(ສພຊ) – ເພື່ອຫວນຄືນວັນລັດຖະທຳມະນູນແຫ່ງຊາດ ແລະ ໂຄສະນາເຜີຍແຜ່ເຊື່ອມຊຶມເນື້ອໃນລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປີ 2025 ໃຫ້ພະນັກງານພາຍໃນສະພາແຫ່ງຊາດ (ສພຊ); ວັນທີ 14 ສິງຫາຜ່ານມາ, ສະພາແຫ່ງຊາດ ໄດ້ຈັດພິທີປາຖະກະຖາວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ.

ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ໄດ້ຫວນຄືນໃຫ້ເຫັນເຖິງຄວາມໝາຍຂອງລັດຖະທຳມະນູນ ແລະ ວັນລັດຖະທຳມະນູນແຫ່ງຊາດ; ຄວາມສຳຄັນຂອງລັດຖະທຳມະນູນ; ຄວາມເປັນມາໃນການສ້າງ ແລະ ປັບປຸງລັດຖະທຳມະນູນ; ຕີລາຄາດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດລັດຖະທຳມະນູນຕະຫຼອດໄລຍະ 34 ປີ. ພ້ອມກັນນັ້ນ, ກໍໃຫ້ຮູ້ເຖິງເນື້ອໃນສຳຄັນ ແລະ ການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2025. ທ່ານຍັງກ່າວຕື່ມວ່າ: ຕະຫຼອດ 34 ປີທີ່ຜ່ານມາ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ລັດ ແຫ່ງ ສປປລາວ ໄດ້ເປັນເຈົ້າການ ແລະ ໃຈກາງ ໃນການປະຕິບັດລັດຖະທຳມະນູນ ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໝັ້ນຄົງຕະຫຼອດມາ, ເສດຖະກິດ-ວັດທະນະທຳສັງຄົມ ໄດ້ຮັບການພັດທະນາ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບສູງຂຶ້ນ, ບົດບາດອິດທິພົນຂອງພັກ ແລະ ລັດເຮົາ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ; ຄຽງຄູ່ກັບຜົນສໍາເລັດທີ່ພົ້ນເດັ່ນ ແລະ ໃຫຍ່ຫຼວງນັ້ນ, ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງຫຼາຍຢ່າງ ທີ່ເລັ່ງທວງໃຫ້ພວກເຮົາພ້ອມກັນຕັດສິນໃຈສູ້ຊົນແກ້ໄຂໃຫ້ໄດ້ເປັນກ້າວໆ ແນໃສ່ເສີມຂະຫຍາຍທ່າແຮງສັງລວມຂອງປະເທດຊາດ ແລະ ສາກົນ ເພື່ອສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ຂຶ້ນສູ່ສັງຄົມນິຍົມ “ເຮັດໃຫ້ປະຊາຊົນລາວບັນດາເຜົ່າຮັ່ງມີຜາສຸກ, ປະເທດຊາດມັ່ງຄັ້ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ”.

(ນາງ ອາລິນ ສຸພິມມະປະດິດ)