loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາແຫ່ງຊາດລາວ-ສະພາແຫ່ງຊາດໃຫຍ່ຕວັກກີ ພົບປະສອງຝ່າຍ

ຕ.ລ. 25, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 21 ຕຸລາຜ່ານມາ ທີ່ຫໍປະຊຸມແຫ່ງ ຊາດ, ໄດ້ມີການພົບປະສອງຝ່າຍລະຫວ່າງທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ ກັບທ່ານ ອອສມານ ຊາລາມ (OSMAN SAĞLAM) ຫົວໜ້າຄະນະຜູ້ແທນ, ສະມາຊິກສະພາແຫ່ງ ຊາດໃຫຍ່ ແຫ່ງ ສາທາລະນະລັດຕວັກກີ ໃນໂອກາດເຂົ້າ ຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45; ທ່ານ ສຸບັນ ສະວະບຸດ ໄດ້ຕີລາຄາສູງ ຕໍ່ການພົບປະກັນໃນຄັ້ງນີ້ ເຊິ່ງເປັນຄັ້ງທຳອິດ ແລະ ເປັນໂອກາດດີທີ່ຈະໄດ້ປຶກສາຫາລືກ່ຽວ ກັບການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປລາວ ກັບ ສ.ຕວັກກີ ກໍຄືລະຫວ່າງສອງອົງການນິຕິບັນຍັດ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງປະ ເທດ ແລະ ການເຄື່ອນໄຫວວຽກງານອົງການນິຕິບັນຍັດ ໃຫ້ກັນແລະ ກັນຊາບໂດຍຫຍໍ້ ພ້ອມທັງຕີລາຄາຄືນການພົວພັນຮ່ວມມືລະຫວ່າງສອງປະເທດ ເຊິ່ງ ສປປລາວ ແລະ ສ.ຕວັກກີ ສ້າງຕັ້ງສາຍ ພົວພັນການທູດນຳກັນ ໄດ້ 66 ປີ (26/6/1958-26/6/2024). ຕໍ່ກັບການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ກັບ ສະພາແຫ່ງຊາດໃຫຍ່ຕວັກກີ ໄດ້ຮັບການເສີມຂະຫຍາຍເປັນຢ່າງດີ ໂດຍມີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຂັ້ນກຳມາທິ ການຮ່ວມກັນ; ແລກປ່ຽນສານຊົມເຊີຍໃນໂອກາດວັນສຳຄັນຂອງຊາດ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເຊັ່ນ: AIPA, IPU, APPF ເຊິ່ງເປັນການປະກອບສ່ວນສົ່ງ ເສີມ​​ສັນຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມືເພື່ອ​ການ​ພັດທະນາຢູ່​​ໃນ​ພາກ​ພື້ນ ​ແລະ ​ສາກົນ.
ສຳລັບທິດທາງ​ການ​ພົວພັນ​ຮ່ວມ​ມືລະຫວ່າງສອງອົງ ການນິຕິບັນຍັດໃນ​ຕໍ່ໜ້າ ແມ່ນຈະສືບຕໍ່ຊຸກຍູ້ໃຫ້​ມີການ​​ແລກປ່ຽນ​ຄະນະ​ຜູ້​ແທນນຳກັນ​ໃນ​ລະດັບຕ່າງໆຢ່າງປົກ ກະຕິ ແລະ ຕໍ່ເນື່ອງ ທັງຊ່ວຍສ້າງຊັບພະຍາກອນມະນຸດ ເປັນ ຕົ້ນແມ່ນການເຝິກອົບຮົມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນນຳກັນ ເພື່ອຍົກສູງຂີດຄວາມສາມາດແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຂອງ ສປປລາວ; ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງປະເທດ ສືບ ຕໍ່ຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ, ຂໍ້ຕົກລົງ ແລະ ໂຄງການຮ່ວມມືທີ່ໄດ້ລົງນາມຮ່ວມກັນ ໃຫ້ເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນຢ່າງແທ້ຈິງ; ສືບຕໍ່ແລກປ່ຽນຄຳເຫັນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
(ນາງ ອາລິນ ສຸພິມມະປະດິດ)