ສຳມະນາເຜີຍແຜ່ສົນທິສັນຍາສາກົນດ້ານສິດທິມະນຸດທີ່ ສປປລາວ ເຂົ້າເປັນພາຄີ

ກ.ຍ. 27, 2022

(ສພຊ) ເພື່ອເປັນການເຜີຍແຜ່ສົນທິສັນຍາ ກໍຄືກົດໝາຍສາກົນ ທີ່ ສປປລາວ ເຂົ້າເປັນພາຄີ ຕາມຂອບເຂດສິດ ແລະ ພາລະບົດບາດຂອງສະພາແຫ່ງຊາດ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໄດ້ຮັບຊາບ ແລະ ມີສ່ວນຮ່ວມໃນການຊຸກຍູ້ ແລະ ຕິດຕາມວຽກງານດັ່ງກ່າວ ທັງເພື່ອໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການເຄື່ອນໄຫວວຽກງານສິດທິມະນຸດຂອງ ສປປລາວ ໃນເວທີພາກພື້ນ ແລະ ສາກົນ.
ກອງປະຊຸມສຳມະນາເຜີຍແຜ່ສົນທິສັນຍາສາກົນດ້ານສິດທິມະນຸດທີ່ ສປປລາວ ເຂົ້າເປັນພາຄີ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ 4 ແຂວງພາກເໜືອ ຄື: ຫຼວງພະບາງ, ໄຊຍະບູລີ, ຫົວພັນ ແລະ ຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 26 ກັນຍາ 2022 ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກໍາມາທິການການຕ່າງປະເທດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ແລະ ທ່ານ ວົງສະຫວັນ ເທບພະຈັນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ, ປະທານສະພາປະຊາຊົນແຂວງຫຼວງພະບາງ; ເຂົ້າຮ່ວມມີບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ 4 ແຂວງພາກເໜືອ, ບັນດາວິທະຍາກອນຈາກກຳມາທິການການຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ກະຊວງພາຍໃນ, ບັນດາທ່ານຄະນະກົມຂອງກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ພ້ອມດ້ວຍຄະນະພະແນກ, ວິຊາການກ່ຽວຂ້ອງຂອງສະພາປະຊາຊົນແຂວງ 4 ແຂວງ ແລະ ສະພາແຫ່ງຊາດ.
ກອງປະຊຸມໄດ້ຮັບຟັງ ແລະ ສຸມໃສ່ສົນທະນາແລກປ່ຽນບົດຮຽນ ຢ່າງກົງໄປກົງມາ ກ່ຽວກັບຄວາມຮູ້ພື້ນຖານວຽກງານສິດທິມະນຸດ ແລະ ການເຄື່ອນໄຫວວຽກງານສິດທິມະນຸດ ແລະ ການເຄື່ອນໄຫວວຽກງານສິດທິມະນຸດຂອງ ສປປລາວ ໃນເວທີພາກພື້ນ ແລະ ສາກົນ, ວຽກງານຄຸ້ມຄອງການເຄື່ອນໄຫວສາສະໜາ ຢູ່ ສປປລາວ, ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ.
ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 2 ວັນເຕັມ ເຖິງວັນທີ 27 ກັນຍາ ຈຶ່ງຈະສຳເລັດ ເຊິ່ງຈະໄດ້ສືບຕໍ່ຮັບຟັງ ແລະ ສົນທະນາກ່ຽວກັບພາລະບົດບາດຂອງສະພາແຫ່ງຊາດ ຕໍ່ການພິຈາລະນາໃຫ້ສັດຕະຍາບັນແກ່ສົນທິສັນຍາສາກົນດ້ານສິດທິມະນຸດ, ການເຂົ້າຮ່ວມຂະບວນການທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນທີ 3 ແລະ ຫົວຂໍ້ອື່ນໆອີກຈຳນວນໜຶ່ງ.
ການສຳມະນາຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນທຶນ ໂດຍແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (ແຜນງານເຊກາ).
(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)