
ຕອນເຊົ້າວັນທີ 19 ມີນາ 2026, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ສະຫຼຸບການເຄື່ອນໄຫວວຽກງານສອງເດືອນ, ເດືອນກຸມພາ ແລະ ເດືອນມີນາ 2026 ຂອງກໍາມະບານຮາກຖານສະພາປະຊາຊົນແຂວງ, ເປັນປະທານຂອງສະຫາຍ ວົງສີ ບຸນທີໃຈ ຮອງປະທານກໍາມະບານໜ່ວຍຮາກຖານສະພາປະຊາຊົນແຂວງ, ໂດຍມີສະຫາຍ ຄໍາດີ ວົງລ້ອມ ປະທານສະພາປະຊາຊົນແຂວງ, ມີຄະນະໜ່ວຍ ແລະ ສະມາຊິກກໍາມະບານພາຍໃນໜ່ວຍ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ວົງສີ ບຸນທີໃຈ ຮອງປະທານກໍາມະບານຮາກຖານສະພາປະຊາຊົນແຂວງ, ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານສອງເດືອນ, ເດືອນກຸມພາ-ເດືອນມີນາ ແລະ ຜ່ານທິດທາງແຜນການເດືອນເມສາ 2026 ເຊິ່ງຕະຫຼອດ 2 ເດືອນທີ່ຜ່ານມາສະມາຊິກກໍາມະບານໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານຕາມການມອບໝາຍສໍາເລັດຕາມແຜນການ ແລະ ລະດັບຄາດໝາຍທີ່ວາງ ໄວ້ອັນພົ້ນເດັ່ນແມ່ນ: ສໍາເລັດໃນການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V.





ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກກໍາມະບານໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ຢ່າງກົງໄປກົງມາເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ, ພ້ອມທັງຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນໜ່ວຍຢ່າງຈິງອົກຈິງໃຈ ຕື່ມອີກ.

ພາບ/ຂ່າວ: ສະພາປະຊາຊົນແຂວງ.