ສສຊ-ສສຂ ພົບປະຜູ້ມີສິດເລືອກຕັ້ງຢູ່ເມືອງປາກຊັນ

ມ.ກ. 21, 2026

(ສພຊ) – ວັນທີ 15-16 ມັງກອນຜ່ານມາ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 11 ນຳໂດຍທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ສະມາຊິກສະພາປະຊາຊົນຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງປາກຊັນ ນຳໂດຍທ່ານ ນາງ ຄໍາເພັດ ດວງມະນີ ປະທານຄະນະ ສສຂ ປະຈໍາເຂດເລືອກຕັ້ງເມືອງປາກຊັນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວພົບປະ, ຢ້ຽມຢາມຖາມຂ່າວພໍ່ແມ່ປະຊາຊົນຢູ່ 3 ບ້ານຂອງເມືອງປາກຊັນ ຄື: ໂນນອຸດົມ, ທ່າບໍ ແລະ ສອງຄອນ ຕິດພັນກັບການໂຄສະນາເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ IV ເຊິ່ງມີເລຂາຄະນະບໍລິຫານງານພັກເມືອງ, ຕາງໜ້າຫ້ອງການຂັ້ນເມືອງ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນ 3 ບ້ານ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນການລົງເຄື່ອນໄຫວ, ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ການນໍາພາ-ຊີ້ນໍາຂອງອົງການປົກຄອງ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ແລະ ຄຳສະເໜີຈາກນາຍບ້ານ ເຊິ່ງພົວພັນກັບຫຼາຍບັນຫາ ເພື່ອຂໍທິດຊີ້ນໍາ ແລະ ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂຊ່ວຍຕາມຄວາມເໝາະສົມ. ຈາກນັ້ນ ສສຊ ແລະ ສສສ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສໍາເລັດຂອງສອງກອງປະຊຸມດັ່ງກ່າວ ໃນນັ້ນ, ມີບັນດາມະຕິ, ກົດໝາຍ ແລະ ເນື້ອໃນເອກະສານບົດລາຍງານຕ່າງໆ ທີ່ນຳເຂົ້າພິຈາລະນາ ແລະ ຮັບຮອງຢູ່ກອງປະຊຸມ; ພ້ອມນັ້ນ, ຍັງໄດ້ຮັບຟັງຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີຕ່າງໆ ຈາກອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ 3 ບ້ານ ເຊິ່ງບາງຂໍ້ສະເໜີ ກໍໄດ້ອະທິບາຍຊີ້ແຈງກັບທີ່ ແລະ ບາງຂໍ້ສະເໜີທີ່ຕິດພັນກັບຫຼາຍພາກສ່ວນ ຈະນໍາເອົາໄປສະເໜີຕໍ່ອົງການປົກຄອງເມືອງ, ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ໃຫ້ໄດ້ຮັບການແກ້ໄຂໂດຍໄວ; ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ກໍຄືພົນລະເມືອງລາວທີ່ມີອາຍຸ 18 ປີຂຶ້ນໄປ ຈົ່ງພ້ອມພາກັນໄປໃຊ້ສິດຂອງຕົນ ເລືອກຕັ້ງເອົາ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ຈະຈັດຂຶ້ນໃນວັນທີ 22 ກຸມພາ 2026.
(ໂສລະຢ໋າ)