ສຳເລັດກອງປະຊຸມສະໄໝສາມັນເທື່ອທີ 9 ສປນວ ຊຸດທີ II

​ກ.ກ. 14, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ພາຍຫຼັງດໍາເນີນມາເປັນເວລາ 4 ວັນເຄິ່ງ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ, ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ II ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 11 ກໍລະກົດຜ່ານມາ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານການນໍາພັກ-ລັດຂັ້ນສູງ ນວ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນ.
ກອງປະຊຸມມີຄວາມເປັນເອກະພາບສູງຮັບຮອງເອົາບັນຫາສໍາຄັນຂອງນະຄອນຫຼວງ ຄື:
1. ບົດລາຍງານຂອງທ່ານເຈົ້າຄອງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025;
2. ການສະເໜີປັບລາຄາຊົມໃຊ້ນໍ້າປະປາ ປີ 2025 ຂອງລັດວິສາຫະກິດນໍ້າປະປາ ນວ;
3. ການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງ ຕາມການສະເໜີຂອງທ່ານເຈົ້າຄອງ;
4. ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ;
5. ບົດສະຫຼຸບຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ແລະ ແຜນການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສປນວ ຊຸດທີ II.
ກອງປະຊຸມໄດ້ຮັບຟັງການລາຍງານການປະເມີນຕີລາຄາໂດຍສັງເຂບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025); ການຈັດຕັ້ງປະຕິບັດ 8 ແຜນງານ, 20 ໂຄງການລະດັບຊາດ, ໂຄງການປິ່ນອ້ອມທີ່ກໍານົດໃນແຜນການ 5 ປີ; ການລາຍງານ ແລະ ປະກອບຄໍາເຫັນໃສ່ແຜນພັດທະນາວຽກງານສະພາປະຊາຊົນນະຄອນຫຼວງວຽງຈັນ ໄລຍະປີ 2026-2030; ການລາຍງານ ແລະ ຊີ້ແຈງບັນຫາສໍາຄັນຕາມການສະເໜີຂອງຄະນະປະຈໍາ ສປນວ ຄື: ການຕິດຕາມກວດກາ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທ່ອງທ່ຽວ ແລະ ບັນເທີງ, ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ເຂດບ້ານໂຄກສີວິໄລ ເມືອງໄຊທານີ ຫາ ບ້ານສົມສະຫວາດ ເມືອງປາກງື່ມ, ວິທີການ ແລະ ມາດຕະການແກ້ໄຂບັນຫານໍ້າຖ້ວມຂັງພາຍໃນຕົວເມືອງ, ສະພາບການເກີດອັກຄີໄພ ແລະ ວິທີການ-ມາດຕະການສະກັດກັ້ນ ແລະ ແກ້ໄຂໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ຮັບຟັງການຊີ້ແຈງບາງບັນຫາສໍາຄັນຈໍານວນໜຶ່ງ ທີ່ຜູ້ແທນຊັກຖາມ ແລະ ຍົກຂຶ້ນໃນກອງປະຊຸມ ຈາກອົງການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຢ່າງຈະແຈ້ງຊັດເຈນ.
ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ອີກ 6 ເດືອນທ້າຍປີ 2025 ແມ່ນໄລຍະມ້ວນທ້າຍໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ບັນດາຄາດໝາຍດ້ານຕ່າງໆທີ່ກໍານົດໃນມະຕິກອງປະ ຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ເຊິ່ງໃນສະພາບທີ່ປະເທດຂອງພວກເຮົາຍັງຈະສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ ທັງຈາກພາກພື້ນ ແລະ ສາກົນ ບວກກັບຄວາມບອບບາງຂອງສະພາບເສດຖະກິດພາຍໃນ ຈຶ່ງຮຽກຮ້ອງໃຫ້ທົ່ວອົງການຈັດຕັ້ງພັກ-ລັດຂອງ ນວ, ກໍາລັງປະກອບອາວຸດ ແລະ ປວງຊົນຊາວ ນວ ຈະຕ້ອງໄດ້ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆ ເພື່ອພ້ອມກັນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ມະຕິ VII ຂອງອົງຄະນະພັກ ນວ ໄປພ້ອມໆກັບການຈັດຕັ້ງປະຕິບັດບັນດາຄາດໝາຍທີ່ໄດ້ກໍານົດໃນມະຕິກອງປະຊຸມຄັ້ງນີ້ ໃຫ້ບັນລຸຜົນສໍາເລັດຕາມແຜນການທີ່ວາງໄວ້; ສູ້ຊົນສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໃຫ້ແຂງແຮງ ແລະ ເປັນຂະບວນການທີ່ຟົດຟື້ນຂຶ້ນກວ່າເກົ່າ; ເພີ່ມທະວີຄວາມເອົາໃຈໃສ່ ແລະ ຄວາມເປັນເຈົ້າການໃນການກະກຽມສ້າງຂະບວນການຮອບດ້ານໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ນວ, ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ການກະ ກຽມເປັນເຈົ້າພາບງານກິລາແຫ່ງຊາດ ທີ່ຈະໄດ້ຈັດຂຶ້ນໃນທ້າຍປີນີ້.
ສຳລັບການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງຕາມການສະເໜີຂອງທ່ານເຈົ້າຄອງນັ້ນ ແມ່ນໂຮມພະແນກແຜນການ ແລະ ການລົງທຶນ (ໂອນວຽກບໍລິຫານຈັດຕັ້ງ, ກວດກາ, ແຜນການ, ປະເມີນຜົນຮ່ວມມື, ສະຖິຕິ) ເຂົ້າກັບພະແນກການເງິນ ຊື່ໃໝ່ວ່າ: ພະແນກການເງິນ; ໂຮມພະແນກພະລັງງານ ແລະ ບໍ່ແຮ່ ເຂົ້າກັບພະແນກອຸດສາຫະກຳ ແລະ ການຄ້າ ຊື່ໃໝ່ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ; ໂຮມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກກະສິກຳ ແລະ ປ່າໄມ້ ເຂົ້າກັນ ຊື່ໃໝ່ວ່າ: ພະແນກກະສິກຳ ແລະ ສິ່ງແວດລ້ອມ; ໂອນວຽກຖະແຫຼງຂ່າວ ຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມ ນວ, ເມືອງ ແລະ ປ່ຽນຊື່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນພະແນກວັດທະນະທຳ ແລະ ການທ່ອງທ່ຽວ; ໂອນວຽກສົ່ງເສີມການລົງທຶນ ແລະ ວຽກກວດກາການລົງທຶນ ຂອງພະແນກແຜນການ ແລະ ການລົງທຶນ ນວ, ເມືອງ ໄປເຂົ້າກັບຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ຊື່ໃໝ່ວ່າ: ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ນວ; ຮັບຮອງເອົາອົງການກາແດງ ນວ ເປັນກົງຈັກຂອງອົງການປົກຄອງ ນວ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງດໍາລັດສະບັບເລກທີ 22/ນຍ, ລົງວັນທີ 28 ມັງກອນ 2022; ຍຸບເລີກພະແນກພາຍໃນ ໂດຍຈັດສັນໂອນບັນດາໜ້າວຽກໄປຂຶ້ນກັບຄະນະຈັດຕັ້ງ, ຫ້ອງວ່າການ, ກອງບັນຊາການປ້ອງກັນຄວາມສະຫງົບ ແລະ ພະແນກການເງິນ.