸ່ມ ເທເຫື່ອແຮງ, ສະຕິປັນຍາ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃສ່ການພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມພາລະບົດບາດຂອງສະພາແຫ່ງຊາດ ທີ່ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ເຊິ່ງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ວຽກງານຕົວຈິງຂອງອົງການຈັດຕັ້ງລັດ ດ້ວຍການອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ຈໍານວນ 8 ສະບັບ ເພື່ອເປັນບ່ອນອີງໃຫ້ແກ່ລັດຖະບານ, ອົງການ ຈັດຕັ້ງທີ່ກ່ຽວຂ້ອງ ນໍາໄປຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ປະເທດຊາດມີການພັດທະນາຢ່າງຕໍ່ເນື່ອງ, ສືບຕໍ່ມີສະ ຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດ ຖະກິດສືບຕໍ່ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນສໍາຄັນຈໍານວນໜຶ່ງດັ່ງນີ້:
1) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ປະຈຳປີ 2025; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນເງິນຕາ ປະຈໍາປີ 2025; ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການ ຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນປີ 2024; ພິຈາລະນາຮ່າງທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).
ກອງປະຊຸມຕີລາຄາສູງຕໍ່ຄວາມພະຍາຍາມຂອງລັດຖະບານ ໃນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ໃນໄລຍະ 2021 -2025, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ປີ ຄັ້ງທີ IX (2021-2025) ເຊິ່ງໄດ້ຮັບຜົນສໍາເລັດຫຼາຍດ້ານ, ເຮັດໃຫ້ທົ່ວປະເທດສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວສະເລ່ຍ 5 ປີ ໃນລະດັບ 4.24% (ແຜນການ 5 ປີສະເລ່ຍໃນລະດັບ 4% ຂຶ້ນໄປ), ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ບົດບາດອິດທິພົນຂອງປະເທດເຮົາໃນພາກພື້ນ ແລະ ສາກົນ ໄດ້ຮັບການຍົກສູງຂຶ້ນ.
ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ຊີ້ນໍາການເກັບລາຍຮັບໃຫ້ໄດ້ຢ່າງຄົບຖ້ວນຕາມກົດໝາຍກໍານົດ ໂດຍສະເພາະລາຍຮັບຈາກການຂຸດຄົ້ນຊັບພະຍາກອນທໍາມະຊາດ, ແກ້ໄຂບັນຫາການຍົກເວັ້ນການປະຕິບັດກົດໝາຍ ທີ່ສົ່ງຜົນກະທົບຕໍ່ການເກັບລາຍຮັບເຂົ້າງົບປະມານ, ແກ້ໄຂໜີ້ສິນສາທາລະນະ, ໜີ້ສິນໂຄງການລົງທຶນຂອງລັດ ໃຫ້ມີຄວາມຄືບໜ້າ; ສືບຕໍ່ຄວບຄຸມ ແລະ ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ການເໜັງຕີງຂອງລາຄາສິນຄ້າ ດ້ວຍການ ນໍາໃຊ້ມາດຕະການທາງກົດໝາຍ ແລະ ມາດຕະການທາງເສດຖະກິດຢ່າງເຂັ້ມງວດ ແລະ ເດັດຂາດ; ການສ້າງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງທ້ອງຖິ່ນ, ເສັ້ນທາງຊາຍແດນ, ເສັ້ນທາງໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໃຫ້ໄດ້ຮັບການປັບປຸງດີຂຶ້ນ; ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແມ່ນໍ້າຂອງ ແລະ ແມ່ນໍ້າຊາຍແດນ, ການປັບ ປຸງພື້ນຖານໂຄງລ່າງດ່ານສາກົນຕ່າງໆ ສະເໜີໃຫ້ເອົາໃຈໃສ່ເປັນບຸລິມະສິດຕື່ມ.
ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມການລົງທຶນຂອງລັດເຂົ້າໃສ່ການພັດທະນາຂົງເຂດສຶກສາກິລາ, ສາທາ ລະນະສຸກ ໃຫ້ບັນລຸຕາມຄາດໝາຍທີ່ກໍານົດໃນກົດໝາຍ; ພັດທະນາຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບຂຶ້ນຕື່ມ, ສົ່ງເສີມການພັດທະນາສີມືແຮງງານໃຫ້ມີຄຸນນະພາບ, ປະຕິບັດນະໂຍບາຍຕໍ່ບຸກຄົນ ແລະ ຄອບຄົວທີ່ມີຄຸນ ງາມຄວາມດີຕໍ່ປະເທດຊາດ, ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ, ລວມທັງການແກ້ໄຂ ແລະ ຟື້ນຟູເນື້ອທີ່ການຜະລິດຂອງປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດ ກັບເຂົ້າສູ່ສະພາບປົກກະຕິ.
2) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ(2021-2025) ແລະ ທິດທາງຕໍ່ໜ້າ:
ກອງປະຊຸມສະແດງຄວາມຊົມເຊີຍຕໍ່ລັດຖະບານ ແລະ ທຸກພາກສ່ວນ ມີຄວາມພະຍາຍາມນໍາພາຢ່າງຈິງຈັງ ເຮັດໃຫ້ການຜະລິດເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໄດ້ມີບາດກ້າວຂະຫຍາຍຕົວ, ການປຸງແຕ່ງຜະລິດຕະພັນກະສິກໍາມີຈໍານວນເພີ່ມຂຶ້ນ.
ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ຄຸ້ມຄອງ, ກວດກາຄືນວຽກງານການຟື້ນຟູປ່າ ແລະ ປູກປ່າທົດແທນ; ການວາງຄາດໝາຍການຂຶ້ນໃບທະບຽນອອກໃບຕາດິນ ໃຫ້ສອດຄ່ອງກັບຄວາມສາມາດໃນການຈັດຕັ້ງປະ ຕິບັດຕົວຈິງ; ການສົ່ງເສີມການລົງທຶນ, ການເຂົ້າເຖິງແຫຼ່ງທຶນ ຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ມີຄວາມສະດວກຂຶ້ນຕື່ມ.
ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂຢ່າງເດັດຂາດ ຕໍ່ການລັກລອບນໍາເຂົ້າສິນຄ້າທີ່ບໍ່ຖືກກົດໝາຍ, ການຄ້າຂາຍ-ທຸລະກິດນອກລະບົບ; ຄົ້ນຄວ້າປະເພດສິນຄ້າທີ່ເປັນທ່າແຮງ ເພື່ອສຸມທຶນ ຮອນ, ເຕັກນິກວິຊາການ, ແນວພັນ ເຮັດໃຫ້ຜົນຜະລິດກະສິກໍາສະອາດ ນັບມື້ນັບມີປະສິດທິຜົນສູງ; ເອົາໃຈໃສ່ຄຸ້ມຄອງ ແລະ ກວດກາການລົງທຶນດ້ານບໍ່ແຮ່ ໃຫ້ມີຄວາມເຂັ້ມງວດຕາມກົດໝາຍ ແລະ ນິຕິກໍາທີ່ວາງອອກໃນແຕ່ລະໄລຍະ, ແກ້ໄຂຢ່າງຂາດຕົວ ແລະ ເດັດຂາດເຂັ້ມງວດ ຕໍ່ບັນດາໂຄງການທີ່ບໍ່ມີຄຸນນະພາບ ແລະ ບໍ່ເປັນມືອາຊີບ ໂດຍສະເພາະໂຄງການທີ່ໄດ້ຮັບການປະເມີນເປັນປະເພດ C+ ແລະ C; ສູ້ຊົນການເກັບລາຍຮັບຈາກການເຊົ່າ, ສໍາປະທານທີ່ດິນ, ການດໍາເນີນທຸລະກິດແຮ່ທາດ ເຊິິ່ງເປັນລາຍຮັບທີ່ມີມູນຄ່າສູງ ໃຫ້ໄດ້ຢ່າງຄົບຖ້ວນ, ຖືກຕາມຕົວຈິງ ແລະ ຕາມກົດໝາຍກໍານົດ ແລະ ເກັບກູ້ໜີ້ຕ້ອງຮັບຂອງລັດ ໃຫ້ໄດ້ຢ່າງຄົບຖ້ວນ.
3) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ເຊິ່ງໄລຍະຜ່ານມາ ລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ເຂົ້າໃນວຽກງານຕົວຈິງ ແລະ ມີຜົນສໍາເລັດໃນຫຼາຍດ້ານ; ກໍາລັງປ້ອງກັນຄວາມສະຫງົບ ໄດ້ດໍາເນີນການປາບປາມຂະບວນການຄ້າຂາຍຢາເສບຕິດປະເພດຕ່າງໆ ໄດ້ຢ່າງຫຼວງຫຼາຍ ແລະ ມີມາດຕະການແກ້ໄຂຢ່າງເດັດດ່ຽວ, ສາມາດປົກປ້ອງສັງຄົມຈາກໄພຂອງຢາເສບຕິດໄດ້ໃນລະດັບທີ່ແນ່ນອນ.
ກອງປະຊຸມສະເໜີລັດຖະບານ ເພີ່ມທະວີການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບຜົນຮ້າຍຂອງຢາເສບຕິດ ຕໍ່ຊີວິດ ແລະ ສຸຂະພາບຂອງລູກຫຼານ, ສ້າງເງື່ອນໄຂໃຫ້ແນວລາວສ້າງຊາດ, ສະຫະພັນນັກ ຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນບັນດາເຜົ່າ ໄດ້ເຂົ້າຮ່ວມວຽກງານການແກ້ໄຂບັນຫາຢາເສບຕິດຢ່າງແຂງແຮງ; ຄົ້ນຄວ້າການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງໃນການສະກັັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ເປັນລະບົບຄົບຊຸດ ແລະ ວ່ອງໄວຂຶ້ນຕື່ມ; ເອົາໃຈໃສ່ການປັບປຸງສະພາບຄ້າຍຄຸມຂັງດັດສ້າງ ເພື່ອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກຢາເສບຕິດ ສາມາດຟື້ນຟູສຸຂະພາບ ແລະ ມີເງື່ອນໄຂພັດທະນາສີມືແຮງງານ ແລະ ພາຍຫຼັງສໍາເລັດການປິ່ນປົວແລ້ວ ໃຫ້ມີວິຊາອາຊີບທໍາມາຫາກິນ, ບໍ່ໃຫ້ເປັນພາລະແກ່ສັງຄົມ ແລະ ຄອບຄົວ; ເອົາໃຈໃສ່ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄອບຄົວ, ຊຸມຊົນ ໃນວຽກງານການຕ້ານບັນຫາຢາເສບຕິດ ໂດຍສະເພາະແມ່ນການສ້າງບ້ານ, ໂຮງຮຽນ ປອດຢາເສບຕິດ ໃຫ້ມີຈຳນວນເພີ່ມຂຶ້ນ.
4) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2023 ຂອງອົງການກວດກາແຫ່ງລັດ:
ກອງປະຊຸມສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕໍ່ບົດລາຍງານການແກ້ໄຂຜົນການກວດກາ-ກວດສອບ ໄລຍະ 5 ປີ ເຊິ່ງທັງສອງອົງການໄດ້ພະຍາຍາມຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມກົດໝາ ຍ ແລະ ມະຕິສະພາແຫ່ງຊາດ, ມີຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ໃນການສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ໃນຂົງເຂດການເງິນ-ງົບປະມານ, ເກັບກູ້ຊັບສິນຄືນເຂົ້າງົບປະມານແຫ່ງລັດໄດ້ຈໍານວນບໍ່ໜ້ອຍ ແລະ ໄດ້ນຳຜູ້ກະທຳຜິດເຂົ້າສູ່ຂະບວນການຍຸຕິທຳຫຼາຍຂຶ້ນ ເຮັດໃຫ້ປະຊາຊົນມີຄວາມເຊື້ອໝັ້ນຕໍ່ການຄຸ້ມຄອງລັດດ້ວຍກົດໝາຍ.
ກອງປະຊຸມສະເໜີໃຫ້ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ໃຫ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໄຈ້ແຍກລະອຽດ, ອັນໃດສາມາດແກ້ໄຂໄດ້ ແລະ ອັນໃດບໍ່ສາມາດເກັບກູ້ໄດ້ ຫຼື ບໍ່ມີຕົວຕົນແລ້ວ ເພື່ອມີທິດທາງແກ້ໄຂ; ສືບຕໍ່ຄົ້ນຄວ້າການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍຂອງ 2 ອົງການ ເພື່ອກໍານົດມາດຕະການແກ້ໄຂບັນຫາຕ່າງໆ; ເພີ່ມທະວີການກວດກາປົກກະຕິ, ກວດກາແຕ່ຫົວທີ, ກວດກາຕໍ່ເນື່ອງ ແລະ ກວດກາຮອບດ້ານ ໃຫ້ແຂງແຮງຂຶ້ນຕື່ມ; ຖືເອົາການແກ້ໄຂຜົນການສອບ ເປັນເງື່ອນໄຂ ແລະ ບ່ອນອີງໃນການຕີລາຄາ ແລະ ປະເມີນຜົນ ແລະ ການປະຕິບັດນະໂຍບາຍຕໍ່ການຈັດຕັ້ງ ແລະ ພະນັກງານ-ລັດຖະກອນ; ສະເໜີລັດຖະບານຄົ້ນຄວ້າຈັດສັນງົບປະມານ ແລະ ສະໜອງເຄື່ອງມື, ອຸປະກອນທີ່ທັນສະໄໝ ແລະ ຈຳເປັນ ໃຫ້ແກ່ວຽກງານກວດກາ-ກວດສອບ ເພື່ອສາມາດເຄື່ອນໄຫວວຽກງານມີປະສິດທິພາບດີຂຶ້ນ.
5) ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານປະຈໍາປີ 2026:
ກອງປະຊຸມຕີລາຄາສູງຕໍ່ສອງອົງການທີ່ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ມີຄວາມຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບຕົວຈິງ; ໄດ້ເອົາໃຈໃສ່ຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ແລະ ມະຕິສະພາແຫ່ງຊາດ ເຂົ້າໃນປັບປຸງຂະບວນການຍຸຕິທໍາ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຮັບປະກັນຄວາມຍຸຕິທໍາ, ຖືກຕ້ອງຕາມກົດໝາຍແລະ ສອດຄ່ອງຕາມຄວາມຈິງ.
ກອງປະຊຸມສະເໜີໃຫ້ເອົາໃຈໃສ່ການບໍາລຸງສ້າງ, ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ໃຫ້ແກ່ຜູ້ພິພາກສາກາຍເປັນມືອາຊີບ; ຖືສໍາຄັນດ້ານຈັນຍາບັນຈັນຍາທໍາຂອງພະນັກງານຜູ້ພິພາກສາ; ສ້າງຕັ້ງສານເຂດ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງຂະບວນການຍຸຕິທໍາໄດ້ຢ່າງສະດວກ, ວ່ອງໄວ; ເອົາໃຈໃສ່ການປະສານສົມທົບລະ ຫວ່າງ 4 ພາກສ່ວນ ໃຫ້ມີຄວາມແໜ້ນແຟ້ນ ເພື່ອສະດວກໃນການແກ້ໄຂຄະດີຕາມຂະບວນການຍຸຕິທຳ; ເອົາໃຈ ໃສ່ລົງເລິກຕິດຕາມກວດກາການປະຕິບັດກົດໝາຍຢູ່ສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງ ແລະ ຄ້າຍດັດສ້າງ ໃຫ້ເຂັ້ມງວດ; ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂບັນຫາຄໍາຕັດສິນຂອງສານ ເພື່ອຫຼຸດ ຜ່ອນຈໍານວນຄະດີທີ່ສານຕັດສິນແລ້ວ ແຕ່ບໍ່ສາມາດປະຕິບັດຕາມຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ຕາມລັດຖະທໍມະນູນ ແລະ ກົດໝາຍ.
6) ກອງປະຊຸມໄດ້ພິຈາະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງກອງປະຊຸມໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພະປະຊາຊົນຂັ້ນແຂວງ ໃນຕະຫຼອດໄລຍະ 5 ປີ ຜ່ານມາ ໂດຍສະເພາະໃນການປະຕິບັດ 3 ພາ ລະບົດບາດຂອງຕົນໄດ້ມີຄວາມສໍາເລັດຫຼາຍດ້ານ, ສະແດງເຖິງຄຸນນະພາບໃນການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ຮັບການຍົກສູງຂຶ້ນ, ປະຊາຊົນມີຄວາມສົນໃຈ ແລະ ຕິດຕາມການເຄື່ອນ ໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຫຼາຍຂຶ້ນ.
ກອງປະຊຸມໄດ້ສະເໜີໃຫ້ເອົາໃຈໃສ່ຕໍ່ການຍົກສູງຄຸນນະພາບຂອງສະພາແຫ່ງຊາດ ເປັນຕົ້ນການສ້າງ ແລະ ປັບປຸງກົດໝາຍ ໃຫ້ເປັນລະບົບ ແລະ ມີຄຸນນະພາບດີຂຶ້ນ, ມີຄວາມສອດຄ່ອງກັບຄວາມເປັນຈິງ, ສູ້ຊົນເຮັດໃຫ້ການຕົກລົງບັນ ຫາສໍາຄັນພື້ນຖານຂອງຊາດ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ, ຜົນປະໂຫຍດ ລວມຂອງຊາດ ກໍຄືສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ; ເອົາໃຈໃສ່ການຕິດຕາມກວດກາ ແລະ ແກ້ໄຂຜົນການຕິດຕາມກວດກາບັນຫາເຄັ່ງຮ້ອນຂອງສັງຄົມ ໂດຍສະເພາະບັນຫາຜົນກະທົບຂອງໂຄງການການລົງທຶນດ້ານແຮ່ທາດ ຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ, ການເໜັງຕີງຂອງລາຄາສິນຄ້າ, ຄ່າຄອງຊີບສູງ, ບັນຫາຢາເສບຕິດ ແລະ ອື່ນໆ; ເອົາໃຈໃສ່ການລົງພົບປະກັບຜູ້ມີສິດເລືອກຕັ້ງ ເພື່ອຮັບຟັງຄວາມຄິດຄວາມເຫັນ, ຄວາມຂັດຂ້ອງໝອງໃຈຂອງປະຊາຊົນ ແລະ ນໍາມາຄົ້ນຄວ້າຮ່ວມກັບບັນດາອົງການອໍານາດລັດ ເພື່ອພິຈາລະນາແກ້ໄຂ; ຍົກສູງປະສິດທິພາບໃນການເຄື່ອນໄຫວຕ່າງປະເທດ ເພື່ອຍົກສູງບົດບາດອິດທິພົນຂອງປະເທດເຮົາໃນເວທີພາກພື້ນ ແລະ ສາກົນ.
7) ກອງປະຊຸມໄດ້ຮັບຟັງທ່ານຮອງປະທານສະພາແຫ່ງຊາດ ເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ສະເໜີຜົນງານການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ 50 ປີ ແລະ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ; ຕາງໜ້າຄະນະກໍາມະການເລືອກຕັ້ງລະດັບຊາດ ລາຍງານເບື້ອງຕົ້ນກ່ຽວກັບການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ສະເໜີໃຫ້ສະ ພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ເປັນເຈົ້າການໃນການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ແລະ ກ້າວໄປເຖິງການດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕົ້ນປີ 2026.
ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງວັນຄົບຮອບ 50 ປີຂອງສະພາແຫ່ງຊາດ, ສະພາແຫ່ງຊາດ ໄດ້ຈັດພິທີ ປະດັບຫຼຽນໄຊແຮງງານປະເພດຕ່າງໆ ໃຫ້ແກ່ສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກສະພາແຫ່ງຊາດ ຊຸດທີ IX, ມອບຫຼຽນກາລະນຶກ 50 ປີ ວັນສ້າງຕັ້ງສະພາແຫ່ງຊາດ ແລະ ຫຼຽນກາລະນຶກ 5 ປີ ຂອງສະພາແຫ່ງຊາດ ເພື່ອຢັ້ງຢືນການສໍາເລັດໜ້າທີ່ການເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX.
8.) ກອງປະຊຸມໄດ້ຮັບຟັງການຊີ້ແຈງຕໍ່ຄໍາຊັກຖາມຂອງທ່ານນາຍົກລັດຖະມົນຕີ, ບັນດານທ່ານໃນຄະນະລັດຖະ ບານ ທັງໝົດ 6 ທ່ານ ເຊິ່ງກອງປະຊຸມສະພາແຫ່ງຊາດ ໄດ້ເກັບກໍາ, ສັງລວມເອົາບັນຫາເຄັ່ງຮ້ອນຂອງສັງຄົມ, ຄວາມຄິດຄວາມເຫັນຂອງປະຊາຊົນລາວບັນດາເຜົ່າ ແລະ ບັນດາການນໍາຂອງບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ໄດ້ຊີ້ແຈງ, ອະທິ ບາຍຢ່າງຈະແຈ້ງ, ຄົບຖ້ວນ ເພື່ອສ້າງຄວາມເຂົ້າໃຈ, ຄວາມຮັບຮູ້ ເຖິງສະພາບຕົວຈິງ, ບັນດາວຽກທີ່ລັດຖະບານພວມສຸມໃສ່ແກ້ໄຂໃນປັດຈຸບັນ.
ນອກນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານຂອງຫົວໜ້າກອງເລຂານຸການກອງປະຊຸມສະພາແຫ່ງຊາດ ກ່ຽວກັບຜົນການຕົກລົງຂອງກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໃນການພິຈາລະນາການສະເໜີນະໂຍບາຍພັກການ-ຮັບອຸດໜູນບໍານານຂອງສະມາຊິກລັດຖະບານ ຈໍານວນ 1 ທ່ານ ຕາມການສະເໜີຂອງທ່ານນາຍົກລັດຖະມົນຕີ.
ໃນຕະຫຼອດໄລຍະ 5 ປີທີ່ຜ່ານມາ ເຖິງວ່າສະພາບການຂອງໂລກ ແລະ ພາກພື້ນ ໄດ້ຜັນແປຢ່າງສັບສົນ, ວ່ອງໄວ ຄາດຄະເນໄດ້ຍາກ ສົ່ງຜົນກະທົບຫຼາຍຢ່າງທາງດ້ານບວກ ແລະ ທາງດ້ານລົບຕໍ່ປະເທດເຮົາ. ຢູ່ພາຍໃນປະເທດ ຄຽງຄູ່ກັບຜົນສໍາເລັດໃຫຍ່ຫຼວງໃນພາລະກິດປ່ຽນແປງໃໝ່ ແຕ່ພວກເຮົາທີ່ໄດ້ປະເຊີນໜ້າກັບສິ່ງທ້າທາຍທົດສອບຫຼາຍຢ່າງ; ເຖິງຢ່າງໃດກໍຕາມ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ຕັ້ງໜ້າ ແລະ ເປັນເຈົ້າການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ເປັນຕົ້ນ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ເຊິ່ງສາມາດຍາດໄດ້ຜົນສໍາເລັດພົ້ນເດັ່ນຫຼາຍຢ່າງ. ມາຮອດນີ້ ສະ ພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ IV ໄດ້ເຮັດຫຼ້ອນພາລະກໍາປະຫວັດສາດອັນມີກຽດຂອງຕົນ ໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ແຕ່ລະທ້ອງຖິ່ນ. ໃນສະເພາະໜ້ານີ້ ພວກເຮົາຈະໄດ້ພ້ອມກັນກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V.
ປະຕິບັດຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະການ, ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຈໍານວນໜຶ່ງ ອາດຈະໄດ້ສືບຕໍ່ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາຊຸດໃໝ່, ຈໍານວນໜຶ່ງອາດຈະໄປຮັບໜ້າທີ່ວຽກງານໃນຂົງເຂດອື່ນ ແລະ ຈໍານວນໜຶ່ງອາດຈະໄດ້ພັກຜ່ອນບໍານານຕາມລະບຽບການ; ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຫວັງວ່າ ທຸກໆທ່ານຈະຮັກສາ ແລະ ເສີມຂະຫຍາຍມູນເຊື້ອແຫ່ງນໍ້າໃຈປະຕິວັດ, ມູນເຊື້ອຮັກຊາດຂອງຕົນ ສືບຕໍ່ເປັນຄັນທຸງແກ່ການເຕົ້າໂຮມຄວາມສາມັກຄີພາຍໃນຊາດ ແລະ ລະຫວ່າງເຜົ່າຕ່າງໆ ສືບຕໍ່ພາລະບົດບາດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄປຕາມຈຸດໝາຍທີ່ພັກເຮົາໄດ້ວາງໄວ້. ໃນສະເພາະໜ້າ ໃຫ້ເອົາໃຈໃສ່ເຂົ້າຮ່ວມການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາ ຊົນຂັ້ນແຂວງຊຸດໃໝ່ ໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ແມ່ນໝາກຜົນລວມຍອດທາງສະຕິປັນຍາ, ສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາ ຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດຕະ ການຕົວຈິງ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ການນໍາພາຂອງພັກ, ລັດຖະບານ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຜົນສໍາເລັດຢ່າງຈົບງາມ ກໍຍ້ອນມີການຊີ້ນໍາຢ່າງໃກ້ຊິດຈາກກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ຍ້ອນຄວາມຮັບຜິດຊອບສູງຂອງລັດຖະບານ, ບັນດາກະຊວງ, ອົງການກວດກາ ແລະ ກວດສອບ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ແລະ ຂະແໜງການກ່ຽວຂ້ອງ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຢ່າງກວ້າງຂວາງ.
ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ ທີ່ຍາມໃດກໍໄດ້ໃຫ້ການຊີ້ນໍາຢ່າງໃກ້ຊິດຕໍ່ສະພາແຫ່ງຊາດ ໂດຍຕະຫຼອດມາ, ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງບັນດາການນໍາພັກ-ລັດ, ສູນກາງແນວລາວສ້າງຊາດ, ສະ ຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມ.
ຂອບໃຈມາຍັງປະຊາຊົນລາວບັນດາເຜົ່າຢູ່ພາຍໃນ ແລະ ຊາວລາວທີ່ຢູ່ຕ່າງປະເທດ ທີ່ໄດ້ໃຫ້ຄວາມສົນໃຈ, ຕິດ ຕາມຢ່າງຈົດຈໍ່ການດໍາເນີນກອງປະຊຸມຂອງພວກເຮົາໃນຄັ້ງນີ້ ແລະ ສົ່ງຄໍາຄິດເຫັນຜ່ານໂທລະສັບສາຍດ່ວນມາຍັງກອງປະຊຸມເປັນຈໍານວນຫຼວງຫຼາຍ.
ຂໍສະແດງຄວາມຂອບໃຈຕໍ່ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ມີສ່ວນຮ່ວມເຂົ້າໃນຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ເປັນຕົ້ນ ກອງເລຂານຸການກອງປະຊຸມ ທີ່ເອົາໃຈໃສ່ຮັບຜິດຊອບເນື້ອໃນ, ວຽກບໍລິຫານ-ພິທີການຮອບດ້ານ.
ຂໍຂອບໃຈຕໍ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ໄດ້ປະກອບສ່ວນເຮັດໃຫ້ກອງປະຊຸມມີຄາມຄວາມປອດໄພທຸກປະການ ແລະ ຂອບໃຈຕໍ່ບັນດາສື່ມວນຊົນ ທີ່ໄດ້ເອົາໃຈໃສ່ເຜີຍແຜ່ການດໍາເນີນກອງປະຊຸມສະພາແຫ່ງຊາດ ໃຫ້ສັງຄົມໄດ້ເຂົ້າເຖິງ ເຊິ່ງເປັນການເພີ່ມຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ທຸກບັນຫາທີ່ນໍາມາພິຈາລະນາຮັບຮອງໃນກອງປະ ຊຸມສະໄໝສາມັນເທື່ອທີ 10 ນີ້ ແລະ ຕິດຕາມຢ່າງຕໍ່ເນື່ອງ.
ກອງປະຊຸມສະເໜີໃຫ້ຄະນະປະຈໍາສະພາແຫ່ງຊາດ, ບັນດາກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດ, ລັດຖະບານ, ອົງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍມະຕິກອງປະຊຸມຄັ້ງນີ້ ເຂົ້າໃນການປະຕິບັດວຽກງານຂອງແຕ່ລະພາກສ່ວນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
ສຸດທ້າຍນີ້, ຂໍອວຍພອນໃຫ້ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ບັນດາທ່ານຜູ້ນໍາຂັ້ນສູງພັກ-ລັດ, ອະດີດຜູ້ນໍາພັກ-ລັດ, ສະມາຊິກສະພາແຫ່ງຊາດ ຕະຫຼອດຮອດພະນັກງານ, ທະຫານ-ຕຳ ຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກໃນຄອບຄົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນ, ພ້ອມກັນເບີກບານຕ້ອນຮັບວັນສ້າງຕັ້ງສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ – ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ຢ່າງມີເນື້ອໃນ ແລະ ຄວາມໝາຍສໍາຄັນເລິກເຊິ່ງ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍປະກາດປິດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການນັບແຕ່ເວລານີ້ເປັນຕົ້ນໄປ.

