(ສພຊ) – ຕາມບົດລາຍງານສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2024 ແລະ ການສະເໜີດັດແກ້ແຜນງົບປະມານແຫ່ງລັດປີ 2025 ໂດຍທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 13 ພະຈິກຜ່ານມາ ໃຫ້ຮູ້ວ່າ: ຜົນການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2024 ແລະ ການສະເໜີເພີ່ມລາຍຮັບ-ລາຍຈ່າຍຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ປີ 2025 ເນື່ອງຈາກສາມາດປະຕິບັດໄດ້ລື່ນແຜນເບື້ອງຕົ້ນເປັນຈໍານວນຫຼາຍສົມຄວນ ຈຶ່ງສະເໜີດັດແກ້ນໍາໃຊ້ເຂົ້າໃນແຜນງົບປະມານແຫ່ງລັດປີ 2025 ຄື: 1) ເງິນເກີນແຜນຕາມຜົນຂອງການໄລ່ລຽງຂາດຕົວ ປີ 2024 ໄດ້ 8,510.09 ຕື້ກີບ; 2) ການສະເໜີເພີ່ມລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນປີ 2025 ທີ່ບັນດາຫົວໜ່ວຍວິຊາການ ແລະ ກອງທຶນ ສາມາດປະຕິບັດໄດ້ລື່ນແຜນເບື້ອງຕົ້ນ 1,700 ຕື້ກີບ ໃນນີ້, ສູນກາງ 724 ຕື້ກີບ ແລະ ທ້ອງຖິ່ນ 976 ຕື້ກີບ.
ກະຊວງການເງິນ ຈຶ່ງສະເໜີດັດແກ້ແຜນງົບປະມານແຫ່ງລັດປີ 2025 ດັ່ງນີ້:
– ດ້ານລາຍຮັບ ເພີ່ມຂຶ້ນຈາກ 68,100 ຕື້ກີບ ມາເປັນ 69,800 ຕື້ກີບ ເພີ່ມ 1,700 ຕື້ກີບ;
– ລາຍຈ່າຍ ເພີ່ມຂຶ້ນຈາກ 71,850 ຕື້ກີບ ມາເປັນ 82,060 ຕື້ກີບ ເພີ່ມ 10,210 ຕື້ກີບ;
– ການຂາດດຸນ ເພີ່ມຂຶ້ນຈາກ 3,750 ຕື້ກີບ ມາເປັນ 12,260.09 ຕື້ກີບ (ເພີ່ມຈາກ -1% ມາເປັນ -3.27% ຂອງ GDP ການຂາດດຸນເພີ່ມດັ່ງກ່າວ ມີແຫຼ່ງທຶນຮອງຮັບແລ້ວ).
ສຳລັບຮ່າງແຜນງົບປະມານແຫ່ງລັດປີ 2026, ການຈັດສັນງົບປະມານໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໂດຍສັງເຂບດັ່ງນີ້:
1. ດ້ານລາຍຮັບ: ຄາດໝາຍລາຍຮັບ 83,600 ຕື້ກີບ ຫຼື ເທົ່າກັບ 20.02% ຂອງ GDP (ມູນຄ່າ GDP 417,523 ຕື້ກີບ) ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 22.76% ຫຼື ເປັນເງິນ 15,500 ຕື້ກີບ.
2. ດ້ານລາຍຈ່າຍ: ຄາດໝາຍລາຍຈ່າຍ 81,400 ຕື້ກີບ ຫຼື ເທົ່າກັບ 19.50% ຂອງ GDP ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 13.29% ເປັນເງິນ 9,550 ຕື້ກີບ.
ອີງໃສ່ຄາດໝາຍແຜນລາຍຮັບ-ລາຍຈ່າຍງົບປະມານທັງໝົດ ເກີນດຸນປະມານ 2,200 ຕື້ກີບ ເທົ່າກັບ 0.53% ຂອງ GDP.
ນອກຈາກແຜນລາຍຮັບ-ລາຍຈ່າຍທີ່ສະເໜີຂ້າງເທິງນັັ້ນ, ຍັງມີແຜນຊໍາລະຄືນຕົ້ນທຶນເງິນກູ້ຢືມພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນການບໍລິຫານໜີ້ສິນຕາມມາດຕາ 46 ຂອງກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ 62,923.36 ຕື້ກີບ ເທົ່າກັບ 15.07% ຂອງ GDP.
ສະເໜີດັດແກ້ແຜນງົບປະມານແຫ່ງລັດປີ 2025
