ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໃນຕອນເຊົ້າຂອງວັນທີ 18 ພະຈິກ 2025 ສະພາປະຊາຊົນແຂວງຫລວງນໍ້າທາ(ສພຂ) ໄດ້ເປີດກອງປະຊຸມ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ພະນັກງານ-ລັດຖະກອນ ປະຈໍາປີ 2025 ຂື້ນທີຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານ ຂອງທ່ານ ມີໄຊ ມີວິໄລ ກຳມະການຄະນະປະຈຳ ສພຂ ປະທານຄະນະກຳມະການວັດທະນາທໍາສັງຄົມ ແລະ ບັນດາເຜົ່າ ມີສະມາຊິກສະພາປະຊາຊົົນແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່, ເຊື່ອມຊືມບາງມາດຕາຂອງດໍາລັດ 300/ລບ ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ຄໍາສັ່ງແນະນໍາຂອງກະຊວງພາຍໃນສະບັບເລກທີ 06/ພນ ລົງວັນທີ 2 ພຶດສະພາ 2018 ພ້ອມດຽວກັນນັ້ນ ພະນັກງານ-ລັດຖະກອນແຕ່ລະທ່ານໄດ້ຜັດປ່ຽນກັນຂຶ້ນຜ່ານໃບເກັບກ່ຽວຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໃນຮອບ 1 ປີຜ່ານມາ ເພື່ອຕີລາຄາດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ,ດ້ານຄວາມຮູ້ຄວາມສາມາດ ແລະ ປະສົບການ ແລະ ດ້ານຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ທັງນີ້ກໍເພື່ອຕີລາຄາດ້ານດີ ແລະ ຂໍ້ຄົງຄ້າງ, ວິທີປັບປຸງ ແລະ ແກ້ໄຂ, ການໃຫ້ຄະແນນ ແລະ ຈັດປະເພດຕົນເອງ. ພ້ອມນັ້ນຍັງໄດ້ຕີລາຄາ ແລະ ໃຫ້ຄະແນນໝູ່ຄະນະ ແລະ ເພື່ອນຮ່ວມງານ.
ທ່ານ ມີໄຊ ມີວິໄລ ໄດ້ມີຄຳເຫັນ ທ່ານໃຫ້ຮູ້ເຖີງແນວທາງ ແລະ ການຈັດຕັ້ງປະຕິບັດການປະເມີນ ເຊິ່ງເປັນວຽກປົກກະຕິ ໃນການປະເມີນແມ່ນມີບ່ອນອີງ, ມີຫລັກການ ພ້ອມທັງ ຮຽກຮ້ອງໃຫ້ປະເມີນດ້ວຍຄວາມສາມັກຄີ, ຄວາມໂປ່ງໃສພາວະວິໄສ, ບໍ່ໃຫ້ມີອັກຄະຕິ ການໃຫ້ຄະແນນແມ່ນໃຫ້ທຽບໃສ່ມາດຖານທີ່ວາງໄວ້, ໃຫ້ຈິງໃຈຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການເປັນເສນາທິການໃຫ້ດີຂຶ້ນກວ່າເກົ່າ.
