ມອບ-ຮັບໜ້າທີ່ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ

ມ.ສ. 1, 2026

(ສພຊ) – ວັນທີ 31 ມີນາ 2026 ໄດ້ມີພິທີມອບ-ຮັບໜ້າທີ່ຢ່າງເປັນທາງການລະຫວ່າງທ່ານ ຄໍາແພງ ວິລະພັນ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການສູນກາງພັກ, ປະທານກຳມາທິການກົດໝາຍ ແລະ ຍຸຕິທໍາ ສະພາແຫ່ງຊາດ ຊຸດທີ X ໂດຍມີທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ບັນດາທ່ານຄະນະປະຈຳສະພາແຫ່ງຊາດ ແລະ ຮອງປະທານກຳມາທິການ ສພຊ ຊຸດທີ IX ແລະ ຊຸດທີ X ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.
ໃນພິທີ, ໄດ້ຮັບຟັງການຜ່ານມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ສະບັບເລກທີ 03/ສພຊ, ລົງວັນທີ 23 ມີນາ 2026 ວ່າດ້ວຍການຮັບຮອງເອົາກົງຈັກສະພາແຫ່ງຊາດ, ແຕ່ງຕັ້ງປະທານກຳມາທິການ ແລະ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ພ້ອມທັງຮັບຟັງການລາຍງານຫຍໍ້ກ່ຽວກັບການປະຕິບັດໜ້າທີ່ວຽກງານຂອງກໍາມາທິການກົດໝາຍ ໃນໄລຍະ 5 ປີຜ່ານມາ; ຫຼັງຈາກນັ້ນ, ໄດ້ມີການລົງລາຍເຊັນໃສ່ບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງປະທານກຳມາທິການຜູ້ເກົ່າ ແລະ ຜູ້ໃໝ່. ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ ຜູ້ໃໝ່ ໄດ້ຂຶ້ນກ່າວຮັບໜ້າທີ່ ແລະ ປະຕິຍານວ່າ ຈະສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ, ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍແນວທາງ,​ ແຜນນະໂຍບາຍ,​ ມະຕິ, ຄໍາສັ່ງ ຂອງສູນກາງພັກ, ຂອງອົງຄະນະພັກສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ໃຫ້ເຂົ້າສູ່ຊີວິດຕົວຈິງ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອຮັບປະກັນການປະຕິບັດໜ້າທີ່ວຽກງານເປັນເສນາທິການໃຫ້ແກ່ກໍາມາທິການ ກໍຄືສະພາແຫ່ງຊາດ ມີຄຸນນະພາບສູງຂຶ້ນ; ເອົາໃຈໃສ່ປັບປຸງກົນໄກປະສານງານລະຫວ່າງກໍາມາທິການກົດໝາຍ ແລະ ຍຸຕິທໍາ ກັບກໍາມາທິການຂອງສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ, ບັນດາກະຊວງ, ອົງການ ເປັນຕົ້ນ: ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສູດ, ອົງການກວດກາແຫ່ງລັດ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ,​ ກະຊວງຍຸຕິທໍາ,​ ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີຄວາມກົມກຽວ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນ ເພື່ອຮັບປະກັນໃຫ້ການເຄື່ອນໄຫວມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.
ໂອກາດນີ້, ທ່ານ ກອງແກ້ວ ໄຊສົງຄາມ ຜູ້ຊີ້ນໍາກໍາມາທິການກົດໝາຍ ແລະ ຍຸຕິທໍາ ມີຄໍາເຫັນໂອ້ລົມຕໍ່ພິທີ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການປະຕິບັດໜ້າທີ່ຂອງປະທານກໍາມາທິການກົດໝາຍ ສະພາແຫ່ງຊາດ ຊຸດທີ IX ທີ່ຍາດໄດ້ຜົນງານຫຼາຍດ້ານຕະຫຼອດໄລຍະ 5 ປີຜ່ານມາ ແລະ ໄດ້ມີຄໍາເຫັນເນັ້ນຕື່ມວ່າການປັບປຸງສັບຊ້ອນບຸກຄະລາກອນເຂົ້າໃນຕຳແໜ່ງສໍາຄັນຂອງສະພາແຫ່ງຊາດຄັ້ງນີ້ ແມ່ນເພື່ອສືບຕໍ່ນຳພາ-ຊີ້ນຳວຽກງານຂອງສະພາແຫ່ງຊາດ ຊຸດທີ X ໃຫ້ດຳເນີນໄປຢ່າງປົກກະຕິ ແລະ ຕໍ່ນື່ອງ ຮັບປະກັນການຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ເຂົ້າໃນການເຄື່ອນໄຫວວຽກງານອັນລະອຽດແຕ່ລະໄລຍະຂອງກຳມາທິການກົດໝາຍ ແລະ ຍຸຕິທໍາ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດ, ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ.