(ສພຊ) – ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພົຕ. ວົງສັກ ພັນທະວົງ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ທ່ານ ພົຈວ. ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສພຊ ຊຸດທີ X ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 31 ມີນາຜ່ານມາ ເຊິ່ງມີທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິກນສູນກາງພັກ, ຮອງປະທານສະພາແຫ່ງຊາດ, ບັນດາທ່ານຄະນະປະຈຳສະພາແຫ່ງຊາດ, ຮອງປະທານກຳມາທິການ ແລະ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຊຸດທີ IX ແລະ ຊຸດທີ X, ຜູ້ຕາງໜ້າຈາກກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມເປັນສັກຂີພະຍານ.
ໃນພິທີ, ໄດ້ຮັບຟັງການຜ່ານມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 23 ມີນາ 2026 ວ່າດ້ວຍການຮັບຮອງເອົາກົງຈັກສະພາແຫ່ງຊາດ, ແຕ່ງຕັ້ງປະທານກຳມາທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ພ້ອມທັງຮັບຟັງການລາຍງານຫຍໍ້ກ່ຽວກັບການປະຕິບັດໜ້າທີ່ວຽກງານໃນໄລຍະ 5 ປີຜ່ານມາ ແລະ ຄາດຄະເນທິດທາງແຜນການແຕ່ນີ້ຮອດປີ 2030 ຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ຈາກນັ້ນ, ໄດ້ມີການລົງລາຍເຊັນໃສ່ບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່.
ໃນພິທີມອບ-ຮັບໜ້າທີ່ດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ກໍຄືຜົນສຳເລັດທີ່ການນຳຂອງກຳມາທິການ ຍາດມາໄດ້. ພ້ອມກັນນັ້ນ, ທ່ານໄດ້ເນັ້ນໜັກໃຫ້ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈົ່ງໄດ້ສຸມໃສ່ການປະຕິບັດໜ້າທີ່ການເມືອງຂອງຕົນ, ປະຕິບັດຕາມມະຕິຂອງສະພາແຫ່ງຊາດ ໂດຍສະເພາະແມ່ນທິດທາງແຜນການຂອງສະພາແຫ່ງຊາດ ຊຸດທີ X ແລະ ບັນດາແຜນງານ, ໂຄງການທີ່ໄດ້ຮັບຮອງເອົາໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ໂດຍຫັນໃຫ້ເປັນແຜນການອັນລະອຽດຂອງຕົນ; ເປັນໃຈກາງປະສານສົມທົບທັງຢູ່ພາຍໃນສະພາແຫ່ງຊາດ ແລະ ຕິດຕາມຊຸກຍູ້ພາກສ່ວນກ່ຽວຂ້ອງຕ່າງໆ ກະກຽມດ້ານເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ; ສ້າງຄວາມເຂັ້ມແຂງໃຫ້ສະມາຊິກພັກ-ພະນັກງານ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ພາຍໃນກຳມາທິການ ຢ່າງເປັນລະບົບ, ຕໍ່ເນື່ອງ ຕາມແຜນລວມຂອງສະພາແຫ່ງຊາດ.
(ນາງ ສຸພາວັນ ຫອມສະນິດ)

