(ສພຊ) – ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສະຫະພັນແມ່ຍິງສະພາແຫ່ງຊາດ (ສພຊ) ແລະ ສະຫະພັນແມ່ຍິງເມືອງນາຊາຍທອງ ທັງເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ໃຫ້ເປັນຂະບວນຟົດຟື້ນ; ວັນທີ 13 ມີນາຜ່ານມາ, ສະຫະພັນແມ່ຍິງສະພາແຫ່ງຊາດ ນຳພາໂດຍທ່ານ ນາງ ວິໄຊ ສຣິດທິຣາດ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ, ປະທານສະຫະພັນແມ່ຍິງສະພາແຫ່ງຊາດ ໄດ້ເຄື່ອນໄຫວທັດສະນະສຶກສາຢູ່ຫ້ອງການປົກຄອງເມືອງນາຊາຍທອງ ໂດຍການຕ້ອນຮັບອັນອົບອຸ່ນຂອງທ່ານ ສຸລິວັນ ພົມມະຫາໄຊ ເລຂາພັກເມືອງນາຊາຍທອງ ແລະ ທ່ານ ນາງ ຕຽນທອງ ສຸລິວົງ ກຳມະການພັກເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ, ປະທານສະຫະພັນແມ່ຍິງເມືອງນາຊາຍທອງ, ມີບັນດາຄະນະປະຈຳ ແລະ ກຳມະການພັກເມືອງ, ຄະນະບໍລິຫານງານສະຫະພັນແມ່ຍິງເມືອງນາຊາຍທອງ, ປະທານສະຫະພັນແມ່ຍິງຮາກຖານອ້ອມຂ້າງ, ປະທານສະຫະພັນແມ່ຍິງຮາກຖານໂຮງຮຽນ ແລະ ປະທານສະຫະພັນແມ່ຍິງຮາກຖານບ້ານທົ່ວເມືອງນາຊາຍທອງ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງການເຄື່ອນໄຫວທັດສະນະສຶກສາ, ພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນຄັ້ງນີ້ ແມ່ນການເຕົ້າໂຮມຄວາມສາມັກຄີລະຫວ່າງສະຫະພັນແມ່ຍິງສະພາແຫ່ງຊາດ ກັບ ສະຫະພັນແມ່ຍິງເມືອງນາຊາຍທອງ ເຊິ່ງເປັນບາດກ້າວໜຶ່ງທີ່ສຳຄັນໃນການສົ່ງເສີມ, ພັດທະນາວຽກງານຂອງສະຫະພັນແມ່ຍິງ ທັງເປັນໂອກາດອັນດີທີ່ໄດ້ພົບປະແລກປ່ຽນປະສົບການ ອັນຈະນຳໄປສູ່ການຮ່ວມມື ແລະ ພັດທະນາຮ່ວມກັນໃນອະນາຄົດ; ການທັດສະນະສຶກສາໃນຄັ້ງນີ້ ໄດ້ເປີດກອງປະຊຸມເພື່ອຮັບຟັງການລາຍງານໂດຍຫຍໍ້ການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງເມືອງນາຊາຍທອງ ແລະ ຂອງສະຫະພັນແມ່ຍິງ ສພຊ, ພ້ອມກັນນີ້ ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດຄຳເຫັນ ແລະ ປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງມາ.

ພາຍຫຼັງສຳເລັດກອງປະຊຸມ, ຍັງໄດ້ທ່ຽວຊົມສວນບັນດາເຜົ່າເມືອງນາຊາຍທອງອີກດ້ວຍ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)

