ໃນລະຫວ່າງວັນທີ 03-08 ສິງຫາ 2025 ທ່ານ ນາງ ມະນີວັນ ເຍ່ຍປາວເຮີ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ຊຸດທີ IX ໄດ້ລົງພົບປະຢ້ຽມຢາມ ພະນັກງານ, ທະຫານຕໍາຫຼວດ, ອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ ປະຊາຊົນບັນດາເຜົ່າ ຢູ່ເມືອງໂພນໄຊ ແລະ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ລວມທັງໝົດມີ 8 ຈຸດຄື: ເມືອງໂພນໄຊ 4 ຈຸດລວມມີ 5 ບ້ານ, ນະຄອນຫຼວງພະບາງ 4 ຈຸດ ມີການຈັດຕັ້ງບ້ານອ້ອມຂ້າງເຂດສະບານ ເຂົ້າຮ່ວມ 65 ບ້ານ ລວມມີຜູ້ເຂົ້າຮ່ວມທັງໝົດ 1.432 ຄົນ, ຍິງ 1.070 ຄົນ; ຈຸດປະສົງຂອງການລົງພົບປະ ແມ່ນ ໄດ້ນໍາເອົາບັນດາບັນຫາສໍາຄັນພື້ນຖານຂອງຊາດ ແລະ ຂອງແຂວງ ທີ່ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ສຸມເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 9
ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ; ພ້ອມດຽວກັນນັ້ນ, ຍັງຖືເອົາໂອກາດອັນສໍາຄັນນີ້ ເພື່ອຮັບຟັງ ຄໍາຄິດ, ຄໍາເຫັນ ແລະ ເກັບກໍາເອົາຂໍ້ມູນ,ຄໍາສະເໜີຂອງປະຊາຊົນ ກ່ຽວກັບສະພາບ ການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ຢູ່ເມືອງ-ນະຄອນ ແລະ ບ້ານ ເພື່ອສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂ; ຜ່ານການຮັບຟັງການລາຍງານຈາກອຳນາດການປົກຄອງບ້ານກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ-ນະຄອນ, ບ້ານ ເຫັນວ່າສະພາບການພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ, ລູກຫຼານໄດ້ຮັບການສຶກສາ, ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນ. ຄຽງຄູ່ກັນນັ້ນ, ພໍ່ແມ່ປະຊາຊົນ ຍັງໄດ້ສະເຫນີໃຫ້ພັກ-ລັດ ປັບປຸງເສັ້ນທາງທີ່ເປ່ເພໃນລະດູຝົນ, ເສັ້ນທາງໄປບ່ອນທຳການຜະລິດ, ຂົວ, ສະຫນອງທືນ ແລະ ເຕັກນິກໃນການປູກການລ້ຽງ, ການຂະຫຍາຍຕາຂ່າຍໄຟຟ້າໃຫ້ພຽງພໍ.
ການລົງເຄື່ອນໄຫວໃນຄັ້ງນີ້ ທ່ານ ນາງ ມະນີວັນ ເຍ່ຍປາວເຮີ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6 ຊຸດທີ IX ຍັງໄດ້ໄປຢ້ຽມຢາມນັກຮຽນຢູ່ໂຮງຮຽນ ມສ ເດັກກໍາພ້າແຂວງຫຼວງພະບາງ ພ້ອມທັງໄດ້ມອບເຄື່ອງນຸ່ງຫົມຈໍານວນໜຶ່ງໃຫ້ນັກຮຽນ ແລະ ຍັງໄດ້ນໍາເອົາຄອມພິວເຕີໂນດບຸກ, ເຄື່ອງປິ່ນເຕີ ຈໍານວນ 1 ຊຸດ, ປື້ມແບບຮຽນ ຊັ້ນ ປະຖົມປໍ 1-ຮອດຊັ້ນມັດທະຍມົມ ມໍ6 ຈໍານວນ 33 ຊຸດ ລວມມູນຄ່າທັງໝົດ 27.676.000 ກີບ ໃຫ້ກັບເມືອງໂພນໄຊ ແລະ ໄດ້ມອບຄອມພິວເຕີໂນດບຸກ, ເຄື່ອງປິ່ນເຕີ ຈໍານວນ 1 ຊຸດມູນຄ່າ 11.094.000 ກີບ ໃຫ້ກັບນະຄອນຫຼວງພະບາງຕື່ມອີກ.
ພາບແລະຂ່າວ: ຄຳດີ ພັນທະລີ