(ສພຊ) ຕອນບ່າຍວັນທີ 12 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນໂດຍການເປັນປະທານກອງປະຊຸມຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຮອງປະທານສະພາແຫ່ງຊາດ, ລັດຖະມົນຕີກະຊວງກ່ຽວຂ້ອງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ພ້ອມດ້ວຍຄະນະຮັບຜິດຊອບຮ່າງກົດໝາຍ.

ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທໍາ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍທະບຽນສານ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈໍາເປັນ ໃນການປັບປຸງກົດໝາຍວ່າດ້ວຍທະບຽນສານ ວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທະບຽນສານ ປີ 2009 ເຫັນວ່າ ມີດ້ານດີ ກໍຄືຜົນສຳເລັດທີ່ໄດ້ກ່າວມາເທິງນັ້ນ, ແຕ່ກໍຍັງເຫັນວ່າ ມີບາງບັນຫາທີ່ຈະຕ້ອງໄດ້ປັບປຸງ ເພື່ອໃຫ້ມີຄວາມສອດຄ່ອງກັບສະພາບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ ດັ່ງນີ້:

1) ເນື້ອໃນຂອງກົດໝາຍບາງມາດຕາ ຍັງບໍ່ທັນຈະແຈ້ງ ເຊິ່ງສາມາດຕີໄດ້ຫຼາຍຄວາມໝາຍ ເຮັດໃຫ້ມີຄວາມຄຸມເຄືອ, ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ;
2) ຂອບວຽກງານການຢັ້ງຢືນເອກະສານຍັງບໍ່ທັນຈະແຈ້ງ;
3) ຂັ້ນຕອນການຢັ້ງຢືນສັນຍາ ແລະ ເອກະສານ ຍັງກຳນົດລັກສະນະກວມລວມ, ເຮັດໃຫ້ການປະຕິບັດວຽກງານ ມີລັກສະນະບໍ່ເປັນເອກະພາບກັນ;
4) ກົນໄກການຄຸ້ມຄອງວຽກງານທະບຽນສານ ເປັນຕົ້ນ ການຄຸ້ມຄອງເອກະສານ ແລະ ການຈັດລະບົບຂໍ້ມູນ ຍັງບໍ່ຮັດກຸມ ແລະ ທັນສະໄໝ;
5) ກົດໝາຍທະບຽນສານ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ທີ່ກຳນົດບັນຫາດຽວກັນ ຍັງມີລັກສະນະແຕກຕ່າງກັນ ເປັນຕົ້ນ ການແຕ່ງຕັ້ງ ນາຍທະບຽນສານ;
6) ການກໍານົດສິດ ແລະ ໜ້າທີ່ ຂອງພາກສ່ວນຕ່າງໆ ຍັງບໍ່ທັນຈະແຈ້ງ ແລະ ມີລັກສະນະລວມ.
ບັນດາບັນຫາດັ່ງກ່າວນີ້ ແມ່ນມີຄວາມຈຳເປັນຕ້ອງປັບປຸງແກ້ໄຂ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ອະນາຄົດ.
ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາໃນການຄົ້ນຄວ້າປະກອບຄໍາເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ. ຈາກນັ້ນ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງມີເຫດມີຜົນ ແລະ ກົງໄປກົງມາ. ພາຍຫຼັງບັນດາທ່ານ ສະມາຊິກສະພາແຫ່ງຊາດ ມີຄໍາເຫັນແລ້ວ ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍສະບັບດັ່ງກ່າວ ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ. ຈາກນັ້ນ, ປະທານກອງປະຊຸມ ກໍໄດ້ສະຫຼຸບສັງລວມຄໍາເຫັນຂອງກອງປະຊຸມ.

