loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສສຊ ສະເໜີລັດຖະບານຈັດລຽງບຸລິມະສິດການລົງທຶນ ເຂົ້າໃນວຽກງານການສຶກສາ ຕາມກົດໝາຍລະບຸໄວ້

ມ.ຖ. 13, 2024 | SlideMobile, ຂ່າວເດັ່ນ

ໃນວາລະທໍາອິດຂອງກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ທ່ານ ປອ. ວົງເພັດ ອຸດົມລິດ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີຄໍາເຫັນແລກປ່ຽນໃນ 3 ແຜນງານໃຫຍ່ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ, ທ່ານໄດ້ກ່າວວ່າ:
1. ແຜນງານການເຂົ້າເຖິງ ແລະ ຄວາມເທົ່າທຽມກັນຂອງການສຶກສາ
2. ແຜນງານຄຸນນະພາບ ແລະ ຜົນການຮຽນຂອງການສຶກສາ
3. ແຜນງານລະບົບບໍລິຫານ ແລະ ຄຸ້ມຄອງການສຶກສາ
ສະພາບ ແລະ ບັນຫາ 3 ແຜນງານໃຫຍ່ຂອງຂະແໜງການສຶກສາ ອີງຕາມຜົນການປະເມີນກາງສະໄໝຂອງວຽກງານການສຶກສາ ເຫັນວ່າການເຂົ້າຮຽນ ແລະ ອັດຕາປະລະການຮຽນທຸກຊັ້ນທຸກສາຍ ນັບແຕ່ອະນຸບານໄປເຖິງລະ ດັບມະຫາວິທະຍາໄລ ເຫັນວ່າຍັງສືບຕໍ່ຫຼຸດລົງ ໂດຍສະເພາະໃນກຸ່ມຜູ້ດ້ອຍໂອກາດ, ຜົນການຮຽນຍັງຕໍ່າ, ການສະໜອງການສຶກສາສາຍອາຊີວະສຶກສາ ແລະ ເຝິກອົບຮົມວິຊາຊີບ ຍັງມີຫຼາຍດ້ານຍັງບໍ່ທັນສອດຄ່ອງກັບຄວາມຕ້ອງການຕະ ຫຼາດແຮງງານເທົ່າທີ່ຄວນ; ການຈັດສັນງົບປະມານໃຫ້ແກ່ຂະແໜງການສຶກສາປີນີ້ ໄດ້ພຽງແຕ່ປະມານ 8% (ພາຍຫຼັງ ໂຄວິດ-19 ອາຊຽນເພິ່ນໄດ້ເພີ່ມງົບປະມານໃສ່ວຽກງານການສຶກສາຫຼາຍຂຶ້ນ, ກົງກັນຂ້າມ ປະເທດເຮົາຊໍ້າພັດຫຼຸດລົງ) ການຂາດແຄນຄູ ນັບມື້ນັບເພີ່ມຂຶ້ນ ເຖິງແມ່ນວ່າກະຊວງສຶກສາທິການ ແລະ ກິລາ ໄດ້ສຸມໃສ່ປະຕິບັດຄຳສັ່ງເລກທີ 09 ແລ້ວກໍຕາມ. ທ່ານໄດ້ກ່າວຕື່ມວ່າ: ສາເຫດທີ່ພາໃຫ້ເກີດສະພາບ ແລະ ບັນຫາທັງ 3 ແຜນງານ ແມ່ນຍ້ອນ:
1. ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ຂໍ້ຈຳກັດດ້ານການເງິນຂອງຄອບຄົວ ເປັນປັດໄຈຕົ້ນຕໍ, ຜູ້ປົກຄອງ ແລະ ນັກຮຽນ ຈຳນວນຫຼາຍ ເຫັນຄຸນຄ່າຂອງການສຶກສາ, ແຕ່ຢູ່ທ້ອງຖິ່ນ ຈະໃຫ້ໄປເຂົ້າຮຽນໄດ້ແນວໃດ?
2. ສາເຫດບໍ່ໄດ້ຄຸນນະພາບ ອັນໜຶ່ງມາຈາກການສະໜັບສະໜູນການຮຽນພາສາລາວໃຫ້ແກ່ເດັກຊົນເຜົ່າ ຍັງບໍ່ທັນສອດຄ່ອງເທົ່າທີ່ຄວນ ເພາະວ່າເຂົາເຈົ້າເກີດມາໄດ້ຮຽນ 2 ພາສາໄປພ້ອມກັນ ແລະ ການຂະຫຍາຍການສຶກສາເດັກກ່ອນໄວຮຽນ ໄປສູ່ເຂດຫ່າງໄກສອກຫຼີກ ຍັງຈຳກັດ;
3. ຂີດຄວາມສາມາດຄູຍັງຕ່ຳ ເປັນປັດໄຈທີ່ກະທົບອັນໃຫຍ່ຫຼວງຕໍ່ຜົນການຮຽນຂອງນັກຮຽນ ຍ້ອນວ່າງົບປະ ມານສຳລັບການພັດທະນາຄູຍັງມີຈຳກັດ ແລະ ການສະໜອງຄູຍັງບໍ່ພຽງພໍ ເຊິ່ງສະແດງອອກຫ້ອງຄວບເພີ່ມຂຶ້ນຫຼາຍ;
4. ສຳລັບດ້ານວຽກງານອາຊີວະສຶກສາ ການຮ່ວມມືກັບພາກອຸດສາຫະກຳປະກອບການ ຍັງມີຈໍາກັດ;
5. ກະຊວງສຶກສາທິການ ແລະ ກິລາ ຍັງຂາດງົບປະມານເພື່ອໄປພັດທະນາຂີດຄວາມສາມາຂອງຜູ້ບໍລິຫານ ແລະ ວຽກງານສັບຊ້ອນຄູທີ່ເຫຼືອ ໄປສອນບ່ອນທີ່ຄູຍັງບໍ່ພຽງພໍ;
6. ອົງການປົກຄອງທ້ອງຖິ່ນຈຳນວນໜຶ່ງ ຍັງຖືວ່າວຽກງານພັດທະນາການສຶກສາ ແມ່ນໜ້າທີ່ຂອງຂະແໜງການສຶກສາຝ່າຍດຽວ.
ທ່ານໄດ້ສະເໜີວິທີການແກ້ໄຂໄປຍັງລັດຖະບານຕື່ມວ່າ:
1. ແຜນການເຂົ້າເຖິງ ແລະ ຄວາມເທົ່າທຽມກັນ: ສະເໜີກະຊວງສຶກສາທິການ ແລະ ກິລາ ວິເຄາະເພີ່ມຕື່ມຕໍ່ກັບສາເຫດທີ່ເພີ່ມຂຶ້ນຕໍ່ວຽກງານການສຶກສາແຕ່ລະຊັ້ນລະສາຍ ສ້າງໂອກາດການມີວຽກເຮັດງານທໍາທີ່ດີ ແລະ ສະພາບແວດລ້ອມທີ່ດີໃນໂຮງຮຽນ, ການໂຄສະນາເຜີຍແຜ່ ແລະ ສົ່ງເສີມການມີສ່ວນຮ່ວມຂອງພໍ່ແມ່ຜູ້ປົກຄອງ ແລະ ອໍານາດການປົກຄອງທ້ອງຖິ່ນ ໃຫ້ຫຼາຍຂຶ້ນເປັນສິ່ງຈໍາເປັນ, ລັດຖະບານຄວນຂະຫຍາຍການສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນທີ່ດ້ອຍໂອກາດ ລວມໄປເຖິງເດັກນ້ອຍທີ່ມາຈາກຄອບຄົວທຸກຍາກ;
2. ວິທີການແກ້ໄຂແຜນງານຄຸນນະພາບ ແລະ ຮຽນຮູ້ ສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ສຸມໃສ່ເສີມທັກສະດ້ານພາສາລາວ ແລະ ຄະນິດສາດ ພ້ອມທັງດໍາເນີນການປະເມີນຜົນການຮຽນຂອງນັກຮຽນແບບຕໍ່ເນື່ອງ ລວມທັງອອກແບບລະບົບການຕິດຕາມກວດກາໃຫ້ສອດຄ່ອງ, ການເຝິກອົບຮົມຄູປະຈໍາການ ແລະ ການພັດທະນາຊີວິດຄູ ເຫັນວ່າມີຄວາມຈໍາເປັນຫຼາຍ ພ້ອມທັງພັດທະນາຂີດຄວາມສາມາດຂອງຜູ້ບໍລິຫານການສຶກສາ ໃຫ້ສົມຄູ່ກັບວຽກງານການສຶກສາໃນໄລຍະໃໝ່, ການກໍານົດຍຸດທະສາດໃນການສ້າງຄູ, ສະໜອງຄູໃຫ້ພຽງພໍ ເປັນສິ່ງສໍາຄັນທີ່ສຸດ;
3. ວິທີການແກ້ໄຂການບໍລິຫານ ແລະ ການຄຸ້ມຄອງ: ກະຊວງສຶກສາທິການ ແລະ ກິລາ ຄວນທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດມະຕິເລກທີ 09 (ເພື່ອຄວາມຍືນຍົງ ຄູອາສາຈະກາຍເປັນຄູປະຈໍາການ ຫຼືວ່າເປັນພາລະກອນຄູ) ເຮັດແນວໃດຈະເສີມພາລະບົດບາດຂອງຄະນະກໍາມະການສຶກສາຂັ້ນບ້ານຄືນໃໝ່ ໃຫ້ການຈັດຕັ້ງທ້ອງຖິ່ນເຂົ້າມາມີສ່ວນຮ່ວມຫຼາຍຂຶ້້ນ; ສະເໜີປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ ໃຫ້ສອດຄ່ອງກັບສະພາບການສຶກສາໃນໄລຍະໃໝ່ໂດຍໃຫ້ມີການຈັດລຽງບຸລິມະສິດການລົງທຶນເຂົ້າໃນວຽກງານການສຶກສາຄືນໃໝ່ ຂໍໃຫ້ໄດ້ 18% ຕາມກົດໝາຍລະບຸໄວ້.