ດັ້ນກີບເມກ
ຍຸກນີ້ ເບິ່ງຄືວ່າສິນທໍາ ແລະ ປະເພນີຫຼຸດຄ່າໜ້ອຍຖອຍລົງ ຈົນເຮັດໃຫ້ຫຼາຍຄົນຫຼາຍຄູ່ບໍ່ຖືຊາ-ບໍ່ເອົາໃສ່ໃຈແລ້ວອັນຖືກຕ້ອງເໝາະສົມ ແຕ່ເລືອກເອົາແນວໃດໃສ່ຖົງ ຫຼື ແນວໃສ່ປາກກິນໄດ້ ເຊິ່ງສະແດງວ່າວັດຖຸມາແຮງກວ່າຈິດໃຈທີ່ຫຼາຍຄົນບໍ່ກ້າປະຕິເສດໄດ້ດອກ! ຜູ້ຂຽນຂໍຍົກເອົາບາງປະເດັນບາງກໍລະນີຂອງຍິງ-ຊາຍຮັກກັນ, ບາງຄອບຄົວທີ່ສະໝັກໃຈແຍກປະຢ່າຮ້າງກັນ ເຊິ່ງຫຼາຍກໍລະນີເກີດຈາກບັນຫາຊັບສິນເງິນຄໍາ.
ຍຸກນີ້, ຢ່າລືມວ່າໃນເມື່ອວັດຖຸເງິນຄໍາມາແຮງບວກໃສ່ຄ່ານິຍົມສຸກງ່າໃດກິນງ່ານັ້ນ ໃຜລໍ້າລວຍວັດຖຸກໍເຫີ່ຍ້ອງເຊີດຊູກັນ ເຖິງແມ່ນວ່າຫຼາຍຄົນບໍ່ປາກບໍ່ເວົ້າແຕ່ຈິດໃຈກໍເປັນແນວນັ້ນແທ້ ເຊິ່ງອາດຈະມີໜ້ອຍຄົນຢູ່ທີ່ເຫັນຄ່າສິນທໍາ-ຮີດຄອງປະເພນີ ແຕ່ຫຼາຍຄົນທີ່ເຫັນວັດຖຸດີກວ່າ ຍົກຕົວຢ່າງຝ່າຍຊາຍຮູ້ວ່າຝ່າຍຍິງມີຄົນຮັກລ້ຽງດູຊ່ວຍເຫຼືອເງິນຄໍາ ແຕ່ຝ່າຍຊາຍກໍສາມາດຮັກແຮງແຊງໜ້າໄດ້ໂດຍບໍ່ສົນວ່າເຂົາມີຄົນຮັກຢູ່ແລ້ວ ຂໍແຕ່ມີໂອກາດ ແມ່ນບໍ່ສົນນໍາກຽດສັກສີ, ບໍ່ສົນນໍາສາຍຕາອ້ອມຂ້າງເບິ່ງຄືວ່າ ຄົນບາງພວກທຸກມື້ບໍ່ຖືກຽດ ແຕ່ຖືເອົາແນວມີກິນ.
ບູຮານວ່າ: ມີຝອຍ ໝາຈຶ່ງຂີ້ໝາຍຄວາມວ່າ ພຶດຕິກໍາໃດໜຶ່ງບໍ່ແມ່ນຈະເກີດຂຶ້ນມາລອຍໆ ແຕ່ມັນຕ້ອງມີຕົວຢ່າງ ຫຼື ມີທີ່ມາຈາກຄົນໜຶ່ງ ຫຼື ຈາກລຸ້ນໜຶ່ງຕໍ່ໃສ່ອີກລຸ້ນໜຶ່ງ ດັ່ງນັ້ນ, ຈຶ່ງເກີດຄໍາຖາມວ່າ ສິນທໍາ, ວັດທະນະທໍາ, ຮີດຄອງປະເພນີບໍ່ຖືກເຊີດຊູສົ່ງເສີມໃຫ້ເຂັ້ມແຂງ, ຄົນເຄົາລົບວັດທະນະທໍາຖືກຫົວຂວັນເຢາະເຢີ້ຍ ແຕ່ຄົນເກັ່ງດື່ມເຫຼົ້າເບຍ, ທ່ຽວເກັ່ງ-ເຈົ້າຊູ້ເກັ່ງ ຖືກເອີ່ຍຍ້ອງ-ຊົມເຊີຍຈາກປາກໝູ່ພວກ ມັນກໍກາຍເປັນສິ່ງທີ່ໝູ່ເພື່ອນຢາກເອົາແບບຢ່າງແນວບໍ່ມີໃຜເຫັນວ່າມັນຜິດ-ຂໍພຽງແຕ່ໄດ້ສິ່ງທີ່ຕົນຢາກໄດ້ ແຕ່ບໍ່ສົນໃຈສິນທໍາ-ລະບຽບປະເພນີ.
ຜູ້ຂຽນບໍ່ໄດ້ເຈຕະນາ ເຈາະຈົງກະແທກແດກດັນໃສ່ຜູ້ໃດ ແຕ່ມັນເປັນພຽງແງ່ຄິດ ເພື່ອເຍືອງໄປອະນາຄົດໄລຍະຍາວວ່າຈະມີຜົນແນວໃດຕື່ມ ຖ້າວ່າເຮົາບໍ່ສະເຫລືອກຕື່ນວ່າອັນໃດຄວນ ແລະ ບໍ່ຄວນ…!
ສະເໜີເເລກປ່ຽນ!!!