loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສສຊ​ ເຂດ17​ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3.

ຕ.ລ. 23, 2022 | ເຂດ 17 ອັດ​ຕະ​ປື


ໃນວັນທີ 19 ຕຸລາ 2022. ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX, ທີ່ຫໍປະຊຸມໃຫ່ຍຂອງແຂວງ, ນໍາໂດຍ ທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະ ສສຊ ເຂດ17 ປະທານ​ສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ, ເຂົ້່າຮ່ວມຮັບຟັງມີບັນດາທ່ານຫົວຫນ້າ-ຮອງ​ຫົວຫນ້າ​ພະແນກ, ອົງການທຽບເທົ່າພະແນກ, ພະນັກງານ-ລັດຖະກອນ​ ໃນຂົງເຂດ​ຕຸລາການ, ຂົງເຂດວັດທະນະທໍາ-ສັງຄົມ​ ແລະ​ ຂົງເຂດການເມືອງ ອ້ອມຂ້າງແຂວງເຂົ້າຮ່ວມ


ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ເຂົ້າໃຈຕໍ່ການນຳພາຂອງພັກ, ລະບຽບກົດຫມາຍຂອງລັດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືຂອງແຂວງ ແລະ ແນ່ໃສ່ຮັບຮູ້ ແລະ ເຂົ້າໃຈຕໍ່ລະບົບກົງຈັກການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ແລະ ເນື້ອໃນວຽກງານສຳຄັນທີ່ໄດ້ພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ແລະ,​ ພ້ອມກັນນໍາເອົານິຕິກໍາໃຕ້ກົດໝາຍ ກໍຄືມະຕິທີ່ໄດ້ຮັບຮອງໄປຈັດຕັ້ງເຜີຍແຜ່ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຂອງຕົນຢ່າງເປັນຮູບປະທໍາ ແລະ ມີຜົນສໍາເລັດ ເຮັດໃຫ້ພໍ່ແມ່ປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ.
ໃນວາລະກອງປະຊຸມ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ໄດ້ຍົກໃຫ້ເຫັນບັນຫາສໍາຄັນທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດ ເປັນຕົ້ນ:ເນື້ອໃນມະຕິກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022; ຮັບຮອງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ຮັບຮອງການປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍ 4 ສະບັບ ຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ; ຮັບຮອງທິດທາງການປະຕິຮູບລັດວິສາຫະກິດ ລວມ ທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ; ຮັບຮອງການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19. ຮັບຮອງການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ ໂດຍສະເພາະການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນ ທຸກສາຍ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກໍາ; ແລະ ຮັບຮອງເອົາການເລືອກຕັ້ງປະກອບອົງການກວດສອບແຫ່ງລັດ, ຮັບຮອງເອົາການສະ ເໜີແຕ່ງຕັ້ງຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ,
ພ້ອມກັນນັ້ນ,​ ກໍໄດ້ຍົກໃຫ້ເຫັນມະຕິກອງປະຊຸມ ຂອງສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສະພາປະຊາຊົນແຂວງ ໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ແຜນຮອດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງຊຸດທີ II, ຮັບຮອງການຈັດຕັ້ງປະຕິບັດແຜນພັດທ່ະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2022 ແລະ ທິດທາງ 6ເດືອນທ້າຍປີ 2022, ຮັບຮອງການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດຂັ້ນແຂວງ 6 ເດືອນຕົ້ນປີ 2022 ແລະ ທິດທາງ 6ເດືອນທ້າຍປີ 2022, ນອກນັ້ນຜູ້ເຂົ້າຮ່ວມຍັງໄດ້ມີຄໍາສະເໜີ ແລະ ແລກປ່ຽນຄໍາຄິດຄໍາເຫັນ.
(ນັກຂ່າວ:ສພຂ​ ອັດຕະປື)