(ສພຊ) – ວັນທີ 17 ມິຖຸນາຜ່ານມາ, ບໍລິສັດລາວໂທລະຄົມ ໄດ້ມອບນ້ຳດື່ມ ມູນຄ່າ 10 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ຕາງໜ້າມອບໂດຍທ່ານ ເພັດສະຫວັນ ເຄີນວິໄລ ຮອງຫົວໜ້າຝ່າຍການຕະຫຼາດ-ການຂາຍ ແລະ ຕາງໜ້າຮັບໂດຍທ່ານ ຂັນທອງ ແພງສີໃຈ ຮອງຫົວໜ້າກົມບໍລິ ຫານ-ພິທິການ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ທ່ານ ຂັນທອງ ແພງສີໃຈ ໄດ້ສະແດງຄວາມຂອບໃຈ ແລະ ມອບໃບຍ້ອງຍໍຂອງຄະນະເລຂາທິການສະພາແຫ່ງຊາດ ໃຫ້ບໍລິສັດລາວໂທລະຄົມ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນອຸປະຖຳໃນຄັ້ງນີ້.
(ນາງ ອາລິນ ສຸພິມມະປະດິດ)