ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 ສະເໜີໃຫ້ຈັດສັນທີ່ດິນໃນ 8 ປະເພດທີ່ດິນ

​ກ.ກ. 11, 2022 | SlideMobile


(ສພຊ) ໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາຜ່ານມາ, ທ່ານ ສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນ ແລະ ມີບາງຂໍ້ສະເໜີກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ດັ່ງນີ້:
1. ສະເໜີຕໍ່ອົງການຄຸ້ມຄອງທີ່ດິນຂັ້ນສູນກາງ ໂດຍສະເພາະແມ່ນກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊີ້ນໍາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ທ້ອງຖິ່ນດຳເນີນການຈັດສັນທີ່ດິນໃນ 8 ປະເພດທີ່ດິນ.
2. ສະເໜີໃຫ້ຈັດສັນທີ່ດິນໃຫ້ປະຊາຊົນທີ່ຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນທີ່ຫວງ ຫ້າມ ແລະ ປ່າອື່ນໆທີ່ລັດຫວງຫ້າມ ເພື່ອໃຫ້ປະຊາຊົນໄດ້ມີທີ່ດິນທຳການຜະລິດ.
3. ສະເໜີໃຫ້ກວດກາຄືນເນື້ອທີ່ດິນທີ່ລັດໄດ້ອະນຸມັດໃຫ້ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດທີ່ບໍ່ໄດ້ທຳການບຸກເບີກ, ຈັບຈອງດິນໄວ້ລ້າໆ ຕ້ອງໄດ້ປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດ.