(ສພຊ) – ຕອນສວາຍວັນທີ 24 ກັນຍາຜ່ານມາ ທີ່ສະພາແຫ່ງຊາດ, ໄດ້ມີການມອບ-ຮັບຢາປົວພະຍາດ ຈາກສະມາຄົມທຸລະກິດຢາ ແລະ ຜະລິດຕະພັນການແພດ ລວມມູນຄ່າ 48,400,000 ກີບ ໃຫ້ແກ່ພະແນກສາ ທາລະນະສຸກແຂວງຫົວພັນ ເພື່ອນຳໄປຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນຳ້ຖ້ວມ ເຊິ່ງຕາງໜ້າກ່າວຮັບໂດຍທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ໂດຍໄດ້ກ່າວຄຳຂອບໃຈຕໍ່ສະມາຄົມດັ່ງກ່າວ ທີ່ໄດ້ປະກອບສ່ວນສຳຄັນ ແລະ ສະໜັບສະໜູນຊ່ວຍເຫຼືອຜູ້ປະສົບໄພນຳ້ຖ້ວມຄັ້ງນີ້ ທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາການຊ່ວຍເຫຼືອໄປຮອດພໍ່ແມ່ປະຊາຊົນຜູ້ປະສົບໄພຢ່າງທົ່ວເຖິງ.

(ອານຸສອນ ພູມມີທອນ)