ວັນທີ່ 17 ພຶດສະພາ 2022 ທ່ານ ສົມຈິດ ຫັບລະກອນ ຮອງປະທານສະພາປະຊາຊົນແຂວງ ສືບຕໍ່ລົງເຄື່ອນໄຫວຕິດຕາມ, ກວດກາ ໂຄງການຂຸດຄົ້ນບໍ່ທອງ ຂອງບໍລິສັດ ຢຸນນານ ຈົງເຊິນ ມາຍນີ້ງ ຈໍາກັດ ທີ່ເມືອງ ຍອດອູ, ແຂວງ ຜົ້ງສາລີ; ເພື່ອເປັນຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ພົວພັນວຽກງານເຊົ່າ, ສໍາປະທານທີ່ດິນຂອງລັດ.
