ສະພາປະຊາຊົນ ນວ ສຳເລັດການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຊຸດທີ IV

ທ.ວ. 22, 2025

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ IV ໄດ້ສໍາເລັດຜົນຢ່າງຈົບງາມ ພາຍຫຼັງດໍາເນີນມາ ເປັນເວລາ 5ວັນ ແຕ່ວັນທີ 15-19 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ(ນວ), ໂດຍການເປັນປະທານຂອງ ສະຫາຍ     ນາງລໍາພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ສະຫາຍ ນາງລໍາພອຍ ສີອັກຄະຈັນ ກ່າວວ່າ: ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວຊຸດທີ IV ໄດ້ພິຈາລະນາ, ຮັບຮອງເອົາເນື້ອໃນ ສໍາຄັນຈໍານວນໜຶ່ງ ຄື:

  1. ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 05ປີ (2021-2025)ຄັ້ງທີ IX, ປະຈໍາປີ 2025ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ນວ; ບົດລາຍງານການຈັດຕັ້ງປະຕິບັດ 02ວາລະແຫ່ງຊາດ ໃນໄລຍະ 05ປີ (2021-2025) ແລະ ທິດທາງຕໍ່ໜ້າ.
  2. ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ05ປີ (2021-2025);ບົດລາຍງານ ປະຈໍາປີ 2025ແລະທິດທາງແຜນການ ປະຈໍາປີ 2026 ຂອງອົງການກວດສອບປະຈໍາພາກກາງ1; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2024ຂອງອົງການກວດສອບປະຈໍາພາກກາງ1.
  3. ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 05ປີ (2021-2025); ບົດລາຍງານ ປະຈຳປີ 2025 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ2026 ຂອງອົງການກວດກາລັດ ນວ; ບົດລາຍງານຜົນການກວດກາຕາມຜົນການກວດສອບປີ2023 ຂອງອົງການກວດກາລັດນວ.
  4. ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 05ປີ (2021-2025); ບົດລາຍງານ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ2026ຂອງອົງການໄອຍະການປະຊາຊົນພາກກາງ ແລະ ອົງການໄອຍະການປະຊາຊົນ ນວ.
  5. ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 05ປີ (2021-2025);ບົດລາຍງານ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ2026 ຂອງສານປະຊາຊົນພາກກາງ ແລະ ສານປະຊາຊົນ ນວ.
  6. ຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 05ປີ (2021-2025); ບົດລາຍງານ ປະຈຳປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ IV ແລະແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ,ທິດທາງແຜນການປະຈໍາປີ 2026ຂອງສະພາປະຊາຊົນ ນວ ຊຸດທີ V ແລະໄດ້ຮັບຟັງການປະກອບຄຳເຫັນ ຂອງອົງການແນວລາວສ້າງຊາດນວ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາປະຊາຊົນ ນວ ຊຸດທີ IVໃນໄລຍະຜ່ານມາ.
  7. ຮັບຮອງເອົາ ຮ່າງຂໍ້ຕົກລົງ ຂອງທ່ານ ເຈົ້າຄອງນວ ວ່າດ້ວຍການຄຸ້ມຄອງລະບົບບໍາບັດນໍ້າເປື້ອນ ໃນນວ.
  • ຮັບຟັງການລາຍງານ, ຊີ້ແຈງບັນຫາສໍາຄັນ ຂອງນວ ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນ ນວ ຄື: ຮັບຟັງການລາຍງານ ສະພາບການຄຸ້ມຄອງຮ່ອງລະບາຍນໍ້າ, ຮ່ອງສັກ, ຮ່ອງແຊງ ແລະ ຮ່ອງທອງ.
  • ຮັບຟັງການລາຍງານ ສະພາບການຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ເກືອໂປຕາສ ຢູ່ນວ (ລົງເລິກການຈັດຕັ້ງປະຕິບັດ ຕາມມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ສະບັບ ເລກທີ 182/ຄປຈ, ລົງວັນທີ 01 ກໍລະກົດ 2025)

ນະຄອນຫຼວງວຽງຈັນ ໃນໄລຍະຕົ້ນຂອງການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ 05 ປີ (2021-2025) ກໍໄດ້ຮັບຜົນກະທົບຈາກສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19,ພ້ອມທັງປະເຊີນກັບອຸປະສັກ ແລະ ສິ່ງທ້າທາຍຫຼາຍປະການ.ແຕ່ພວກເຮົາກໍຍັງສາມາດຍາດໄດ້ຜົນສໍາເລັດພົ້ນເດັ່ນໃນຫຼາຍດ້ານ. ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງຄະນະພັກ, ຄວາມເອົາໃຈໃສ່ໃນການຊຸກຍູ້, ຕິດຕາມຂອງສະພາປະຊາຊົນ ແລະ ຄວາມເອົາໃຈໃສ່ຢ່າງຕັ້້ງໜ້າຂອງອົງການປົກຄອງ ນະຄອນຫຼວງວຽງຈັນ, ຄວາມເປັນເຈົ້າການຈິດໜຶ່ງໃຈດຽວ ຂອງທຸກພາກສ່ວນລັດ, ອົງການຈັດຕັ້ງເອກະຊົນ ແລະ ປວງຊົນຊາວນະຄອນຫຼວງວຽງຈັນ ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດບັນດາຄາດໝາຍ, ມາດຕະການຕ່າງໆ ໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ມີຜົນສຳເລັດດີສົມຄວນຕະຫຼອດໄລຍະເວລາ 05 ປີ. ໃນສະເພາະໜ້ານີ້ ພວກເຮົາຍັງຈະໄດ້ພ້ອມກັນ ເອົາໃຈໃສ່ກະກຽມສະພາບການຮອບດ້ານ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V. ເພື່ອເຮັດໃຫ້ເຫດການສໍາຄັນທາງການເມືອງດັ່ງກ່າວ ບັນລຸຜົນສໍາເລັດຕາມຄາດໝາຍ ທີ່ວາງໄວ້ຢ່າງຈົບງາມ.

ຕະຫຼອດໄລຍະເວລາ 05 ປີຜ່ານມາ, ໃນຖານະເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງຊາວນວ, ບັນດາທ່ານຜູ້ແທນໄດ້ມີຄວາມເອົາໃຈໃສ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງຕົນຕາມກົດໝາຍ, ເສີມຂະຫຍາຍສິດປະຊາທິປະໄຕ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນຂອງນວ, ເອົາໃຈໃສ່ລົງເລິກໃກ້ຊິດຕິດແທດ ແລະ ຮັບເອົາຄວາມຄິດເຫັນຂອງປະຊາຊົນ ເພື່ອນໍາສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ພິຈາລະນາແກ້ໄຂ ແລະ ຕອບຄວາມຂ້ອງໃຈແກ່ປະຊາຊົນ ໄດ້ເປັນຢ່າງດີ.  ຕາງໜ້າໃຫ້ຄະນະປະຈໍາສະພາປະຊາຊົນ ນະຄອນຫຼວງວຽງຈັນ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍສັນລະເສີນ ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີIXປະຈໍາເຂດເລືອກຕັ້ງທີ 1ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງ ຊຸດທີ IV ທີ່ໄດ້ສໍາເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ ຢ່າງສະຫງ່າງາມ.

ເພື່ອສືບຕໍ່ຈັດຕັ້ງປະຕິບັດເນື້ອໃນ ຜົນສໍາເລັດກອງປະຊຸມຄັ້ງນີ້, ກອງປະຊຸມຮຽກຮ້ອງມາຍັງຄະນະປະຈໍາສະພາປະຊາຊົນ, ບັນດາຄະນະກໍາມະການ, ຄະນະເລຂາທິການ, ອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນ ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍບັນດາມະຕິ ກອງປະຊຸມຄັ້ງນີ້ ທີ່ໄດ້ຮັບຮອງເຂົ້າ ໃນການປະຕິບັດວຽກງານ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດ ເປັນຢ່າງດີ.