(ສພຊ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ຍົກລະດັບຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບການຕິດຕາມກວດກາຂົງເຂດຍຸຕິທໍາ, ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ການຕິດຕາມກວດກາວຽກງານຂອງອົງການກວດສອບໃຫ້ສູງຂຶ້ນ ແລະ ເພື່ອເປັນການຍົກລະດັບຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີປະສິດທິຜົນດີຂຶ້ນ ໃນການການຕິດຕາມກວດກາຂົງເຂດຍຸຕິທໍາ, ການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ການຕິດຕາມກວດກາຂອງອົງການວຽກງານກວດສອບ. ລະຫວ່າງວັນທີ 8-9 ຕຸລາ 2023 ທີ່ຫ້ອງວ່າການແຂວງຊຽງຂວາງ ສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ ໄດ້ຈັດກອງປະຊຸມເຝິກອົບຮົມຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ 3 ແຂວງພາກເໜືອຄື: ຫົວພັນ, ຊຽງຂວາງ ແລະ ໄຊສົມບູນ ກ່ຽວກັບການຕິດຕາມກວດກາຂົງເຂດວຽກງານຍຸຕິທໍາ, ການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ການຕິດຕາມກວດກາວຽກງານຂອງອົງການກວດສອບ ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນດາທ່ານປະທານ-ຮອງປະທານກໍາມາທິການ, ຫົວໜ້າກົມ, ສູນ ພາຍໃນສະພາແຫ່ງຊາດ, ບັນດາທ່ານຄະນະປະທານຄະນະສະມາຊິກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ 3 ແຂວງດັ່ງກ່າວ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການສະເໜີການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍ ຈາກທ່ານຮອງປະທານກໍາມາທິການກົດໝາຍ; ການຕິດຕາມກວດກາຂົງເຂດວຽກງານຍຸຕິທໍາ ຈາກທ່ານຫົວໜ້າກົມຕິດຕາມກວດກາວຽກງານຍຸຕິທໍາ ແລະ ການຕິດຕາມກວດກາວຽກງານຂົງເຂດແຜນການ, ການເງິນ, ກວດສອບ ແລະ ກວດກາ ຈາກທ່ານປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນໃສ່ບັນດາຫົວຂໍ້ຕ່າງໆ ເພື່ອເປັນການແລກປ່ຽນຄໍາຄິດຄໍາເຫັນ ແລະ ບັນດາບັນຫາຕ່າງໆ ທີ່ປາກົດຂຶ້ນໃນຂອບເຂດທ້ອງຖິ່ນຂອງຕົນ ພ້ອມທັງແນວທາງໃນການປະຕິບັດຕາມຂົງເຂດດັ່ງກ່າວທີ່ໄດ້ນໍາມາສະເໜີໃນຄັ້ງນີ້.

ໃນພິທີໄຂກອງປະຊຸມ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ກ່າວວ່າ: ກອງປະຊຸມເຝິກອົບຮົມຄັ້ງນີ້ ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ ເວລາໃດກໍໄດ້ຖືເປັນສໍາຄັນວຽກງານຍົກສູງຂີດຄວາມສາມາດໃຫ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ວິຊາການ ທີ່ເປັນເສນາທິການໃຫ້ສະພາແຫ່ງຊາດ ໂດຍມີການແຕ່ງຕັ້ງຄະນະຮັບຜິດຊອບ, ສ້າງແຜນດໍາເນີນງານໃນແຕ່ລະໄລຍະ, ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດ ແລະ ອໍານວຍຄວາມສະດວກໃຫ້ວຽກງານດັ່ງກ່າວ ໄດ້ມີການເຄື່ອນໄຫວ ແນໃສ່ຮັບປະກັນຄຸນນະພາບ, ປະສິດທິພາບຂອງການປະຕິບັດພາລະບົດບາດຂອງສະມາຊິກສະພາແຫ່ງຊາດ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ. ກອງປະຊຸມຄັ້ງນີ້ ກໍແມ່ນການສືບຕໍ່ຈັດຕັ້ງປະຕິບັດແຜນການ 5 ປີ (2021-2025) ແລະ ແຜນການປະຈໍາປີ 2023 ຂອງວຽກງານຍົກສູງຂີດຄວາມສາມາດໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ. ກອງປະຊຸມຄັ້ງນີ້ ເນື້ອໃນບົດຮຽນມີຫຼາຍ, ແຕ່ເວລາມີໜ້ອຍ ດັ່ງນັ້ນ, ໃນນາມປະທານກອງປະຊຸມຈຶ່ງຂໍຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມເຝິກອົບຮົມຄັ້ງນີ້ ຈົ່ງພ້ອມກັນສຸມສະຕິປັນຍາ ແລະ ນໍາໃຊ້ເວລາອັນມີຄຸນຄ່ານີ້ເຂົ້າໃນການຟັງ, ການສົນທະນາ ແລະ ແລກປ່ຽນບົດຮຽນນໍາກັນໃຫ້ເລິກເຊິ່ງ, ສາມາດນໍາເອົາບົດຮຽນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດພາລະບົດບາດຂອງຕົນໃຫ້ດີຂຶ້ນ, ສະເໜີໃຫ້ບັນດາທ່ານຄະນະຮັບຜິດຊອບກອງປະຊຸມ ຈົ່ງກະກຽມຄວາມພ້ອມ, ອໍານວຍຄວາມສະດວກໃຫ້ແກ່ວິທະຍາກອນ ແລະ ນັກສໍາມະນາກອນ ໄດ້ຈັດຕັ້ງເຄື່ອນໄຫວຕາມວາລະກອງປະຊຸມ ແລະ ທັນເວລາ, ເຮັດໃຫ້ກອງປະຊຸມໄດ້ດໍາເນີນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)