ລະດົມຄວາມຄິດເຫັນໃສ່ເນື້ອໃນ “50 ຄໍາຖາມ-ຄໍາຕອບ ກ່ຽວກັບສະພາແຫ່ງຊາດ”

ສ.ຫ. 30, 2025

(ສພຊ) – ວັນທີ 29 ສິງຫາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນໃສ່ເນື້ອໃນເອກະສານ “50 ຄໍາຖາມ-ຄໍາຕອບ ກ່ຽວກັບສະພາແຫ່ງຊາດ” ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເຊິ່ງມີບັນດາອະດີດການນໍາ, ພະນັກງານອາວຸໂສບໍານານ, ຮອງປະທານກໍາມາທິການ, ຄະນະເລຂາທິການ, ຄະນະສະຖາບັນຄົ້ນຄວ້ານິຕິກໍາ, ຄະນະກົມ ແລະ ພະນັກງານຫຼັກແຫຼ່ງ ພາຍໃນ ສພຊ; ຕາງໜ້າຈາກກະຊວງ, ອົງການ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກ່າວວ່າ: ໄລຍະນີ້, ສະພາແຫ່ງຊາດ ກໍາລັງຫວນຄືນມູນເຊື້ອ 50 ປີ ຂອງສະພາແຫ່ງຊາດ ໃນນີ້, ໄດ້ຄົ້ນຄວ້າ ແລະ ຮຽບຮຽງປະຫວັດສາດສະພາແຫ່ງຊາດ 50 ປີ ແລະ ປຶ້ມ 50 ປີ ສາຍພົວພັນມິດຕະພາບລະຫວ່າງສະພາແຫ່ງຊາດ ແຫ່ງ ສປປລາວ ກັບ ສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ; ນອກຈາກນີ້, ຍັງໄດ້ຄົ້ນຄວ້າສັງລວມປະມວນເອກະສານທີ່ສໍາຄັນຕ່າງໆ ຂອງສະພາແຫ່ງຊາດ ປະມານ 9-10 ປະມວນ. ທັງໝົດນີ້ ກໍແມ່ນກິດຈະກຳເພື່ອສ້າງຜົນງານເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ການສະເຫຼີມສະຫຼອງວັນສ້າງຕັ້ງສະພາແຫ່ງຊາດ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025), ວັນສ້າງຕັ້ງພັກ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ວັນສະຖາປະນາ ສປປລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025). ທ່ານກ່າວຕື່ມວ່າ: ເພື່ອເສີມຂະຫຍາຍມູນເຊື້ອ 50 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ, ມີຄວາມຈໍາເປັນຕ້ອງມີເອກະສານສໍາຄັນຈໍານວນໜຶ່ງ ເປັນຕົ້ນແມ່ນເອກະສານ 50 ຄໍາຖາມ-ຄໍາຕອບ ກ່ຽວກັບສະພາແຫ່ງຊາດ ເພື່ອເປັນເອກະສານໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມໃຫ້ພະນັກງານຮຸ່ນຫຼັງ ແລະ ປະຊາຊົນລາວບັນດາເຜົ່າ ຮັບຮູ້ຢ່າງເລິກເຊິ່ງຕໍ່ກັບສະພາແຫ່ງຊາດ; ນອກນັ້ນ, ຍັງຈະເປັນຂໍ້ມູນທີ່ສໍາຄັນໃຫ້ແກ່ການຈັດຕັ້ງໃນລະບົບການເມືອງປະຊາທິປະໄຕປະຊາຊົນທຸກຂັ້ນ ແລະ ສະຖາບັນຕ່າງໆ ນໍາໃຊ້ເຂົ້າໃນການສຶກສາ, ຄົ້ນຄວ້າ ແລະ ເຜີຍແຜ່ຮ່ຳຮຽນໃນຂົົງເຂດນິຕິບັນຍັດ.
ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີຄໍາເຫັນ ແລະ ສະໜອງຂໍ້ມູນທາງດ້ານປະຫວັດສາດ, ຄວາມເປັນມາ, ມູນເຊື້ອ ແລະ ຜົນງານອັນພົ້ນເດັ່ນ ຂອງສະພາປະຊາຊົນສູງສຸດ ກໍຄືສະພາແຫ່ງຊາດ ຕະຫຼອດໄລຍະເວລາ 50 ປີ ເພື່ອປັບປຸງເອກະສານນີ້ ໃຫ້ຄົບຖ້ວນສົມບູນ, ຖືກກັບຄວາມເປັນຈິງ. ສໍາລັບເນື້ອໃນສຳຄັນຂອງເອກະສານ 50 ຄໍາຖາມ-ຄໍາຕອບ ກ່ຽວກັບສະພາແຫ່ງຊາດ ແມ່ນສຸມໃສ່ບາງບັນຫາຕົ້ນຕໍເທົ່ານັ້ນ ເປັນຕົ້ນ: ຄວາມເປັນມາ, ທີ່ຕັ້ງ, ພາລະບົດບາດ, ກົງຈັກການຈັດຕັ້ງທີ່ເປັນເສນາທິການ ແລະ ຜົນງານອັນພົ້ນເດັ່ນຂອງ ສພຊ ແຕ່ລະຊຸດທີ່ຜ່ານມາ.
(ອານຸສອນ ພູມມີທອນ)