loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ລັດຖະມົນຕີກະຊວງສາທາລະນະສຸກ ສະເໜີຮ່າງກົດໝາຍວ່າດ້ວຍ ການກັນ ແລະ ຄວບຄຸມພະຍາດຕິດຕໍ່ (ສະບັບປັບປຸງ)

ທ.ວ. 19, 2022 | SlideMobile

(ສພຊ) ຕອນເຊົ້າວັນທີ 19 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ລັດຖະມົນຕີກະຊວງສາທາລະນະສຸກ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ພ້ອມດ້ວຍຄະນະຮັບຜິດຊອບຮ່າງກົດໝາຍ.
ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈໍາເປັນ ໃນການສ້າງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຂົ້າໃນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ໃນໄລຍະຜ່ານມາ ໂດຍສະເພາະການປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ ເຫັນວ່າຍັງມີຫຼາຍເນື້ອໃນບໍ່ທັນແທດເໝາະກັບສະພາບຕົວຈິງ ແລະ ບໍ່ສອດຄ່ອງກັບເງື່ອນໄຂຂອງການພັດທະ ນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ຍັງມີບາງເນື້ອໃນທີ່ບໍ່ທັນລະອຽດ, ຈະແຈ້ງ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຈັດ ຕັ້ງປະຕິບັດຕົວຈິງ ແລະ ຍັງມີຫຼາຍບັນຫາທີ່ເກີດຂຶ້ນຕົວຈິງ ທີ່ບໍ່ໄດ້ກໍານົດໃນກົດໝາຍສະບັບນີ້ ເປັນຕົ້ນ ມາດຕະການທາງດ້ານສັງຄົມ, ການຮັກສາໄລຍະຫ່າງ, ການລາຍງານ, ການຈໍາກັດບໍລິເວນ, ການກໍານົດເຂດການລະບາດ, ການກໍານົດກ່ຽວກັບມາດຕະການຕໍ່ຜູ້ທີ່ລະເມີດກົດໝາຍ ຍັງບໍ່ທັນລະອຽດ ແລະ ຮັດກຸມ ເຊິ່ງພາໃຫ້ມີຜູ້ທີ່ເຈຕະນາແຜ່ເຊື້ອພະ ຍາດຕິດຕໍ່ ໃຫ້ບຸກຄົນອື່ນ, ປິດບັງຂໍ້ມູນ ກ່ຽວກັບການເກີດພະຍາດຕິດຕໍ່, ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່, ບໍ່ເຂົ້າ ຫຼື ລັກໜີຈາກສູນຈໍາກັດບໍລິເວນ, ການລັກລອບເຂົ້າເມືອງແບບຜິດກົດໝາຍ, ການໂຮມຊຸມນຸມ ແລະ ອື່ນໆ ຈົນກາຍເປັນບັນ ຫາທີ່ພົ້ນເດັ່ນໃນສັງຄົມ ແລະ ເປັນສິ່ງທ້າທາຍ, ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງພະນັກງານແພດໝໍ ແລະ ເຈົ້າໜ້າທີ່ສາທາລະນະສຸກ ຍັງບໍ່ທັນປະຕິບັດໄດ້ ຕາມກົດໝາຍທີ່ໄດ້ກໍານົດໄວ້, ການແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ຍັງມີຫຼາຍຈຸດທີ່ບໍ່ທັນຈະແຈ້ງ ແລະ ເປັນເອກະພາບກັນ, ການຈັດຕັ້ງປະຕິບັດມີການຊໍ້າຊ້ອນ ໂດຍສະເພາະວຽກງານຄວບຄຸມພະຍາດຕິດຕໍ່ ໃນໄລຍະຜ່ານມາ ເຫັນວ່າ ນອກຈາກການນໍາໃຊ້ມາດຕະການທາງດ້ານສາທາລະນະສຸກແລ້ວ ຍັງໄດ້ນໍາໃຊ້ມາດຕະການທາງດ້ານສັງຄົມ ແລະ ມາດຕະການອື່ນໆ ທີ່ຈໍາເປັນ ເພື່ອເຮັດໃຫ້ສາມາດຄວບຄຸມການລະບາດຂອງພະຍາດຕິດຕໍ່ ໄດ້ຢ່າງທັນການ ກໍໍຄືບໍ່ໃຫ້ແຜ່ລະບາດໄປສູ່ວົງກວ້າງ ພ້ອມດຽວກັນນີ້ ການຈັດລະດັບຄວາມຮ້າຍແຮງຂອງພະຍາດຕິດຕໍ່ ຄື: ລະດັບ ກ, ຂ ແລະ ຄ ຍັງບໍ່ທັນມີຄວາມສອດຄ່ອງກັບສະພາບຕົວຈິງ ເນື່ອງຈາກວ່າໃນໄລຍະຜ່ານມາ ໄດ້ມີການລະບາດຂອງພະຍາດໂຄວິດ-19 ເກີດຂຶ້ນໃນ ສປປລາວ ເຊິ່ງພະຍາດດັ່ງກ່າວ ກໍ່ໃຫ້ເກີດມີຄວາມວິຕົກກັງວົນທາງດ້ານສາທາລະນະສຸກ ແລະ ມີຜົນກະທົບທາງລົບຫຼາຍດ້ານ ແຕ່ພະຍາດດັ່ງກ່າວ ບໍ່ໄດ້ຖືກກໍານົດໄວ້ໃນການຈັດລະດັບຄວາມຮ້າຍແຮງຂອງພະຍາດຕິດຕໍ່. ນອກຈາກນີ້ ໃນມາດຕາ 5 ຂອງກົດໝາຍສະບັບທີ່ນໍາໃຊ້ໃນປັດຈຸບັນ ໄດ້ກໍານົດກ່ຽວກັບງົບປະມານສໍາລັບການຈັດຕັ້ງປະຕິບັດແບບລວມໆ ຖ້າອີງ ໃສ່ການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເຫັນວ່າ ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ເປັນວຽກງານທີ່ມີຄວາມຈໍາເປັນ ແລະ ມີລັກສະນະຮີບດ່ວນ ທີ່ຕ້ອງໄດ້ນໍາໃຊ້ງົບປະມານຈາກຫຼາຍແຫຼ່ງ, ດັ່ງນັ້ນ ຄວນມີງົບປະມານສະເພາະ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ພ້ອມດຽວກັນນີ້ ການກໍານົດກ່ຽວກັບຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມ ຕໍ່ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຍັງມີຫຼາຍພາກສ່ວນ ທີ່ເຂົ້າໃຈວ່າວຽກງານດັ່ງກ່າວ ເປັນຄວາມຮັບຜິດຊອບຂອງຂະແໜງການສາທາລະນະສຸກພຽງຝ່າຍດຽວ ແຕ່ໃນຄວາມເປັນຈິງແລ້ວ ເປັນຄວາມຮັບຜິດຊອບຂອງທຸກພາກສ່ວນທີ່ກ່ຽວຂ້ອງ. ສະນັ້ນ ເພື່ອແກ້ໄຂບັນຫາທີ່ກ່າວມາຂ້າງເທິງນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາ ແນໃສ່ເຮັດໃຫ້ວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນລະບົບ, ຄ່ອງຕົວ, ມີປະສິດທິ ພາບ, ປະສິດທິຜົນ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ.
ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາໃນການຄົ້ນຄວ້າປະກອບຄໍາເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ. ຈາກນັ້ນ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງມີເຫດມີຜົນ ແລະ ກົງໄປກົງມາ. ພາຍຫຼັງບັນດາທ່ານ ສະມາຊິກສະພາແຫ່ງຊາດ ມີຄໍາເຫັນແລ້ວ ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍສະບັບດັ່ງກ່າວ ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ. ຈາກນັ້ນ, ປະທານກອງປະຊຸມ ກໍໄດ້ສະຫຼຸບສັງລວມຄໍາເຫັນຂອງກອງປະຊຸມ.