(ສພຊ) – ວາລະທຳອິດຂອງການດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 17 ມີນາຜ່ານມາ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພາຍຫຼັງທີ່ໄດ້ຮັບຟັງບົດລາຍງານການປັບປຸງລັດຖະທຳມະນູນປີ 2025 ຈາກທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ; ຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳໃນການຄົ້ນຄວ້າປະກອບຄຳເຫັນຕໍ່ບົດລາຍງານດັ່ງກ່າວ ໂດຍສະເໜີໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ມີຄໍາເຫັນຢ່າງມີຈຸດສຸມຕໍ່ບາງມາດຕາທີ່ເພີ່ມໃໝ່ ແລະ ປັບປຸງ, ບັນດາທ່ານ ສສຊ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄໍາເຫັນຢ່າງມີຈຸດສຸມ ແລະ ສະເໜີໃຫ້ພິຈາລະນາການໃຊ້ຄໍາສັບໃນບາງມາດຕາ ເປັນຕົ້ນ:
ທ່ານ ຄຳດີ ວົງລ້ອມ ສສຊ ປະຈຳເຂດເລືອກຕັ້ງທີ 3 ແຂວງອຸດົມໄຊ ມີຄຳເຫັນວ່າ:
1. ມາດຕາ 17: ຫຍໍ້ໜ້າທີໜຶ່ງ ຂຽນວ່າ: ລັດປົກປ້ອງສິດກ່ຽວກັບກໍາມະສິດ (ສິດຄອບຄອງ, ສິດນຳໃຊ້, ສິດໄດ້ຮັບໝາກຜົນ, ສິດຊີ້ຂາດ) ສະເໜີຕັດກໍາມະສິດ ແລະ ເອົາວົງເລັບອອກ; ໝາຍຄວາມວ່າ ທີ່ດິນໃຫ້ເປັນກຳມະສິດຂອງວົງຄະນາຍາດແຫ່ງຊາດ ເຊິ່ງລັດເປັນຕົວແທນ ແລະ ຄຸ້ມຄອງລວມສູນເປັນເອກະພາບຕາມກົດໝາຍເທົ່ານັ້ນ, ບໍ່ໃຫ້ເປັນກຳມະສິດຂອງບຸກຄົນໃດໜຶ່ງເດັດຂາດ ໃຫ້ມີພຽງສິດນໍາໃຊ້ເທົ່ານັ້ນ. ເຫດຜົນ: 1) ເປັນຊ່ອງວ່າງໃຫ້ມີການເຂົ້າໃຈວ່າ: ທີ່ດິນທີ່ໄດ້ອອກທະບຽນນຳໃຊ້ ແມ່ນມີກຳມະສິດຂາດຕົວຂອງຕົນເອງ ຈຶ່ງມີສິດຊື້-ຂາຍຊະຊາຍ, ມອບໂອນ, ຈັບຈອງໄວ້ຢ່າງຫຼວງຫຼາຍ ແລະ ກົດໜ່ວງຖ່ວງດຶງເວລາຖືກໂຄງການພັດທະນາ; 2) ອີງໃສ່ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງປີ 2019 ມາດຕາ 3 ກຳມະສິດກ່ຽວກັບທີ່ດິນ ຂຽນວ່າ: ທີ່ດິນແຫ່ງ ສປປລາວ ເປັນກຳມະສິດຂອງວົງຄະນະຍາດແຫ່ງຊາດ ຊຶ່ງລັດເປັນຕົວແທນເຈົ້າກຳມະສິດດັ່ງກ່າວ ແລະ ຄຸ້ມຄອງຢ່າງລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ໂດຍມີການຈັດສັນ, ວາງແຜນ ການນຳໃຊ້ ແລະ ພັດທະນາທີ່ດິນ; ລັດມອບສິດໃຫ້ນໍາໃຊ້ທີ່ດິນໃຫ້ພົນລະເມືອງລາວ, ລວມທັງນິຕິບຸກຄົນ, ລວມໝູ່ ແລະ ການຈັດຕັ້ງທີ່ເປັນພົນລະເມືອງລາວ ນໍາໃຊ້ຢ່າງຍາວນານ ແລະ ໝັ້ນຄົງ.
2. ມາດຕາ 53 ແຖວທີສາມ ຕົກລົງບັນຫາສຳຄັນພື້ນຖານຂອງຊາດ ສະເໜີຕັດຄຳວ່າ ພື້ນຖານອອກ.
3. ຕາມຄໍາຖາມເຈາະຈີ້ມຂອງປະທານ ຂໍ້ທີ 13: ຈະເອົາແຂວງຂຶ້ນກ່ອນ ຫຼື ເອົານະຄອນຫຼວງຂຶ້ນກ່ອນ? ເຫັນດີເອົາແຂວງຂຶ້ນກ່ອນ ເພາະວ່າມາດຕາທີ 87 ຫຍໍ້ໜ້າທີສາມ ຂຽນວ່າ: ອົງການປົກຄອງທ້ອງຖິ່ນ ປະກອບດ້ວຍຄະນະກຳມະການປົກຄອງຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ (ບໍ່ມີຂັ້ນນະຄອນຫຼວງ) ແລະ ກົດໝາຍວ່າດ້ວຍອົງການປົກຄອງທ້ອງຖິ່ນ ກໍມີພຽງແຕ່ສາມຂັ້ນ ບໍ່ໄດ້ລະບຸຂັ້ນນະຄອນຫຼວງ.