ພິທີ ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາທິການສະພາປະຊາຊົນແຂວງອຸດົມໄຊ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 10 ພະຈິກ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງທ່ານ ພົມມາ ວັນ ນະກໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາ ຊົນແຂວງ, ທ່ານ ນ. ວັນສີ ພວງມະໄລ ກໍາມະການພັກແຂວງ, ເລຂາທິການສະພາປະຊາຊົນແຂວງ, ທ່ານ ທອງໄຊ ທໍ່ຈົງເລ່ຍຈີ ປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ, ບັນດາແຂກເຊີນອ້ອມຂ້າງແຂວງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.
ການມອບ-ຮັບໜ້າທີ່ໃນຄັ້ງນີ້ ກໍ່ເພື່ອປະຕິບັດຕາມຄວາມຮຽກຮ້ອງຕ້ອງການ ທາງດ້ານໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ປັບປຸງກົງຈັກການຈັດຕັ້ງໃຫ້ຖືກຕ້ອງ, ສອດຄ່ອງ ແລະ ໄປຕາມທິດທາງແຜນການ ໃນການກຳນົດພະນັກງານ ນຳພາ-ຄຸ້ມຄອງ.
ຕາງໜ້າຄະນະຈັດຕັ້ງພິທີ: ທ່ານ ສົມພອນ ນາວຮືວາງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ, ສະບັບເລກທີ 1289/ຄປພຂ, ລົງວັນທີ 20 ຕຸລາ 2025 ວ່າດ້ວຍການສັບປ່ຽນຫນ້າທີ່ ຂອງພະນັກງານ ນຳພາ-ຄຸ້ມຄອງ ຄື: ຍົກຍ້າຍ ສະຫາຍ ນ. ວັນສີ ພວງມະໄລ ກຳມະການພັກແຂວງ, ເລຂາທິການສະພາປະຊາຊົນແຂວງ ໄປປະຈຳການ ແລະ ຮັບຫນ້າທີ່ໃຫມ່ ຢູ່ພະແນກ ຍຸຕິທຳ; ມະຕິ ຂອງຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 1162/ຄປຈ, ລົງວັນທີ 9 ຕຸລາ 2025 ວ່າດ້ວຍການຍົກຍ້າຍ ເລຂາທິການສະພາປະຊາຊົນແຂວງ ແລະ ມະຕິ ຂອງຄະນະປະຈຳສະພາປະຊາ ຊົນແຂວງ ສະບັບເລກທີ 1163/ຄປຈ, ລົງວັນທີ 9 ຕຸລາ 2025 ວ່າດ້ວຍການແຕ່ງຕັ້ງ ຮັກສາການ ເລຂາທິການສະພາປະຊາຊົນແຂວງ ຄື: ແຕ່ງຕັ້ງທ່ານ ທອງໄຊ ທໍ່ຈົງເລ່ຍຈີ ປະທານຄະນະກໍາມະການ ເສດຖະກິດ, ແຜນການ ແລະ ການເງິນ ຄອບຕໍາແໜ່ງຮັກສາການ ເລຂາທິການສະພາປະຊາຊົນແຂວງ.
ໂອກາດດັ່ງກ່າວໄດ້ມອບມະຕິ, ຜ່ານບົດບັນທຶກ ມອບ-ຮັບ ໜ້າທີເລຂາທິການສະພາປະຊາຊົນແຂວງ, ພ້ອມທັງລົງນາມໃນບົດບັນທຶກ ລະຫວ່າງ ເລຂາທິການສະພາປະຊາຊົນແຂວງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີທ່ານ ພົມມາ ວັນນະກໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ຄໍາເຜີຍ ງອນວັນຄໍາ ຮອງປະທານສະພາປະຊາຊົນແຂວງ, ຕາງໜ້າແຂກເຊີນອ້ອມຂ້າງແຂວງ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເປັນສັກຂີພະຍານ.

ຕອນທ້າຍຂອງພິທີ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ພົມມາ ວັນນະກໍາ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.
