ສຳພາດ ທ່ານ ຄໍາດີ ວົງລ້ອມ ປະທາານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ.

ມ.ຖ. 19, 2025 | ເຂດ 4 ອຸດົມໄຊ

ຕອນເຊົ້າວັນທີ 16 ມິຖຸນາ 2025 ຜ່ານມານີ້, ທ່ານ ຄໍາດີ ວົງລ້ອມ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ໃຫ້ສໍາພາດຜ່ານຊ່ອງລາຍການ ຜູ້ແທນປະຊາຊົນ ຊຶ່ງເປັນຊ່ອງລາຍການໂທລະພາບ ແລະ ວິທະຍຸກະຈາຍສຽງ ຂອງສະພາແຫ່ງຊາດ ໃນການເປັນກະບອກສຽງຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 09 ຂອງສະພາແຫ່ງຊຸດທີ IX ວ່າ; ຂ້າພະເຈົ້າ, ຂໍຕ່າງໜ້າໃຫ້ຄະນະສະມາຊິກສະພາແຫ່ງຊາດ ກໍ່ຄືບັນດາທ່ານຄະນະສະມາຊິກສະພາປະຊາຊົນ ແຂວງອຸດົມໄຊ ຂໍລາຍງານຜົນສໍາເລັດທີ່ພົ້ນເດັ່ນ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ ຂອງສະມາຊິກສະພາແຫ່ງຊາດ ກໍ່ຄື ຂອງສະມາຊິກສະພາປະຊາຊົນແຂວງ ໃນນາມເປັນຕົວແທນຂອງປະຊາຊົນບັນດາເຜົ່າຊາວແຂວງອຸດົມໄຊ ໃນການເຄື່ອນໄຫວວຽກງານ 06 ເດືອນຕົ້ນປີຜ່ານມາ ຊຶ່ງໄດ້ຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນກົດໝາຍ ແລະ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ດັ່ງນີ້:
1) ດ້ານນິຕິບັນຍັດ;
– ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ກໍ່ຄືບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ຄົ້ນຄວ້າປະກອບຄໍາເຫັນໃສ່ການສ້າງ ແລະ ປັບປຸງກົດໝາຍ ທັງໝົດ ຈໍານວນ 12 ສະບັບ (ສ້າງໃໝ່ 02 ສະບັບ ແລະ ປັບປຸງ 10 ສະບັບ) ແລະ ຮ່ວມກັບອົງການປົກຄອງແຂວງ ຈັດຕັ້ງທາບທາມຮ່າງລັດຖະທໍາມະນູນ ສະບັບປັບປຸງປີ 2025;
– ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ຮ່າງນິຕິກໍາໃຕ້ກົດໝາຍຂອງແຂວງ ແລະ ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ຈໍານວນ 01 ສະບັບ;
2) ດ້ານຕົກລົງບັນຫາສໍາຄັນຂອງແຂວງ
– ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ເປັນຕົ້ນ: ແຜນພັດທະນາເສດຖະກິດ-ສັງ ຄົມຂອງແຂວງ, ແຜນງົບປະມານແຫ່ງລັດ ຂອງແຂວງ, ບົດລາຍງານອົງການກວດສອບ, ການເຄືອນໄຫວຂອງສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ບັນຫາອືື່ນໆ ຂອງແຂວງຈໍານວນໜຶ່ງ;
– ຢູ່ຂັ້ນແຂວງ: ພວກເຮົາກໍ່ໄດ້ ເປີດກອງປະຊຸມສະໄໝວິສາມັນ ເທືື່ອທີ 1 ຂອງສະພາປະຊາ ຊົນແຂວງ ຊຸດທີ II ຂຶ້ນ ພິຈາລະນາ ແລະ ຮັບຮອງເອົາ ການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ;
3) ດ້ານຕິດຕາມກວດກາ
ໄດ້ເຄື່ອນໄຫວ ຕິດຕາມກວດກາ ໂຄງການກໍໍ່ສ້າງພະລັງ ງານໄຟຟ້າແສງຕາເວັນຢູູ່ 2 ເມືອງ ຄື: ເມືອງໄຊ ແລະ ເມືອງນາໝໍ້, ຕິດພັນກັບການກໍໍ່ສ້າງເສັ້ນທາງຄົມມະນາຄົມ ຂອງແຂວງອຸດົມໄຊ ໃນ 4 ເມືອງຄື: ເມືອງໄຊ, ເມືອງນາໝໍ້, ເມືອງແບງ ແລະ ເມືອງຮຸນ; ຮ່ວມກັບກໍາມາທິການສະມາຊິກສະພາແຫ່ງຊາດ ລົງເຄື່ອນໄຫວຕິດຕາມ, ເກັບກໍາຂໍ້ມູນ, ປຶກສາຫາລືກ່ຽວກັບວຽກງານການເລືອກຕັ້ງ ສສຊ-ສສຂ; ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂົງເຂດຍຸຕິທໍາ ແລະ ປກຊ-ປກສ ຢູ່ 3 ເມືອງ ຄື: ເມືອງນາໝໍ້, ເມືອງໄຊ ແລະ ເມືອງ ຮຸນ; ຕິດຕາມກວດກາການຂຸດຄົ້ນແຮ່ທາດ, ຮ່ວມກັບພະແນກ ການກ່ຽວຂ້ອງລົງຊຸກຍູ້ການປູກພຶດລະດູແລ້ງ ໃນ 7 ເມືອງ ຂອງແຂວງອຸດົມໄຊ; ຮ່ວມກັບກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ລົງຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານໃນຂົງ ເຂດວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ; ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ການປະລະໜ້າທີ ຂອງຄູ ແລະ ການປະລະການຮຽນຂອງນັກຮຽນ, ການນໍາໃຊ້ບັດ ອປລ, ແພດໝໍລາອອກໄປເຮັດທຸລະກິດທາງນອກ ຫຼື ນໍາເອກະຊົນ ແລະ ຍັງສົມທົບກັບ ຄະນະປະຈໍາສະພາປະຊາຊົນແຂວງ ລົງຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງຂອງ ເຈົ້າແຂວງ ທີ່ ເມືອງນາໝໍ້; ຕິດພັນກັບການເກັບກໍາສະພາບຫາງສຽງສັງຄົມ, ຜົນກະທົບຈາກໂຄງການລົງທຶນຕໍ່ພໍ່ແມ່ປະຊາຊົນ ເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂຕາມພາລະບົດບາດ;
ການລົງພົບປະ ປະຊາຊົນ: ໄດ້ລົງພົບປະປະຊາຊົນ ເພື່ອນໍາເອົາຜົນສໍາເລັດ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ແລະ ຜົນສໍາເລັດຂອງກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ຊຸດທີ II ໄປເຜີຍແຜ່ ໃຫ້ປະຊາຊົນຊົນ ໄດ້ທັງໝົດ 119 ຈຸດ, ມີຜູ້ເຂົ້າຮ່ວມຮັບຟັງ 10.761 ເທື່ອຄົນ, ຍິງ 4.152 ເທື່ອຄົນ; ຕິດພັນກັບການເກັບກໍາຄໍາຄິດເຫັນ-ຄໍາສະເໜີ ຂອງປະຊາຊົນບັນດາເຜົ່າ ເພື່ອສັງລວມ ແລະ ສົ່ງໃຫ້ພາກສ່ວນກ່ຽວຂ້ອງພິຈາລະ ນາແກ້ໄຂຕາມພາລະບົດບາດ; ພ້ອມກັນນັ້ນ, ກໍ່ໄດ້ຮັບຕ້ອນພົນລະເມືອງເຂົ້າພົບໃຫ້ຄໍາປຶກສາ, ແນະນໍາ, ອະທິບາຍທາງດ້ານກົດໝາຍແກ່ພົນລະເມືອງ ໄດ້ 17 ຄັ້ງ, ມີ 21 ເທື່ອຄົນ ແລະ ຮັບຄໍາຮ້ອງຂໍຄວາມເປັນທໍາ 11 ເລື່ອງ, ອາຍາ 2 ເລື່ອງ, ແພ່ງ 1 ເລື່ອງ, ບໍລິຫານ 8 ເລື່ອງ ແລະ ໄດ້ສົ່ງໃຫ້ຄະນະກໍາມະການກ່ຽວຂ້ອງ ປະສານສົມທົບກັບພະແນກການ-ອົງການກ່ຽວຂ້ອງ ຄົ້ນ ຄວ້າ ແກ້ໄຂຕາມພາລະບົດບາດ;
ທີ່ສໍາຄັນໄປກວ່ານັ້ນແມ່ນ: ຄະນະປະຈໍາສະພາປະຊາຊົນແຂວງ ອຸດົມໄຊ ຂອງພວກເຮົາ ໄດ້ເປີດກອງປະຊຸມຄະນະປະຈໍາ ເພື່ອຄົ້ນຄວ້າ ພິຈາລະນາຮັບຮອງເອົາວຽກງານຕ່າງໆ ທີ່ສໍາຄັນ ແລະ ຮີບດ່ວນ ຕາມການສະເໜີຂອງທ່ານເຈົ້າແຂວງ ເປັນຕົ້ນແມ່ນ: ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາການຈັດແບ່ງແຜນລາຍຈ່າຍເງິນເກີນແຜນ ປີ 2024 ນໍາໃຊ້ ປີ 2025, ຮັບຮອງເອົາການຈັດສັນເງິນເກີນແຜນ ປີ 2024 ເຂົ້າໃນການຊໍາລະໜີ້ສິນໂຄງການລົງທຶນຂອງລັດ ປີ 2025 ຂອງແຂວງ, ຮັບຮອງເອົາການສະເໜີ ອອກພັກການ-ຮັບອຸດໜູນບໍານານ ຂອງການນໍາ, ຄົ້ນຄວ້າ, ພິຈາລະ ນາ ແລະ ຮັບຮອງເອົາການດັດແກ້ມູນຄ່າໂຄງການລົງທຶນຂອງລັດ, ຮັບຮອງເອົາການຫັນປ່ຽນປະເພດດິນກະສິກໍາໄປເປັນດິນປຸກສ້າງ, ຮັບຮອງເອົາແຜນການລົງທຶນຂອງລັດ ປະຈໍາປີ 2025 ຂອງແຂວງ (ທຶນພັດທະນາຊຸມຊົນ) ແລະ ຮັບຮອງເອົາແຜນການລົງທຶນຂອງລັດ ປີ 2025 ຂອງແຂວງ ອຸດົມໄຊ;
ທ້າຍນີ້ ຂໍຮຽກຮ້ອງມາຍັງບັນດາທ່ານ ຄະນະພັກທຸກໆຂັ້ນ, ພະນັກງານ-ລັດຖະກອນ, ທະ ຫານ-ຕໍາຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາແນວທາງຂອງພັກ, ນະໂຍບາຍ, ລະບຽບການ, ກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ, ພ້ອມທັງເປັນແບບຢ່າງນຳໜ້າໃນການສ້າງເສດຖະກິດຄອບຄົວໃຫ້ກາຍເປັນສິນຄ້າເທື່ອລະກ້າວ.
ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າໃນທົ່ວປະເທດ ກໍ່ຄືຊາວແຂວງອຸດົມໄຊ ຈົ່ງເຄື່ອນໄຫວດໍາລົງຊີວິິດ ຕິດພັນກັບການປະກອບອາຊີບການທໍາການຜະລິດຂອງຕົນ ທີ່ມີມາແຕ່ດັ່ງເດີມ ຄ່ອຍໆ ຫັນມາຜະລິດແບບທັນສະໄໝເທື່ອລະກ້າວ ເຮັດໃຫ້ຜົນຜະລິດ ແລະ ຜະລິດຕະພັນຕ່າງໆມີຄຸນນະພາບເປັນສິນຄ້າໂອດ໋ອບ ເພື່ອການສົ່ງອອກ;
ເນື່ອງໃນໂອກາດອັນສະຫງ່າລາສີນີ້ ຂ້າພະເຈົ້າຂໍຂອບໃຈມາຍັງກົມສື່ມວນຊົນ ຂອງສະພາແຫ່ງຊາດ ແລະ ລາຍການ(ຜູ້ແທນປະຊາຊົນ) ທີ່ໃຫ້ຂ້າພະເຈົ້າມີສ່ວນຮ່ວມໃນຄັ້ງນີ້ ຂໍຂອບໃຈ!
ພາບ/ຂ່າວ: ສະພາປະຊາຊົນແຂວງ.