(ສພຊ) – ວັນທີ 4-5 ທັນວານີ້ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມເຝິກອົບຮົມໃຫ້ແກ່ພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເພື່ອຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ), ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ປຸກລະດົມຂະບວນການ; ມີບັນດາທ່ານກຳມະການ ຄລຊ, ພະນັກງານນຳພາ-ຄຸ້ມຄອງອ້ອມຂ້າງສູນກາງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອກະກຽມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ດໍາເນີນຖືກຕ້ອງຕາມເນື້ອໃນ, ຈິດໃຈ ຂອງມະຕິກົມການເມືອງສູນກາງພັກ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ແລະ ມີຄວາມເປັນເອກະພາບແຕ່ລະພາກສ່ວນ ເພື່ອເຮັດໃຫ້ການກະກຽມການເລືອກຕັ້ງຄັ້ງນີ້ ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ ທັງເປັນການສຶກສາອົບຮົມການເມືອງ-ແນວຄິດ ແລະ ປຸກລະດົມການເສີມຂະຫຍາຍຈິດໃຈຮັກຊາດ ສິດປະຊາທິປະໄຕ ໃນການເລືອກຕັ້ງ, ຍົກສູງສະຕິຊາດ, ມີຄວາມເປັນເອກະພາບ ແລະ ຄວາມສາມັກຄີປອງດອງ, ຍົກສູງສະຕິລະວັງຕົວ, ເປັນເຈົ້າການຕໍ່ຕ້ານກົນອຸບາຍ ແລະ ການທຳລາຍຂອງພວກປໍລະປັກ ທີ່ຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ເອກະສານສຳຄັນຄື: ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີນໍາພາ-ຊີ້ນໍາຂອງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ເພີ່ມທະວີການນຳພາແນວຄິດ ແລະ ເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະ ພາປະຊາຊົນຂັ້ນແຂວງ ຊຸດທີ V; ເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ການຈັດຕັ້ງປະຕິບັດແຜນດຳເນີນງານຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄຳຖາມ-ຄຳຕອບ ກ່ຽວກັບການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V; ຄຳຖາມ-ຄຳຕອບ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຄຳຖາມ-ຄຳຕອບ ກ່ຽວກັບລະບຽບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຄໍາແນະນໍາກ່ຽວກັບການແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດເລືອກຕັ້ງຂັ້ນທ້ອງຖິ່ນ, ຢູ່ສະຖານທູດ, ກົງສູນລາວ ແລະ ສຳນັກງານຜູ້ຕາງໜ້າຖ້າວອນຂອງ ສປປລາວ ຢູ່ຕ່າງປະເທດ; ຄໍາແນະນໍາກ່ຽວກັບການໂຄສະນາ ແລະ ປຸກລະດົມຂະບວນການ; ຄຳແນະນຳກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄຳແນະນຳກ່ຽວກັບລະບຽບການຄຸ້ມຄອງງົບປະມານຮັບໃຊ້ໃຫ້ແກ່ການເລືອກຕັ້ງ; ຄຳແນະນຳກ່ຽວກັບການຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມເຝິກອົບຮົມພະນັກງານຫຼັກແຫຼ່ງທົ່ວປະເທດ ກ່ຽວກັບວຽກງານເລືອກຕັ້ງ.
ຜູ້ເຂົ້າຮ່ວມໄດ້ເອົາໃຈໃສຄົ້ນຄວ້າ, ເຊື່ອມຊຶມ ແລະ ປະກອບຄວາມເຫັນຕໍ່ແຕ່ລະເນື້ອໃນ ເພື່ອຄວາມເຂົ້າໃຈເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ.
(ນາງ ກຸກກິກ ບຸດດາໄຊ)

