loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສະພາປະຊາຊົນແຂວງຈໍາປາສັກ ເຮັດວຽກຮ່ວມກັບ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ

ກ.ຍ. 12, 2023 | ເຂດ 15 ຈຳ​ປາ​ສັກ

ໃນຕອນເຊົ້າຂອງວັນທີ 12 ກັນຍາ 2023 ນີ້ ຢູ່ທີ່ສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມເຮັດວຽກຮ່ວມກັບ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ໂດຍການເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ສົມສີ ມະນີນິນ ກຳມະການພັກແຂວງ, ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ແລະ ທ່ານ ສາຍອູ ພູມສາລີ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ
ມີບັນດາທ່ານກຳມະການຄະນະປະຈໍາສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກຳມະການ, ຄະນະເລຂາທິການ, ບັນດາທ່ານຕາງສູຝຶກອົບຮົມ ແລະ ຂໍ້ມູນຂ່າວສານ, ສູນຄົ້ນຄວ້າວິທະຍາສາດ ແລະນິຕິກຳ, ພະແນກການ ແລະ ວິຊາຕານ ຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຈໍາປາສັກເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ເພື່ອປັບປຸງການປະສານງານ ແລະ ການປະຕິບັດໜ້າທີ່ວຽກງານທີກ່ຽວຂ້ອງ ລະຫວ່າງ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ກັບ ສະພາປະຊາຊົນແຂວງຈໍາປາສັກ ໃນການເປັນເສນາທິການ ແລະ ເປັນໃຈກາງໃນການຄົ້ນຄວ້າວິທະຍາສາດ, ການຍົກສູງຂີດຄວາມສາມາດ ແລະ ສະໜ່ອງຂໍ້ມູນຂ່າວສານໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງຈໍາປາສັກ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ທັງເປັນການເກັບກໍາ ແລະ ສຶກສາຂໍ້າມູນພື້ນຖານໃຫ້ແກ່ການກຳນົດຫົວຂໍ້, ເນື້ອໃນ ແລະ ຮູບ້ານ ໃນການຝຶກອົບຮົມການຍົກສູງຂີດຄວາມສາມາດ, ການຄົ້ນຄວ້າ ແລະ ການສະໜອງຂໍ້ມູນ-ຂ່າວສານ ໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ແລະ ວິຊາການ ທີ່ເປັນເສນາທິການໃຫ້ມີປະສິດທິຜົນດກວ່າເກົ່າ. ເຊິ່ງການດໍາເນີນກອງປະຊຸມ, ທ່ານ ສົມສີ ມະນີນິນ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ ໄດ້ລາຍງານຕໍ່ກອງປະຊຸມກ່ຽວກັບການຈັດຕັ້ງປະຕິບັດວຽກງານຕາມຫົວຂໍ້ທີ່ທາງສະຖາບັນຄົ້ນຄວ້ານິຕິກຳໄດ້ເຈາະຈີ້ມ ເປັນຕົ້ນການຈັດຕັ້ງປະຕິບັດວຽກງານຂໍ້ມູນ-ຂ່າວສານ ແລະ ການຝຶກອົບຮົມ, ວຽກງານການຍົກສູງຂີດຄວາມສາມາດໃຫ້ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ວິຊາການ ແລະ ວຽກງນຂອງຂະແໜງນິຕິກຳ ແລະ ຍຸຕິທໍາ ແລະ ກົນົກການຈັດຕັ້ງປະຕິບັດວຽກງານ, ການປະສານງານ ແລະ ຍົກໃຫ້ເຫັນບັນຫາຄວາມຫຍຸ້ງທີ່ຍັງເປັນປັດໃຈເຮັດໃຫ້ການຈັດຕັ້ງປະຕິບັດໜ້າວຽກງານບາງດ້ານບໍ່ໄດ້ດີເທົ່າທີຄວນ. ຈາກນັ້ນກອງປະຊຸມໄດ້ມີການເຈາະຈີ້ມເພີ່ມເຕີ່ມຕໍ່ກັບຂໍ້ມູນທີ່ທາງ 2 ພາກສ່ວນໄດ້ຍົກຂື້ນ ເພື່ອປຶສາຫາລື ແລະ ເກັບກຳຂໍ້ມູນ ນໍາໄປຄົ້ນຄວ້າປັບປຸງຕໍ່ບັນດາໜ້າວຽກໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບສູງ.
(ພາບ-ຂ່າວ: ສົມວິຈິດ ໄຊມົນຕີ)
#ສະພາປະຊາຊົນແຂວງຈໍາປາສັກ
#ຜູ້ແທນປະຊາຊົນ