(ສພຊ) – ຕອນບ່າຍວັນທີ 30 ມີນາຜ່ານມາ ໄດ້ມີພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຜູ້ເກົ່າ ກັບ ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຜູ້ໃໝ່, ລະຫວ່າງທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທຳ-ສັງຄົມ ແລະ ທ່ານ ຄຳຈັນ ໂສຕາປະເສີດ ປະທານກຳມາທິການບັນດາເຜົ່າ ສະພາແຫ່ງຊາດ (ສພຊ) ຊຸດທີ IX ກັບ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສພຊ ຊຸດທີ X ເຊິ່ງມີທ່ານ ນາງ ສູນທອນ ໄຊຍະຈັກ ແລະ ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ບັນດາທ່ານຄະນະປະຈຳສະພາແຫ່ງຊາດ, ຮອງປະທານກຳມາທິການ ແລະ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຊຸດທີ IX ແລະ ຊຸດທີ X ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ໃນພິທີ, ໄດ້ຮັບຟັງການຜ່ານມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 23 ມີນາ 2026 ວ່າດ້ວຍການຮັບຮອງເອົາກົງຈັກສະພາແຫ່ງຊາດ, ແຕ່ງຕັ້ງປະທານກຳມາທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ພ້ອມທັງຮັບຟັງການລາຍງານຫຍໍ້ກ່ຽວກັບການປະຕິບັດໜ້າທີ່ວຽກງານຂອງກຳມາທິການວັດທະນະທຳ-ສັງຄົມ, ກຳມາທິການບັນດາເຜົ່າ ແລະ ຫ້ອງວ່າການສະພາແຫ່ງຊາດ ໃນໄລຍະ 5 ປີຜ່ານມາ ແລະ ຄາດຄະເນທິດທາງແຜນການແຕ່ນີ້ຮອດປີ 2030. ຫຼັງຈາກນັ້ນ, ກໍໄດ້ມີການລົງລາຍເຊັນໃສ່ບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່.

ໃນພິທີມອບ-ຮັບໜ້າທີ່ດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕີລາຄາສູງຕໍ່ຜົນງານ ກໍຄືຜົນສຳເລັດທີ່ການນຳທັງສອງກຳມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ ຊຸດທີ IX ຍາດມາໄດ້; ພ້ອມກັນນັ້ນ, ທ່ານໄດ້ເນັ້ນໜັກວ່າ: ການສັບປ່ຽນໜ້າທີ່ ແລະ ການປັບປຸງກົງຈັກ ແລະ ບຸກຄະລາກອນຢູ່ສະພາແຫ່ງຊາດ ແມ່ນໄປຕາມທິດປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໂລ່ງລ່ຽນ, ກະທັດຮັດ ແລະ ມີປະສິດທິຜົນ. ທ່ານຍັງໄດ້ເນັ້ນໜັກບາງບັນຫາໃຫ້ຫ້ອງວ່າການສະພາແຫ່ງຊາດ ແລະ ກຳມາທິການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ຈົ່ງໄດ້ສຸມໃສ່ການປະຕິບັດໜ້າທີ່ການເມືອງຂອງຕົນ, ປະຕິບັດຕາມມະຕິຂອງສະພາແຫ່ງຊາດ ໂດຍສະເພາະແມ່ນທິດທາງແຜນການຂອງສະພາແຫ່ງຊາດ ຊຸດທີ X ແລະ ບັນດາແຜນງານ, ໂຄງການທີ່ໄດ້ຮັບຮອງເອົາໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ແລະ ໃຫ້ຫັນເປັນອັນລະອຽດຂອງຕົນ; ເປັນໃຈກາງປະສານສົມທົບທັງຢູ່ພາຍໃນສະພາແຫ່ງຊາດ ແລະ ຕິດຕາມຊຸກຍູ້ພາກສ່ວນກ່ຽວຂ້ອງຕ່າງໆ ກະກຽມດ້ານເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ; ສືບຕໍ່ບໍາລຸງຍົກລະດັບວິຊາການດ້ານຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນຢ່າງປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີປະສິດທິຜົນ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.

