(ສພຊ) – ວັນທີ 11 ມີນາຜ່ານມາ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມສັງລວມຜົນການຕິດຕາມກວດກາການຈັດຕັ້ງປະຕິບັດດຳລັດເລກທີ 315/ລບ, ລົງວັນທີ 16 ສິງຫາ 2016 ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປລາວ ພ້ອມທັງປຶກສາຫາລືຮ່າງແຜນການດໍາເນີນການປະເມີນຜົນການຈັດຕັ້ງປະຕິບັດດຳລັດດັ່ງກ່າວ ໂດຍການເປັນປະທານຂອງທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຮອງປະທານກຳມາທິການບັນດາເຜົ່າ; ເຂົ້າຮ່ວມມີບັນດາຕາງໜ້າຈາກກຳມາທິການວັດທະນະທຳ-ສັງຄົມ, ສູນກາງແນວລາວສ້າງຊາດ, ກົມ 201 ກະຊວງປ້ອງກັນຄວາມສະຫງົບ ແລະ ພະນັກງານທີ່ກ່ຽວຂ້ອງ.

ກອງປະຊຸມໄດ້ຮັບຟັງລາຍງານຜົນການຕິດຕາມກວດກາການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປລາວ, ການຕີລາຄາການຈັດຕັ້ງປະຕິບັດດຳລັດ ແລະ ຮ່າງແຜນການດໍາເນີນການປະເມີນຜົນການຈັດຕັ້ງປະຕິບັດດຳລັດດັ່ງກ່າວ; ຈາກນັ້ນ, ໄດ້ພ້ອມກັນຍົກສູງຄວາມເປັນເຈົ້າການໃນການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ພ້ອມທັງປຶກສາຫາລື, ຖອດຖອນແລກປ່ຽນບົດຮຽນເຊິ່ງກັນແລະກັນ ເຮັດໃຫ້ກອງປະຊຸມໄດ້ຮັບຜົນສຳເລັດຢ່າງຈົບງາມ.

