loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄຟໄໝ້ເຮືອນທີ່ບ້ານແກ້ງເມືອງລາວ

ຕ.ລ. 14, 2024 | ເຂດ 14 ສາ​ລະ​ວັນ

ວັນທີ່ 11 ຕຸລາ 2024 ນີ້, ທ່ານ ນາງ ສູນໄຖ ໄຊຍະແສງ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງສາລະວັນ ໄດ້ຕາງໜ້າຄະນະປະຈໍາ ສະພາປະຊາຊົນແຂວງ ສົມທົບກັບ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງສາລະວັນ ໄດ້ເດີນທາງໄປຢ້ຽມຢາມຖາມຂ່າວໃຫ້ກໍາລັງໃຈ ແລະ ມອບເງິນສົດ, ເຄື່ອງຊ່ວຍເຫຼືອ ໃຫ້ແກ່ສອງຄອບຄົວ ທີ່ໄດ້ຮັບປະສົບເຄາະຮ້າຍ ຈາກໄຟໄໝ້ເຮືອນ (ອັກຄີໄຟ) ຈໍານວນ 2 ຫຼັງ ມີ 2 ຄອບຄົວ; ໃນນັ້ນ,ໄຟໄໝ້ເຮືອນໝົດຫລັງ ຂອງຄອບຄົວນາງ ດໍາ+ກ໋າງ ມູນຄ່າເສຍຫາຍ 263 ກວ່າລ້ານກີບ ແລະ ໄຟໄໝ້ເຮືອນເລັກໜ້ອຍຂອງຄອບຄົວ ທ້າວ ນ້ອຍ + ນາງ ວຽງ ມູນຄ່າເສຍຫາຍ 32 ລ້ານກວ່າກີບ, ເຫດການໄຟໄໝ້ເກີດຂຶ້ນເມື່ອວັນທີ 1 ຕຸລາ 2024 ທີ່ຜ່ານມານີ້ ຢູ່ທີ່ບ້ານແກ້ງເມືອງລາວ ເມືອງສາລະວັນ, ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ບໍ່ມີຜູ້ເສຍຊີວິດ; (ສາເຫດສັນນິຖານເກີດຍ້ອນໄຟຟ້າລັດວົງຈອນ)

ດ້ວຍຄວາມເປັນຮ່ວງເປັນໃຍຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະ ສະພາປະຊາຊົນແຂວງ ໃນຖານະເປັນຕົວແທນຂອງປະຊາຊົນ ຈຶ່ງໄດ້ຄົ້ນຄວ້ານໍາເອົາວັດຖຸສິ່ງຂອງ ປະເພດເຄື່ອງບໍລິໂພກ, ອຸປະໂພກໃຊ້ໃນຄົວເຮືອນຈຳນວນໜຶ່ງ ແລະ ເງິນສົດ ລວມມູນຄ່າ 4 ລ້ານກີບ, ເພື່ອຊ່ວຍເຫຼືອໃຫ້ແກ່ຄອບຄົວຜູ້ປະສົບອັກຄີໄພ ໃນເບື້ອງຕົ້ນ ໃຫ້ໄດ້ນຳໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນ, ເຊິ່ງເຂົ້າຮ່ວມມອບໃນຄັ້ງນີ້ມີອໍານາດການປົກຄອງບ້ານ ແລະ ຄອບຄົວຜູ້ທີ່ຖືກຜົນກະທົບ, ໂອກາດດັ່ງກ່າວທ່ານ ນາງ ສູນໄຖ ໄຊຍະແສງ ໄດ້ສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ແລະ ໃຫ້ກຳລັງໃຈຕໍ່ຄອບຄົວຜູ້ປະສົບອັກຄີໄພ ໃຫ້ສູ້ຊົນດຳເນີນຊີວິດໃຫ້ເປັນປົກກະຕິ, ພ້ອມທັງຮຽກຮ້ອງໃຫ້ປະຊາຊົນພາຍໃນບ້ານ ຈົ່ງມີສະຕິເຝົ້າລະວັງກວດເຊັກອຸປະກອນໄຟຟ້າພາຍໃນຄົວເຮືອນ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການຂຶ້ນອີກ;

 

ພາບ-ຂ່າວ: ດີລຳພົນ ພົມມະຈັນ