ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສິນນໍ້າໃຈ

​ພ.ຈ. 24, 2022 | ສ້າງສັນສັງຄົມ

ດັ້ນກີບເມກ
ບັນຫາປິ່ນອ້ອມການສຶກສານັ້ນບໍ່ເປັນພຽງແຕ່ ເກີດຈາກວິທີການສອນຂອງຄູ ຫຼື ຄູເອງຍັງຫົວເກົ່າບໍ່ປະຕິບັດຕາມແນວທາງປະຕິຮູບການສຶກສາໄລຍະໃໝ່ ແລະ ຍຸກສະໄໝ (ເວົ້າສະເພາະຄູບາງຄົນ) ໝາຍຄວາມວ່າກະໂຕຄູເອງຫັ້ນລະ ທີ່ບໍ່ຊອກວິທີສອນ, ບໍ່ປັບປຸງວິທີສອນ, ບໍ່ຊອກຄວາມຮູ້, ບໍ່ອ່ານຄົ້ນຄວ້າເປັນແບບຢ່າງໃຫ້ແກ່ນັກຮຽນ-ນັກສຶກສາ, ບາງສະຖາບັນການສຶກສາອາດປາກົດມີຄູບາງຄົນເຂົ້າຫ້ອງການເວົ້າແຕ່ເລື່ອງຊື້ຫວຍ-ຕີແຕ່ຄວາມຝັນແຕ່ບໍ່ເຄີຍຕີຄວາມວິຊາການ.
ຜູ້ຂຽນໄດ້ຮັບຟັງນັກສຶກສາບາງຄົນເລົ່າສູ່ຟັງເລື່ອງການສຶກສາຄົ້ນຄວ້າ-ສອບເສັງປ້ອງກັນບົດຈົບຊັ້ນ ເຊິ່ງປະກອບມີນັກສຶກສາຈໍານວນໜ້ອຍໜຶ່ງເວົ້າວ່າ ເວລາຂຽນບົດຈົບແລ້ວ ແຕ່ຍັງບໍ່ກ້າເອົາໄປໃຫ້ອາຈານກວດໃຫ້ ເພາະບໍ່ມີເງິນໃສ່ຊອງເປັນສິນນໍ້າໃຈ ເລື່ອງແບບນີ້ທ່ານຜູ້ອ່ານຟັງຫູໄວ້ຫູຢ່າຟ້າວໃຈຮ້ອນໂວຍວາຍດ່ວນສະຫຼຸບ! ຖ້າວ່າອ່ານກວດບົດແລ້ວຕ້ອງມີສິນນໍ້າໃຈ-ມີຊອງຂາວ, ມີກະຕ່າໝາກໄມ້ຂອງຂວັນແທ້ ບັນດານັກສຶກສາທີ່ມາຈາກຕ່າງແຂວງຖົງແປມີແຕ່ເງິນຄ່າກິນ-ຄ່າຢູ່-ຄ່າຮຽນ ແຕ່ບໍ່ມີໃສ່ຊອງຄ່າກວດບົດເຂົາຮູ້ສຶກອາຍ ບໍ່ກ້າເອົາໄປໃຫ້ອາຈານກວດໃຫ້.
ຜູ້ຂຽນຍົກເລື່ອງຄ່າກວດບົດນີ້ຂຶ້ນມາອາດບໍ່ມີລະບຽບວິໄນຂອງໂຮງຮຽນ ແຕ່ດ້ານພຶດຕິກໍາມັນປາກົດຈະແຈ້ງທີ່ຮູ້ແກ່ໃຈ-ເຫັນຕໍາຕາ ມັນກໍເປັນປາກົດການຫຍໍ້ທໍ້ ຫຼາຍເຕີບໃຫ້ແກ່ວົງການການສຶກສາ ອາດເອົາທຸລະກິດອາຫານ, ເຄື່ອງນຸ່ງ-ຮ້ານກອບປີເຂົ້າໃນລະບຽບໂຮງຮຽນ ແລ້ວຍັງບັງຄັບໃຫ້ນັກສຶກສາວ່າຕ້ອງໄປກິນເຂົ້າຮ້ານນັ້ນ, ຊື້ຮ້ານນີ້ ແຕ່ລາຄາສິນຄ້າຮ້ານດັ່ງກ່າວ ພັດແພງກວ່າຮ້ານອື່ນ ເພາະຕ້ອງໄດ້ຈ່າຍຄ່າສໍາປະທານນໍານໍ!
ສັງລວມວ່າ: ຖ້າສະຖາບັນການສຶກສາມີທ່າອ່ຽງຜູກຂາດເອົາທຸລະກິດກາຍເປັນທຸລະກິດການສຶກສາໃນທາງທີ່ບໍ່ເໝາະສົມຖືກຕ້ອງຄືຊິບໍ່ຕ່າງກັບຮ້ານຂາຍຢາກັບໂຮງໝໍ… ຜູ້ຂຽນອະທິບາຍມາຂ້າງເທິງນັ້ນ ຕາມຫາງສຽງນັກສຶກສາສົ່ງຂ່າວ ເປັນແນວໃດກໍຂໍແລກປ່ຽນນໍາກັນເນີ້!