loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ລົມ-ໄຟ

ພ.ພ. 11, 2023 | SlideMobile, ຂ່າວເດັ່ນ

ດັ້ນກີບເມກ
ສະພາບແວດລ້ອມທຸກມື້ນີ້ມີການປ່ຽນແປງວ່ອງໄວເຊັ່ນ: ດິນຟ້າອາກາດຮ້ອນອົບເອົ້າກວ່າປີຜ່ານມາ ພ້ອມນີ້ບັນຫາໄຟ ໄໝ້ປ່າຍັງແຜ່ລາມ ບໍ່ສາມາດດັບມອດ ຫຼື ຄວບຄຸມໄດ້ງ່າຍ ເບິ່ງຄືວ່າດິນນໍ້າລົມໄຟທີ່ມະນຸດພະຍາຍາມເອົາຊະນະໄດ້ ບາງຄັ້ງ ດຽວນີ້ບໍ່ສາມາດຄວບຄຸມໄດ້ ເພາະມັນເກີດຜົນກະທົບກວ້າງ ທົ່ວໂລກ ແລະ ຄົນທົ່ວໂລກກໍສ້າງບັນຫາໃຫ້ເກີດໄພພິບັດ ພຽງ ເພື່ອຢາກເອົາຊະນະທຳມະຊາດ-ຕອບສະໜອງກິເລດຕັນຫາຂອງຕົນ.
ບັນຫາລົມ ແລະ ໄຟ ຈຶ່ງມີສະພາບຕ່າງຈາກແຕ່ກ່ອນ ທີ່ ເຮົາຕ້ອງໄດ້ເອົາໃຈໃສ່ເຝົ້າລະວັງມີສະຕິບໍ່ປະໝາດ ເນື່ອງຈາກ ໄລຍະນີ້ມີບັນຫາທັງອາກາດຮ້ອນ ເຮັດໃຫ້ການເກີດອັກຄີໄພ ງ່າຍ, ຍົກຕົວຢ່າງອາທິດແລ້ວ ຜູ້ຂຽນຜ່ານໄປວຽກທາງເມືອງ ປາກງື່ມ ມີຄອບຄົວປະຊາຊົນຄອບຄົວໜຶ່ງ ດັງໄຟແຕ່ງກິນຢູ່ຖຽງນາແລ້ວມອດບໍ່ໝົດ ເວລາອອກໄປຫາກິນຂ້າງນອກ ເກີດ ລົມພັດແຮງໃສ່ຖ່ານໄຟເກີດລາມໄໝ້ຖຽງນາໝົດຫຼັງ…; ເລື່ອງໄຟເປັນຕາຢ້ານພໍໆກັບລົມພະຍຸ ທີ່ສາມາດພັດຕົ້ນໄມ້ ຫຼື ວັດຖຸເຮືອນຊານເປ່ເພໄດ້ ຖ້າວ່າເຮົາປະໝາດຂາດສະຕິ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກໜັງສືລາຍງານ ສະພາບອາກາດໃນຫຼາຍແຂວງຈະມີ ຝົນຕົກ-ຟ້າຮ້ອງ ເຊິ່ງເຕືອນໃຫ້ເຮົາມີສະຕິບໍ່ປະໝາດ ຮູ້ຈັກຈັດມ້ຽນວັດຖຸສິ່ງຂອງພາຍໃນເຮືອນ ໃຫ້ປອດໄພຈາກກະແສລົມພັດຮຸນແຮງ-ເວລາທຽວທາງກໍຕ້ອງໄດ້ມີສະຕິ ເພາະການຂັບຂີ່ລົດໃນສະພາບ ມີກະແສລົມ- ຝົນຕົກ ຈະມີອຸປະສັກ ບາງຄັ້ງຫຼາຍຈຸດໄຟຟ້າບໍ່ມາເສັ້ນທາງມືດ ສ່ຽງເກີດອຸບັດເຫດ…
ເລື່ອງຂອງດິນຟ້າອາກາດນັ້ນ ຄົນເຮົາບໍ່ສາມາດຫຼີກໜີຈາກມັນໄດ້ ໄພພິບັດທີ່ເກີດຂຶ້ນຈາກສີມືມະນຸດ ຫຼື ຈາກທຳມະຊາດ ມັນກໍສົ່ງຜົນກະທົບໃສ່ຊີວິດມະນຸດເອງ ຜູ້ຂຽນຍັງຈື່: ຄົນບູຮານສອນວ່າ: ມະນຸດເຮົານັ້ນ ບາງທີບອກເຕືອນກັນບໍ່ຄ່ອຍເຊື່ອຟັງ ແຕ່ເມື່ອພົບກັບໄພທຳມະຊາດກັບຕົນເອງ ຈຶ່ງຮູ້ຈັກຢ້ານ!