ລັດຖະບານ ກຳນົດເງື່ອນໄຂສຳລັບຜູ້ພັດທະນາ ແລະ ລົງທຶນໃນນິຄົມອຸດສາຫະກຳອຳມະຕະ

ມ.ຖ. 20, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນເຊົ້າວັນທີ 20 ມີນານີ້, ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ສະເໜີກ່ຽວກັບການຄົ້ນຄວ້ານະໂຍບາຍພິເສດ ເພື່ອສົ່ງເສີມ ແລະ ດຶງດູດການລົງທຶນໃນນິຄົມອຸດສາຫະກໍາ ໂດຍທ່ານໄດ້ລົງເລິກ ເເລະ ອະທິບາຍຊີ້ແຈງເພີ່ມຕື່ມບັນຫາທີ່ເປັນໃຈກາງຂອງນະໂຍບາຍພິເສດໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາອຳມະຕະ ເຊິ່ງເປັນໂຄງການພັດທະນານິຄົມອຸດສະຫະກໍາຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ນັ້ນ ແມ່ນນະໂຍບາຍທີ່ກ່ຽວພັນກັບການຍົກເວັ້ນອາກອນກຳໄລໃນໄລຍະ 30 ປີ ໃຫ້ແກ່ຜູ້ລົງທຶນໃນນິຄົມອຸດສາຫະກໍາດັ່ງກ່າວ ເຊິ່ງເປັນນະໂຍບາຍສູງເມື່ອທຽບໃສ່ການໃຫ້ນະໂຍບາຍດັ່ງກ່າວຢູ່ປະເທດໃນພາກພື້ນອາຊຽນ, ທັງນີ້ ກໍຍ້ອນວ່າ: 1) ປະເທດເຮົາມີຂໍ້ຈໍາກັດຫຼາຍດ້ານເມື່ອທຽບກັບປະເທດເພື່ອນບ້ານ ເປັນຕົ້ນ: ທີ່ຕັ້ງພູມສັນຖານຂອງໂຄງການບໍ່ເອື້ອອຳນວຍ; ພື້ນຖານໂຄງລ່າງຍັງບໍ່ໄດ້ຮັບການພັດທະນາ, ຜູ້ພັດທະນານິຄົມຈຳເປັນຕ້ອງໄດ້ລົງທຶນຫຼາຍ. 2) ຕະຫຼາດພາຍໃນມີຈຳກັດ, ຄວາມສະດວກຂອງການລົງທຶນກໍຢູ່ໃນອັນດັບທີ່ຕໍ່າຫຼາຍ (154 ຈາກ 190 ປະເທດ). 3) ປະເທດເຮົາຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຫຼ່ງທຶນມາກະຕຸ້ນເສດຖະກິດຍັງຈຳກັດ, ເເຮງງານໜຸ່ມເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດເປັນຈຳນວນຫຼວງ ຫຼາຍ ເຮັດໃຫ້ຂາດແຄນແຮງງານ, ການລົງທຶນຂອງຕ່າງປະເທດໃນຂົງເຂດອຸດສາຫະກຳປຸງແຕ່ງມີຈໍາກັດ ສ່ວນໃຫຍ່ແມ່ນສຸມໃສ່ຂະແໜງພະລັງງານ ເເລະ ບໍ່ເເຮ່ເທົ່ານັ້ນ; ດັ່ງນັ້ນ, ການຍົກເວັ້ນການເກັບອາກອນກຳໄລດັ່ງກ່າວນີ້ ຈຶ່ງເປັນເຄື່ອງມືທີ່ສຳຄັນຂອງລັດຖະບານເພື່ອດຶງດູດ ແລະ ກະຕຸ້ນການລົງທຶນໃນຂະແໜງອຸດສາຫະກຳປຸງແຕ່ງ, ສ້າງວຽກເຮັດງານທຳ ເເລະ ດຶງດູດແຮງງານກັບຄືນປະເທດ, ດຶງເມັດເງິນເຂົ້າປະເທດ ເພື່ອປະກອບສ່ວນສ້າງຄວາມໝັ້ນຄົງ ແລະ ສະຖຽນລະພາບທາງດ້ານການເງິນ ເເລະ ເງິນຕາ. 4) ຕ້ອງແຂ່ງຂັນກັບປະເທດອື່ນ ໃນການສົ່ງເສີມ ແລະ ຍາດແຍ່ງການລົງທຶນຕ່າງປະເທດ ເພາະການລົງທຶນຂອງຕ່າງປະເທດໃນອາຊຽນກໍຟື້ນຕົວ, ແຕ່ການລົງທຶນສ່ວນໃຫຍ່ແມ່ນໄຫຼໄປສູ່ປະ ເທດທີ່ມີເງື່ອນໄຂພາຍໃນດີກວ່າເຊັ່ນ: ສິງກະໂປ, ອິນໂດເນເຊຍ ແລະ ຫວຽດນາມ ເຊິ່ງສາມາດຍາດແຍ່ງໄດ້ຫຼາຍກວ່າໝູ່, ໃນຂະນະທີ່ມາເລເຊຍ, ໄທ ແລະ ຟີລິບປິນ ກໍກຳລັງປັບປຸງນະໂຍບາຍ ແລະ ປັດໄຈພາຍໃນຢ່າງແຂງຂັນ; ສຳລັບປະເທດເຮົາ, ການໃຫ້ນະໂຍບາຍຍົກເວັ້ນອາກອນກຳໄລສູງສຸດ 30 ປີ ໃນເຂດນິຄົມອຸດສາຫະກຳອຳມະຕະ ແມ່ນນະໂຍບາຍສູງສຸດກວ່າປະເທດອື່ນກໍຈິ່ງ, ແຕ່ກໍເພື່ອທົດແທນຈຸດດ້ອຍທີ່ເຮົາຍັງບໍ່ສາມາດແຂ່ງຂັນກັບປະເທດເພື່ອນບ້ານອາຊຽນໄດ້. 5) ຄວນຈັບເອົາໂອກາດຂອງການເຄື່ອນຍ້າຍການລົງທຶນຕ່າງປະເທດ ໃນສະພາບການປ່ຽນແປງທາງດ້ານພູມສາດການເມືອງ ແລະ ເສດຖະກິດ ທີ່ກຳລັງນັບມື້ນັບຮຸນແຮງ ແລະ ຄາດຄະເນໄດ້ຍາກ ເຊິ່ງເຮັດໃຫ້ນັກລົງທຶນຢູ່ຫຼາຍປະເທດໄດ້ເຄື່ອນຍ້າຍ ຫຼື ກຳລັງພິຈາລະນາຈະເຄື່ອນຍ້າຍຖານການຜະລິດຂອງຕົນ ຈາກປະເທດໜຶ່ງໄປສູ່ພາກພື້ນ ຫຼື ປະເທດອື່ນ. 6) ບໍລິສັດອຳມະຕະ ເປັນບໍລິສັດມະຫາຊົນ, ມີຜົນສຳເລັດສູງໃນການພັດທະນານິຄົມອຸດສາຫະກຳຢູ່ປະເທດໄທ ແລະ ຫວຽດນາມ. 7) ອຳນາດການປົກຄອງແຂວງອຸດົມໄຊ ບ່ອນທີ່ໂຄງການດັ່ງກ່າວຕັ້ງຢູ່ ໃຫ້ການສະໜັບສະໜຸນຢ່າງແຂງແຮງ ແລະ ມີຄວາມມຸ່ງຫວັງຢາກໃຫ້ໂຄງການນີ້ເກີດ.
ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ອີກວ່າ: ລັດຖະບານໄດ້ກຳນົດເງື່ອນໄຂສະເພາະສຳລັບຜູ້ພັດທະນາ ແລະ ຜູ້ຈະມາລົງທຶນໃນນິຄົມອຸດສາຫະກຳອຳມະຕະ ເຊິ່ງຈະໄດ້ຮັບນະໂຍບາຍພິເສດຄື:
1. ລົງທຶນໃນເຂດທີ່ໄດ້ເຊັນສັນຍາກັບລັດຖະບານຄື: ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ເຂດນາເຕີຍ ເເຂວງຫຼວງນໍ້າທາ.
2. ລົງທຶນໃນ 4 ກິດຈະກໍາສົ່ງເສີມພິເສດທີ່ລັດຖະບານກຳນົດຄື: 1) ອຸດສາຫະກໍາປຸງແຕ່ງກະສິກຳ ທີ່ນຳໃຊ້ວັດຖຸດິບຈາກພາຍໃນເປັນຫຼັກ ເພື່ອສົ່ງອອກ, 2) ອຸດສາຫະກຳຜະລິດແຜງພະລັງງານແສງຕາເວັນ ແລະ ພະລັງງານທົດແທນ, 3) ອຸດສາຫະກຳຜະລິດລົດຍົນ ແລະ ອາໄຫຼ່, 4) ອຸດສາຫະກຳຜະລິດອຸປະກອນໄຟຟ້າ ແລະ ເອເລັກໂຕຣນິກ.
3. ລົງທຶນພາຍໃນ 7 ປີ ນັບແຕ່ມື້ດໍາລັດວ່າດ້ວຍນິຄົມອຸດສາຫະກຳອຳມະຕະ ມີຜົນສັກສິດເປັນຕົ້ນໄປ.
4. ຜູ້ພັດທະນາຕ້ອງປະຕິບັດພັນທະ 14 ຂໍ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ຂອງດຳລັດສະບັບລວມແລ້ວ ຍັງຕ້ອງປະຕິບັດພັນທະເພີ່ມຕື່ມ 10 ຂໍ້ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 14 ຂອງດຳລັດນິຄົມອຸດສາຫະກຳອຳມະຕະ; ສຳ ລັບຜູ້ລົງທຶນ, ນອກຈາກຕ້ອງປະຕິບັດພັນທະ 11 ຂໍ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 26 ຂອງດໍາລັດສະບັບລວມແລ້ວ ຍັງຕ້ອງປະຕິບັດພັນທະເພີ່ມຕື່ມ 7 ຂໍ້ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ຂອງດຳລັດນິຄົມອຸດສາຫະກຳອຳມະຕະຕື່ມອີກ.
5. ນະໂຍບາຍຍົກເວັ້ນອາກອນກຳໄລ 30 ປີ ແມ່ນໃຫ້ສະເພາະຜູ້ລົງທຶນໃນນິຄົມ (ຜູ້ມາສ້າງຕັ້ງໂຮງຈັກ-ໂຮງງານ), ສ່ວນຜູ້ພັດທະນາແມ່ນໄດ້ຮັບນະໂຍບາຍສົ່ງເສີມຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນກໍານົດ ແລະ ຕ້ອງດຶງດູດ ແລະ ລະດົມທຶນເຂົ້າມາເຂດນິຄົມອຸດສາຫະກຳ 4.5-5 ຕື້ໂດລາສະຫະລັດ ໃນໄລຍະ 5-7 ປີ ພາຍຫຼັງເລີ່ມຕົ້ນການພັດທະນາ.
6. ໂຄງການດັ່ງກ່າວ ຈະຕ້ອງໄດ້ມີການສະຫຼຸບລາຍງານ ແລະ ຖືກປະເມີນການພັດທະນາໂຄງການ ແລະ ການປະຕິບັດພັນທະຂອງຜູ້ພັດທະນາ ແລະ ຜູ້ລົງທຶນໃນທຸກໆປີ ໃນໄລຍະ 7 ປີ ໂດຍຄະນະທີ່ປະກອບດ້ວຍຜູ້ຕາງໜ້າຈາກສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງຢູ່ສູນກາງ ແລະ ພະແນກການຂອງແຂວງ ເພື່ອຮັບປະກັນໂຄງການໄດ້ຮັບການພັດທະນາ ໂດຍສອດຄ່ອງກັບກົດໝາຍ ແລະ ດຳລັດວ່າດ້ວຍນິຄົມອຸດສາຫະກຳໄດ້ກຳນົດ; ຫຼັງຈາກນັ້ນ, ລັດຖະບານ ແລະ ສະພາ ສາມາດພິຈາລະນາວ່າຈະມີການເຈລະຈາປັບປຸງຄືແນວໃດ.
(ນາງ ອາລິນ ສຸພິມມະປະດິດ)