
ຕອນເຊົ້າຂອງວັນພຸດ, ວັນທີ 3 ເມສາ 2024, ຢູ່ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນແຂວງ ໄດ້ຈັດກອງປະຊຸມສະຫລຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2023 ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະເລຂາທິການ, ແຂກເຊີນ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ, ທ່ານນາງ ວັນສີ ພວງມະໄລ ກໍາມະການປະຈໍາ ເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານຮ່າງບົດສະຫລຸບຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2023 ໂດຍຍົກໃຫ້ເຫັນເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດພາລະບົດບາດໃນການພິຈາລະນາ ແລະ ຮັບຮອງເອົານິຕິກໍາທີ່ສໍາຄັນຂອງແຂວງ, ການຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ແລະ ຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການລັດຂັ້ນແຂວງ ແລະ ວຽກງານດ້ານຕ່າງໆ, ພ້ອມນັ້ນ, ກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອກໍາໄດ້ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ເພື່ອເປັນການຊອກຫາວິທີ່ທາງແກ້ໄຂບັນຫາຕ່າງໆໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.

ຫຼັງຈາກນັ້ນ, ກອງປະຊຸມໄດ້ຮັງຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຍ້ອງຍໍຜົນງານປະຈໍາປີ 2023 ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວປະກອບສ່ວນເຫື່ອແຮງເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາປະເທດຊາດເວົ້າລວມ ສະເພາະກໍ່ຄືແຂວງອຸດົມໄຊ, ເຊິ່ງມີຜູ້ທີ່ໄດ້ຮັບໃບຍ້ອງຍໍມີຈຳນວນ 14 ທ່ານ, ຍິງ 7 ທ່ານ, ໄດ້ຮັບໃບຊົມເຊີຍ ຈຳນວນ 19 ທ່ານ, ຍິງ 7 ທ່ານ ແລະ ໃຫ້ກຽດມອບໂດຍທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ ປະທານສະພາປະຊາຊົນ ແລະ ທ່ານ ນ.ຄຳພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ພ້ອມທັງໄດ້ວາງທິດທາງແຜນການຂະບວນການແຂ່ງຂັນ ຮັກາຊາດ ແລະ ພັດທະນາ ປະຈໍາປີ 2024 ແລະ ຈັບມືແຂ່ງຂັນ ຢ່າງເປັນທາງການ.

ຕອນທ້າຍກອງປະຊຸມທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ມີຄຳເຫັນໂອ້ລົມ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂໍຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ໄດ້ຮັບການຈັດຕັ້ງຜັນຂະຫຍາຍໃນຕໍ່ໜ້າ ແລະ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບເປັນເຈົ້າການ ຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ໂດຍວາງແຜນການລະອຽດໃນການຈັດຕັ້ງປະຕິບັດຄາດໝາຍແຕ່ລະໄລຍະ, ປຸກລະດົມ, ຊຸກຍູ້ ແລະ ຍົກສູງວຽກງານແນວຄິດ-ການເມືອງ ຮັບປະກັນສະຕິຕື່ນຕົວໃນການເຂົ້າຮ່ວມຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ຢ່າງເປັນຂະບວນການຟົດຟື້ນ, ຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນໃນແຕ່ລະໄລຍະ, ເມື່ອເຫັນບັນຫາຕ້ອງຮີບຮ້ອນລາຍງານຂໍທິດຊີ້ນໍາຈາກຄະນະຊີ້ນໍາຂອງຕົນ ແລະ ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ 3 ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ.
ພາບ/ຂາວ: ສະພາປະຊາຊົນແຂວງ.