

ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍທະນາຍຄວາມ (ສະບັບປັບປຸງ) ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງກົດໝາຍວ່າດ້ວຍທະນາຍຄວາມ ວ່າ: ເພື່ອຮັບປະກັນຄວາມເປັນທໍາ, ຖືກຕ້ອງໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງລູກຄວາມ, ຮັບປະກັນສະໜອງຫຼັກຖານໃຫ້ແກ່ການແກ້ໄຂຄະດີ ຢ່າງຖືກຕ້ອງ ແລະ ທັນເວລາ ແລະ ສ້າງຄວາມເຂັ້ມແຂງແກ່ຂະບວນການຍຸຕິທຳ, ສ້າງເງື່ອນໄຂໃນການເຂົ້າເຖິງຂະບວນການຍຸຕິທໍາ, ສ້າງຄວາມເຊື່ອໝັ້ນແກ່ປະຊາຊົນ ແລະ ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍສະບັບນີ້ ເປັນເຄື່ອງມືທາງດ້ານນິຕິກໍາ ແລະ ກຳນົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານທະນາຍຄວາມ.

ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາໃນການຄົ້ນຄວ້າປະກອບຄໍາເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ. ຈາກນັ້ນ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງມີເຫດມີຜົນ ແລະ ກົງໄປກົງມາ. ພາຍຫຼັງ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ມີຄໍາເຫັນແລ້ວ ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍສະບັບດັ່ງກ່າວ ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ. ຈາກນັ້ນ, ປະທານກອງປະຊຸມ ກໍໄດ້ສະຫຼຸບສັງລວມຄໍາເຫັນຂອງກອງປະຊຸມ.
