ສະພາປະຊາຊົນແຂວງ ສະຫວັນນະເຂດ ເປີດກອງປະຊຸມ ເລືອກຕັ້ງຜູ້ແທນສົມບູນ-ສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ X

ພ.ພ. 5, 2025 | ເຂດ 13 ສະ​ຫວັນນະເຂດ

ໃນຕອນບ່າຍວັນທີ 02  ພຶດສະພາ 2025 ນີ້ ຄະ​ນະ​ພັກຮາກຖານສະພາປະຊາຊົນແຂວງສະຫວັນນະເຂດໄດ້ຈັດກອງປະຊຸມເລືອກຕັ້ງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ X ພ້ອມທັງສະຫຼຸບວຽກງານໄລຍະຜ່ານມາຂອງຕົນ ໂດຍການເປັນປະທານຂອງສະຫາຍ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ເລຂາພັກຮາກຄະນະພັກຮາກຖານສະພາປະຊາຊົນແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ຕາງໜ້າຈາກຄະນະຈັດຕັ້ງ ແລະ ກວດກາແຂວງ ພ້ອມດ້ວຍສະມາຊິກພັກພາຍໃນສະພາປະຊາຊົນແຂວງເຂົ້າຮວ່ມທັງໝົດ 40 ສະຫາຍ, ຍິງ 15 ສະຫາຍ.

ໃນໂອກາດນີ້ ສະຫາຍ ຄຳຜັນ ຄູນສະຫວັນ ຄະນະປະຈຳພັກແຂວງ ຮອງເລຂາຄະນະພັກຮາກຖານຄະນະພັກຮາກຖານສະພາປະຊາຊົນແຂວງ ຮອງປະທານສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດໃຫ້ຄະນະພັກຮາກຖານ ດຳເນີນກອງປະຊຸມເລືອກຕັ້ງຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ X ແລະ ຜ່ານບົດສະຫຼຸບການນຳພາ-ຊີ້ນຳ ຂອງຄະນະພັກຮາກຖານສະພາປະຊາຊົນແຂວງໄລຍະຜ່ານມາໂດຍສັງເຂບເຊິ່ງໄດ້ຍົກໃຫ້ເຫັນເປັນຕົ້ນ: ໂຄງປະກອບຂອງຄະນະພັກຮາກຖານສະພາປະຊາຊົນແຂວງມີ 05 ສະຫາຍ, ຍິງ 01 ສະຫາຍ; ມີ 04 ຫນ່ວຍພັກຂຶ້ນກັບຄະນະພັກຮາກຖານສະພາປະຊາຊົນແຂວງ ມີສະມາຊິກ ພັກທັງຫມົດ 42 ສະຫາຍ, ຍິງ 13 ສະຫາຍ; ໃນນັ້ນສະມາຊິກພັກທີ່ ເປັນພະນັກງານບໍານານ 08 ສະຫາຍ, ຍິງ 01 ສະຫາຍ, ສະມາຊິກພັກສໍາຮອງ 04 ສະຫາຍ, ຍິງ 02 ສະຫາຍ, ໄດ້ຮັບບັດແດງ ມີຈໍານວນ 29 ສະຫາຍ, ຍິງ 07 ສະຫາຍ ແລະ ຍັງບໍ່ທັນຮັບບັດແດງ ມີ 13 ສະຫາຍ, ຍິງ 06 ສະຫາຍ. ຕິດຕາມການເຄື່ອນໄຫວສະມາຊິກພັກສໍາຮອງ 04 ສະຫາຍ ເພື່ອໃຫ້ໄດ້ເລື່ອນຂື້ນເປັນສະມາຊິກສົມບູນ; ມະຫາຊົນກ້າວຫນ້າຈໍານວນ 09 ສະຫາຍ, ຍິງ 06 ສະຫາຍ ທີ່ໄດ້ ເຂົ້າຮຽນສະຫນັບສະຫນູນແລ້ວ ແລະ ໄດ້ປະກອບເອກະສານສົ່ງໃຫ້ຄະນະພັກຂັ້ນເທິງເພື່ອອະນຸມັດພິຈາລະນາ ເຂົ້າຮຽນກົດລະບຽບພັກ, ຄະນະພັກຮາກຖານສະພາປະຊາ ຊົນແຂວງ ໄດ້ເອົາໃຈໃສ່ໃນການບໍາລຸງ-ກໍ່ສ້າງພະນັກງານປຸກລະດົມ, ຄົ້ນຄວ້າຄັດເລືອກ ແລະ ຈັດສົ່ງພະນັກ ງານນໍາພາ-ຄຸ້ມຄອງ ແລະ ພະນັກງານ-ລັດຖະກອນໄປຮຽນທິດສະດີ, ສໍາເລັດການເຂົ້າຮ່ວມຝຶກອົບຮົມວຽກ ງານຄຸ້ມຄອງ, ທັກສະການນໍາພາຢູ່ ສສ ຫວຽດນາມ 2 ຄັ້ງ ແລະ ສປ ຈີນ 01 ຄັ້ງ; ພະນັກງານນໍາພາ-ຄຸ້ມ ຄອງຈໍານວນ 03 ສະຫາຍ, ຍິງ 02 ໄປຮຽນທິດສະດີການເມືອງ – ການປົກຄອງຂັ້ນກາງຢູ່ໂຮງຮຽນທິດສະດີ ເລຢວນ, ຫວຽນທິແທງ ສສ ຫວຽດນາມ ປະຈໍາປີ 2023-2024 ແລະ ພະນັກງານຫລັກແຫຼ່ງຈໍານວນ 02 ສະຫາຍ, ຍິງ 02 ສະຫາຍ, ເຂົ້າຮຽນພາສາຫວຽດນາມລະດັບພຶ້ນຖານໄລຍະສັ້ນ 04 ເດືອນ ຊຸດທີ IX ຢູ່ສູນ ພາສາຫວຽດນາມແຂວງສະຫວັນນະເຂດ; ໄປຍົກລະດັບວິຊາສະເພາະປະລິນຍາໂທ ທີ່ ສສ ຫວຽດນາມ ຈໍານວນ 01 ສະຫາຍ, ຍິງ 01 ສະຫາຍປະຈຸບັນສະພາປະຊາຊົນແຂວງ ມີພະນັກງານທັງຫມົດ 69 ທ່ານ, ຍິງ 34 ທ່ານ; ໄດ້ເອົາໃຈໃສ່ສ້າງ ແລະ ປະຕິບັດແຜນກໍານົດພະນັກງານນໍາພາຄຸ້ມຄອງພາຍໃນຂອບເຂດ ຮັບຜິດຊອບຂອງຕົນ ເພື່ອເປັນບ່ອນອີງໃຫ້ແກ່ການບໍາລຸງກໍ່ສ້າງ, ຊັບຊ້ອນຈັດວາງພະນັກງານພາຍໃນສະພາ ປະຊາຊົນແຂວງຕາມຄວາມເຫມາະສົມ ຈາກນັ້ນຕາງໜ້າຄະນະຈັດແຂວງກໍໄດ້ຂຶ້ນຜ່ານມາດຖານເງື່ອນໄຂ, ຂໍ້ຫາມ ແລະ ການສິ້ນສຸດ ເປັນແທນສົມບູນ-ສຳຮອງ ແລະ ຜ່ານລາຍຊື່ບັນດາສະຫາຍທີ່ສະໝັກຮັບເລືອກຕັ້ງເປັນຜູ້ແທນສົມບູນ-ສຳຮອງ

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ກົງແກ້ວ ມີວໍລະຈັກ ກໍໄດ້ໃຫ້ຄຳໂອວາດ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ຂອງຄະນະພັກຮາກຖານສະພາປະຊາຊົນແຂວງສະຫວັນນະເຂດ ເຊິ່ງ ໄດ້ຮຽກຮ້ອງໃຫ້ຄະນະພັກ, ສະມາຊິກພັກທຸກສະຫາຍ ຈົ່ງພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານໃນການຊີ້ນຳ-ນຳພາວຽກງານຕ່າງໆໃນຂົງເຂດນິຕິບັນຍັດ ໃຫ້ສົມກັບເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າຢ່າງແທ້ຈິງ.