ມອບ-ຮັບໃບຍ້ອງຍໍໃຫ້ຜູ້ທີ່ຊ່ວຍປັບປຸງຫ້ອງມູນເຊື້ອ

ມ.ນ. 11, 2026

(ສພຊ) – ວັນທີ 11 ມີນານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີມອບ-ຮັບໃບຍ້ອງຍໍໃຫ້ແກ່ພະນັກງານ-ລັດຖະກອນ ທີ່ຊ່ວຍວຽກປັບປຸງຫ້ອງມູນເຊື້ອສະພາແຫ່ງຊາດ ໂດຍຕາງໜ້າມອບຂອງທ່ານ ແກ້ວລະກາ ຊ້ອຍໄຊຍະ ຮອງຫົວໜ້າກົມສື່ມວນຊົນ ເຊິ່ງມີຄະນະພະແນກ ແລະ ລັດຖະກອນວິຊາການ ເຂົ້າເປັນສັກຂີພະຍານ.
ອີງຕາມຂໍ້ຕົກລົງຂອງຫ້ອງວ່າການສູນກາງພັກ ສະບັບເລກທິ 193/ຫສພ,, ລົງວັນທີ 8 ເມສາ 2024 ວ່າດ້ວຍການແຕ່ງຕັ້ງພະນັກງານ-ລັດຖະກອນ ຊ່ວຍວຽກຫ້ອງມູນເຊື້ອຂອງສະພາແຫ່ງຊາດ ແລະ ໜັງສືຄຳເຫັນຂອງຫ້ອງການສູນກາງແນວລາວສ້າງຊາດ ສະບັບລົງວັນທີ 29 ສິງຫາ 2024 ເຊິ່ງມີລາຍຊື່ຜູ້ທີ່ໄດ້ປະກອບສ່ວນໃນການປັບປຸງຫ້ອງມູນເຊື້ອ 7 ທ່ານ, ຍິງ 2 ທ່ານ ດັ່ງນີ້: ທ່ານ ທອງວັນ ທອງດີ ອະດີດຮອງຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ; ທ່ານ ວິໄລທອງ ແກ້ວມະນີວົງ ຫົວໜ້າພະແນກອະນຸສອນສະຖານປະທານ ສຸພານຸວົງ; ທ່ານ ພູຜາ ຫົງສີວິໄລ ຮອງຫົວໜ້າພະແນກຫໍພິພິທະພັນ ໄກສອນ ພົມວິຫານ; ທ່ານ ຈິດຕະພົງ ໂພທິລັກ ຫົວໜ້າພະແນກວິທະຍຸ-ໂທລະພາບ, ກົມໂຄສະນາຂອງສູນກາງແນວລາວສ້າງຊາດ; ທ່ານ ນາງ ພວງສະບາ ຊຸມສົງ ຮອງຫົວໜ້າພະແນກອະນຸສອນສະຖານປະທານ ສຸພານຸວົງ; ທ່ານ ອາລິຍາ ຈັນດາໂສ ລັດຖະກອນວິຊາການພະແນກສົ່ງເສີມວິຊາສະເພາະ, ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ທ່ານ ນາງ ວັນນາ ແກ້ວອຸດົມ ລັດຖະກອນວິຊາການພະແນກໂຄສະນາ ແລະ ຫໍມູນເຊື້ອສູນກາງແນວລາວສ້າງຊາດ.
ໃນພິທີ, ທ່ານຮອງຫົວໜ້າກົມສື່ມວນຊົນ ໄດ້ກ່າວສະແດງຄວາມຂອບໃຈບັນດາທ່ານທີ່ໄດ້ປະກອບສ່ວນຊ່ວຍວຽກປັບປຸງຫ້ອງມູນເຊື້ອສະພາແຫ່ງຊາດໃນໄລຍະຜ່ານມາ ເຮັດໃຫ້ສາມາດເປີດວາງສະແດງທັນຕາມກຳນົດ ແລະ ແຜນການທີ່ວາງໄວ້ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮ່ວມວຽກຮ່ວມງານນຳບັນດາທ່ານໃນການປັບປຸງຫ້ອງມູນເຊື້ອໃນຄັ້ງຕໍ່ໄປ. ຫຼັງຈາກນັ້ນ, ຍັງໄດ້ພ້ອມກັນຢ້ຽມຊົມສະຖານທີ່ຕົວຈິງ ແລະ ມອບປຶ້ມທີ່ລະນຶກຈາກ ສພຊ ເພື່ອເປັນທີ່ລະນຶກອີກດ້ວຍ.
(ນາງ ນິດຕາ ຄຸນປາກດີ)